ໜັງສືພິມ ດິມອງ ສະບັບວັນທີ 19 ສິງຫາ 2018 ອ້າງລາຍງານການກວດສອບຂອງ ລັດຖະບານຝຣັ່ງ ວ່າ: ຂົວທີ່ຢູ່ໃນການເບິ່ງແຍງດູແລຂອງລັດຖະບານກາງ 12.000 ແຫ່ງ ມີ 1 ໃນ 3 ທີ່ຕ້ອງໄດ້ຮັບການຊ້ອມແຊມ ແລະ ປະມານ 7% ຫຼື 840 ແຫ່ງ ສ່ຽງເປ່ເພໃນອີກ 2-3 ປີ ຫາກບໍ່ໄດ້ຮັບການຊ້ອມແຊມໃຫ້ດີກວ່າປັດຈຸບັນ. ແນວໃດກໍຕາມ, ລາຍງານບໍ່ໄດ້ກ່າວເຖິງ ຂົວອີກຫຼາຍພັນແຫ່ງທີ່ຢູ່ໃນການເບິ່ງແຍງດູແລຂອງເອກະຊົນ ຫຼື ທາງການທ້ອງຖິ່ນ ທີ່ຖືກຕັດງົບປະມານລົງຫຼາຍ ໃນໄລຍະຫຼາຍປີທີ່ຜ່ານມາ.

ກ່ອນໜ້ານີ້, ໃນເດືອນທີ່ຜ່ານມາ ລັດຖະບານໄດ້ຖະແຫຼງລາຍງານສະຫຼຸບລາຍງານສະບັບນີ້ ຕຳນິລັດຖະບານທີ່ຜ່ານມາວ່າ ບໍ່ຈັດສັນງົບປະມານເບິ່ງແຍງດູແລເສັ້ນທາງ ແລະ ຂົວຂ້າມຢ່າງພຽງພໍ ແລະ ຕໍ່ເນື່ອງ ແລະ ເຕືອນວ່າ: ການຈະລາຈອນທີ່ຂະຫຍາຍຕົວ ແລະ ສະພາບອາກາດທີ່ຮ້າຍແຮງຂຶ້ນ ເຮັດໃຫ້ບັນຫາຍິ່ງເພີ່ມຄວາມຮ້າຍແນງຂຶ້ນ.

ລັດຖະມົນຕີກະຊວງຄົມມະນາຄົມ ຝຣັ່ງ ໃຫ້ສຳພາດໃນອາທິດຜ່ານມາ ວ່າ: ໃຫ້ຄວາມສຳຄັນກັບການຊ້ອມແຊມຂົວ ແລະ ປະກາດແຜນ 1.000 ລ້ານເອີໂຣ ຊ້ອມແປງບຳລຸງເສັ້ນທາງທົ່ວປະເທດ ເຊິ່ງລວມເຖິງຂົວ ແລະ ອຸໂມງນຳອີກ.

ລັດຖະບານຂອງປະທານາທິບໍດີ ເອມານູເອວ ມາຄຣົງ ໄດ້ຍົກເອົາເລື່ອງຈະເພີ່ມງົບປະມານດ້ານພື້ນຖານໂຄງລ່າງແລ້ວ ແຕ່ເລື່ອງການຊ້ອມແຊມຂົວຂ້າມ ກາຍເປັນເລື່ອງຮີບດ່ວນ ຫຼັງເກີດເຫດຂົວທີ່ເປັນສ່ວນໜຶ່ງຂອງທາງດ່ວນ ໃນເມືອງເຈນົວ ທາງເໜືອຂອງອີຕາລີ ພັງລົງບາງສ່ວນ ໃນອາທິດຜ່ານມາ ເປັນເຫດໃຫ້ມີຜູ້ເສຍຊີວິດແລ້ວ 43 ຄົນ.

ຂໍ້ມູນຂອງອົງການເພື່ອການຮ່ວມມື ແລະ ການພັດທະນາທາງເສດຖະກິດ (OECD) ລະບຸວ່າ: ອີຕາລີເປັນ 1 ໃນ 5 ປະເທດໃຫຍ່ແຫ່ງເອີຣົບ ທີ່ຫຼຸດການລົງທຶນດ້ານເສັ້ນທາງລົງຫຼາຍທີ່ສຸດ ຕັ້ງແຕ່ເກີດວິກິດການເງິນໂລກ ໃນປີ 2008.