ໜ້າຫຼັກ Tags ຈີນ

Tag: ຈີນ

US ຈະເກັບພາສີ 10% ກັບສິນຄ້າຈີນ ກວ່າ 200.000 ລ້ານໂດລາ

ທ່ານ ໂຣເບີດ ໄລໄທເຊີ ຜູ້ແທນການຄ້າ ສະຫະລັດ ອາເມລິກາ ກ່າວໃນວັນທີ 11 ກໍລະກົດນີ້ວ່າ: ລັດຖະບານ ສະຫະລັດ ອາເມລິກາ ຮຽກຮ້ອງຢ່າງອົດທົນຕະຫຼອດໜຶ່ງປີທີ່ຜ່ານມາ ໃຫ້ຈີນຢຸດການກະທຳທີ່ບໍ່ເປັນທຳ, ເປີດຕະຫຼາດ ແລະ ໃຫ້ມີການແຂ່ງຂັນກັນຢ່າງແທ້ຈິງ, ແທນທີ່ຈະແກ້ໄຂຄວາມກັງວົນອັນຊອບທຳຂອງ ສະຫະລັດ ອາເມລິກາ ຈີນກັບເລີ່ມຕອບໂຕ້ດ້ວຍການເກັບພາສີສິນຄ້າ ສະຫະລັດ ອາເມລິກາ ທັ້ງທີ່ບໍ່ມີເຫດອັນສົມຄວນ;...

WTO ຊີ້ ວິວາດການຄ້າ ຄຸກຄາມເສດຖະກິດໂລກ

ທ່ານ ໂຣເບີໂຕ ອາເຊເວໂດ ຜູ້ອຳນວຍການອົງການການຄ້າໂລກ (WTO) ກ່າວໃນວັນທີ 5 ກໍລະກົດນີ້ວ່າ: ການເຕີບໃຫຍ່ຂອງເສດຖະກິດໂລກ ກຳລັງຖືກຄຸກຄາມຈາກການທີ່ບັນດາປະເທດມະຫາອຳນາດທາງເສດຖະກິດ ວິວາດຕອບໂຕ້ກັນໄປມາ ພ້ອມທັງຂູ່ວ່າຈະຄວ່ຳບາດການຄ້າຕໍ່ກັນ; ເຊິ່ງຄຳເວົ້າ ແລະ ທ່າທີທັງຫຼາຍເຫຼົ່ານີ້ລະຫວ່າງ ສະຫະລັດ ອາເມລິກາ, ສະຫະພາບເອີຣົບ (EU) ແລະ ຈີນ ຖືເປັນຄວາມສ່ຽງຢ່າງມະຫາສານຕໍ່ລະບົບການຄ້າໂລກ. ຜູ້ອຳນວຍການ WTO ກ່າວວ່າ:...

ນະໂຍບາຍມີລູກເພີ່ມຂອງຈີນ ຊຸກຍູ້ທ່ອງທ່ຽວສຸຂະພາບມາເລເຊຍ

ຂ່າວຕ່າງປະເທດລາຍງານ ໃນວັນທີ 20 ມີນາ ວ່າ: ມາເລເຊຍ ໝັ້ນໃຈວ່າ ທຸລະກິດການທ່ອງທ່ຽວດ້ານສຸຂະພາບ ຈະມີລາຍໄດ້ເພີ່ມຂຶ້ນສອງເທົ່າ ພາຍໃນປີ 2020 ດ້ວຍການເນັ້ນຈັບກຸ່ມຄູ່ຮັກຊາວຈີນ 90 ລ້ານຄົນ ທີ່ຕ້ອງການຕັ້ງຄັນລູກຄົນທີສອງ ຫຼັງຈາກທີ່ທາງການຈີນ ຍົກເລີກນະໂຍບາຍໃຫ້ມີລູກພຽງຄົນດຽວ. ປະທານສະພາການເດີນທາງເພື່ອສຸຂະພາບມາເລເຊຍ ເຊິ່ງຢູ່ພາຍໃຕ້ການເບິ່ງແຍງຂອງ ກະຊວງສາທາລະນະສຸກ ຄາດການວ່າ: ໃນບັນດາຄູ່ຮັກຊາວຈີນ 90 ລ້ານຄົນ ທີ່ຕ້ອງການມີລູກຄົນທີສອງ...

ຈີນ ມຸ່ງພັດທະນາທ່ອງທ່ຽວຊົນນະບົດ ຊ່ວຍບັນເທົາຄວາມທຸກຍາກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 13 ມີນາ ທີ່ຜ່ານມາ ວ່າ: ການບັນເທົາຄວາມທຸກຍາກໃນເຂດຊົນນະບົດ ເປັນພາລະກິດໃຈກາງຂອງຜູ້ນຳຈີນ ໃນສິ່ງທີ່ຈະບັນລຸເປົ້າໝາຍ ການສ້າງສັງຄົມກິນດີຢູ່ດີຖ້ວນໜ້າ ໃນປີ 2020 ໂດຍຂະນະນີ້ ຈີນ ໄດ້ມຸ່ງໃຊ້ການພັດທະນາການທ່ອງທ່ຽວໃນພື້ນທີ່ຊົນນະບົດ ເພື່ອຊ່ວຍປະຊາຊົນຫຼຸດພົ້ນຈາກຄວາມທຸກຍາກ. ຂໍ້ມູນຕົວເລກຂອງຄະນະກຳມະການບໍລິຫານການທ່ອງທ່ຽວແຫ່ງຊາດ (CNTA) ລະບຸວ່າ: ຈີນ ຕັ້ງເປົ້າໃຊ້ການພັດທະນາການທ່ອງທ່ຽວ ຊ່ວຍປະຊາຊົນອີກ 12 ລ້ານຄົນ ຫຼຸດພົ້ນອອກຈາກຄວາມທຸກຍາກ...