ຂ່າວຕ່າງປະເທດລາຍງານ ໃນວັນທີ 13 ມີນາ ທີ່ຜ່ານມາ ວ່າ: ການບັນເທົາຄວາມທຸກຍາກໃນເຂດຊົນນະບົດ ເປັນພາລະກິດໃຈກາງຂອງຜູ້ນຳຈີນ ໃນສິ່ງທີ່ຈະບັນລຸເປົ້າໝາຍ ການສ້າງສັງຄົມກິນດີຢູ່ດີຖ້ວນໜ້າ ໃນປີ 2020 ໂດຍຂະນະນີ້ ຈີນ ໄດ້ມຸ່ງໃຊ້ການພັດທະນາການທ່ອງທ່ຽວໃນພື້ນທີ່ຊົນນະບົດ ເພື່ອຊ່ວຍປະຊາຊົນຫຼຸດພົ້ນຈາກຄວາມທຸກຍາກ.
ຂໍ້ມູນຕົວເລກຂອງຄະນະກຳມະການບໍລິຫານການທ່ອງທ່ຽວແຫ່ງຊາດ (CNTA) ລະບຸວ່າ: ຈີນ ຕັ້ງເປົ້າໃຊ້ການພັດທະນາການທ່ອງທ່ຽວ ຊ່ວຍປະຊາຊົນອີກ 12 ລ້ານຄົນ ຫຼຸດພົ້ນອອກຈາກຄວາມທຸກຍາກ ນັບແຕ່ປີ 2016-2020.

ລັດຖະບານທ້ອງຖິ່ນໃນມົນທົນຕ່າງໆທົ່ວປະເທດ ຕ່າງກໍລະດົມຊັບພະຍາກອນ, ປັບປຸງໂຄງສ້າງພື້ນຖານ ແລະ ບໍລິການໃນເຂດຊົນນະບົດ ເພື່ອພັດທະນາການທ່ອງທ່ຽວ ເຊັ່ນ: ມົນທົນກຸ່ຍໂຈ ແຫ່ງພາກຕາເວັນອອກສຽງໃຕ້ຂອງຈີນ ຈັດເປັນເຂດທຸກຍາກ, ກຸ່ມເຈົ້າໜ້າທີ່ທ້ອງຖິ່ນ ກຳລັງເລັ່ງລະດົມຊັບພະຍາກອນການທ່ອງທ່ຽວ ແລະ ໂປຣໂມດເຂດທີ່ທຸກຍາກ 14 ແຫ່ງ ໃຫ້ເປັນເຂດທ່ອງທ່ຽວ. ໂດຍໂຄງການດັ່ງກ່າວ ຈະຊ່ວຍເພີ່ມລາຍໄດ້ໃຫ້ກັບປະຊາຊົນ 70.000 ຄົນ ຈົນມີຖານະພໍຢູ່ພໍກິນ.
ທາງດ້ານລັດຖະບານທ້ອງຖິ່ນມົນທົນເສສວນ ແຫ່ງພາກຕາເວັນຕົກສຽງໃຕ້ ກໍໄດ້ຕັ້ງເປົ້າໝາຍພາຍໃນປີ 2018 ນີ້, ຝຶກອົບຮົມເຈົ້າໜ້າທີ່ຈາກພື້ນທີ່ຊົນນະບົດ ຫຼາຍກວ່າ 2.000 ຄົນ ໃຫ້ເປັນຜູ້ຊ່ຽວຊານດ້ານການທ່ອງທ່ຽວ ແລະ ໄດ້ຈັດສັນງົບປະມານ 11 ລ້ານຢວນ ຈາກອງທຶນພັດທະນາການທ່ອງທ່ຽວຂອງປີນີ້ ສຳລັບໂຄງການຝຶກອົບຮົມດັ່ງກ່າວ ເຊິ່ງຈະສົ່ງເສີມການທ່ອງທ່ຽວ ແລະ ຊ່ວຍຍົກລະດັບເສດຖະກິດຊົນນະບົດ.

ໃນໄລຍະ 2-3 ປີມານີ້, ການທ່ອງທ່ຽວຊົນນະບົດໃນເສສວນ ມີອັດຕາການຂະຫຍາຍຕົວສູງ ເນື່ອງຈາກກະແສຄົນເມືອງໃຫຍ່ ຫັນມານິຍົມຮຽນຮູ້ ແລະ ສຳຜັດຊີວິດຊົນນະບົດ; ໃນປີ 2017, ລາຍໄດ້ຈາກການທ່ອງທ່ຽວຊົນນະບົດໃນເສສວນ ເພີ່ມສູງຂຶ້ນເຖິງ 228.300 ລ້ານຢວນ ຄິດເປັນອັດຕາເພີ່ມ 13,3% ປີຕໍ່ປີ.

ໃນກອງປະຊຸມສະມັດຊາຜູ້ແທນປະຊາຊົນຈີນ ຫຼື ສະພານິຕິບັນຍັດ, ນາຍົກລັດຖະມົນຕີ ຫຼີ ເຄີ່ສຽງ ຖະແຫຼງລາຍງານຜົນງານລັດຖະບານ ໂດຍລະບຸວ່າ: ໃນໄລຍະ 5 ປີ ທີ່ຜ່ານມາ, ລັດຖະບານໄດ້ຊ່ວຍເຫຼືອປະຊາຊົນ ຫຼາຍກວ່າ 68 ລ້ານຄົນ ຫຼຸດພົ້ນຈາກຄວາມທຸກຍາກ ແລະ ໄດ້ຕັ້ງເປົ້າໝາຍຈະຊ່ວຍປະຊາຊົນອີກ ຫຼາຍກວ່າ 10 ລ້ານຄົນ ໃຫ້ພົ້ນຈາກຄວາມທຸກຍາກ ພາຍໃນປີ 2018 ນີ້.