ຂ່າວຕ່າງປະເທດລາຍງານ ໃນວັນທີ 20 ສິງຫານີ້ ວ່າ: ທ່ານ ຈັສຕິນ ທຣູໂດ ນາຍົກລັດຖະມົນຕີຂອງການາດາ ປະກາດຈະລົງສະໝັກເລືອກຕັ້ງສະມາຊິກສະພາອີກຄັ້ງ ໃນປີ 2019 ໂດຍທ່ານເປັນຜູ້ນຳພັກເສລີນິຍົມ ທີ່ໄດ້ຮັບການແຕ່ງຕັ້ງຢ່າງເປັນທາງການຈາກສະມາຊິກພັກ ໃນເຂດປາປີໂນ ເຊິ່ງເປັນເຂດສະໜັບສະໜູນຂອງທ່ານເອງ ມາຕັ້ງແຕ່ປີ 2008 ເຊິ່ງທ່ານໄດ້ຮັບເລືອກຕັ້ງທັງໃນປີ 2011 ແລະ ປີ 2015.

ທ່ານ ທຣູໂດ ກ່າວວ່າ: ເຖິງແມ່ນວ່າຈະມີຄວາມຄັດແຍ່ງທາງການເມືອງ ແລະ ການແບ່ງແຍກກັນ ແຕ່ທ່ານຫວັງວ່າຈະໄດ້ປະສານຜົນປະໂຫຍດ ແລະ ຄ່ານິຍົມທີ່ມີຢູ່ຮ່ວມກັນ ເພື່ອເສີມສ້າງປະເທດຊາດ ແລະ ໂລກໃຫ້ເຂັ້ມແຂງຂຶ້ນ ລວມທັງສັນຍາວ່າ: ຈະຫຼຸດຊ່ອງວ່າງລະຫວ່າງ ຄົນຮັ່ງມີ ແລະ ຄົນທຸກຍາກ ແລະ ເພີ່ມປະຊາກອນພື້ນເມືອງ.

ນອກຈາກນີ້, ທ່ານ ທຣູໂດ ຫາກໍໄດ້ປັບປຸງ ຄະນະລັດຖະມົນຕີ ໃນກາງເດືອນກໍລະກົດ ສຳລັບກຽມການເລືອກຕັ້ງວັນທີ 21 ຕຸລາ 2019.