ຂ່າວຕ່າງປະເທດລາຍງານ ໃນວັນທີ 20 ມີນາ ວ່າ: ມາເລເຊຍ ໝັ້ນໃຈວ່າ ທຸລະກິດການທ່ອງທ່ຽວດ້ານສຸຂະພາບ ຈະມີລາຍໄດ້ເພີ່ມຂຶ້ນສອງເທົ່າ ພາຍໃນປີ 2020 ດ້ວຍການເນັ້ນຈັບກຸ່ມຄູ່ຮັກຊາວຈີນ 90 ລ້ານຄົນ ທີ່ຕ້ອງການຕັ້ງຄັນລູກຄົນທີສອງ ຫຼັງຈາກທີ່ທາງການຈີນ ຍົກເລີກນະໂຍບາຍໃຫ້ມີລູກພຽງຄົນດຽວ.

ປະທານສະພາການເດີນທາງເພື່ອສຸຂະພາບມາເລເຊຍ ເຊິ່ງຢູ່ພາຍໃຕ້ການເບິ່ງແຍງຂອງ ກະຊວງສາທາລະນະສຸກ ຄາດການວ່າ: ໃນບັນດາຄູ່ຮັກຊາວຈີນ 90 ລ້ານຄົນ ທີ່ຕ້ອງການມີລູກຄົນທີສອງ ປະມານ 40 ລ້ານຄູ່ ມີອາຍຸບໍ່ຕ່ຳກວ່າ 40 ປີ; ສະນັ້ນ, ຈຶ່ງຖືເປັນໂອກາດທາງການຄ້າໃຫ້ແກ່ເຕັກໂນໂລຊີຊ່ວຍການມີລູກ ທີ່ມາເລເຊຍມີຄວາມໄດ້ປຽບໃນເລື່ອງນີ້.

ນອກຈາກນີ້, ການເຮັດເດັກຫຼອດແກ້ວຂອງມາເລເຊຍ ມີຄວາມສຳເລັດປະມານ 66% ທຽບກັບອັດຕາສະເລ່ຍທົ່ວໂລກທີ່ສຳເລັດ 50% ຈຶ່ງໝັ້ນໃຈວ່າ ມາເລເຊຍຈະສາມາດປະກາດຕົວເປັນສູນກາງການຈະເລີນພັນຂອງພາກພື້ນໄດ້.

ໃນປີ 2017, ມາເລເຊຍ ມີນັກທ່ອງທ່ຽວດ້ານສຸຂະພາບຊາວຈີນເພີ່ມຂຶ້ນ 20% ເມື່ອທຽບກັບປີກ່ອນແລ້ວ ຖືວ່າຫຼາຍເປັນອັນດັບສອງ ຮອງຈາກນັກທ່ອງທ່ຽວດ້ານສຸຂະພາບຊາວຫວຽດນາມ ທີ່ເພີ່ມຂຶ້ນ 83%, ເຮັດໃຫ້ມາເລເຊຍຫຼຸດການເພິ່ງພານັກທ່ອງທ່ຽວສຸຂະພາບຊາວອິນໂດເນເຊຍ ທີ່ເຄີຍຄອງສ່ວນແບ່ງຕະຫຼາດເຖິງ 60%.