ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເປີດຂະບວນການແຂ່ງຂັນຮັກຊາດ-ພັດທະນາ ຕິດພັນກັບຂະບວນການ 3 ຫຼຸດ 3 ເພີ່ມ, ຂະບວນການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ໃນຂົງເຂດການຄ້າ ໄລຍະ 2017-2020 ໃນທ້າຍອາທິດຜ່ານມາ, ທີ່ຕະຫຼາດໂນນຄໍ້ ໂດຍທ່ານ ສົມປະສົງ ສະຫງວນວົງ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນວ, ມີຮອງເຈົ້າເມືອງ, ຫົວໜ້າຫ້ອງການ, ເຈົ້າຂອງຕະຫຼາດພາຍໃນເມືອງ ແລະ ແຂກຮັບເຊີນເຂົ້າຮ່ວມ.

ທ່ານ ນາງ ພິດສະໄໝ ຕົ້ນສະຫວັນ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າ ກ່າວວ່າ: ໂດຍປະຕິບັດຕາມຂໍ້ຕົກລົງສະບັບ ເລກທີ 001/ຈມ.ມຊຖ, ລົງວັນທີ 5 ມັງກອນ 2018 ວ່າ ດ້ວຍການເປີດຂະບວນການແຂ່ງຂັນຮັກຊາດ-ພັດທະນາ ຕິດພັນກັບຂະບວນການ 3 ຫຼຸດຄື: ຫຼຸດຜ່ອນຢາເສບຕິດ, ຫຼຸດຜ່ອນອຸບັດຕິເຫດຕາມທ້ອງຖະໜົນຄວາມແອອັດ ແລະ ຫຼຸດຜ່ອນອັກຄີໄພ; 3 ເພີ່ມ ແມ່ນເພີ່ມລາຍຮັບ, ເພີ່ມຄວາມຮັບຜິດຊອບປະຕິບັດໜ້າທີ່ ແລະ ເພີ່ມຄວາມສາມັກຄີແກ້ໄຂບັນຫາຄວາມຫຍຸ້ງຍາກຢູ່ ນວ ແລະ 3 ຂະບວນການຄື: ຂະບວນການຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ, ຂະບວນການຈັດສັນຄວາມເປັນລະບຽບຮຽບຮ້ອຍ ແລະ ແກ້ໄຂອຸບັດຕິເຫດຕາມທ້ອງຖະໜົນ ແລະ ຂະບວນການເກັບລາຍຮັບຂອງເມືອງໄຊເສດຖາ ໄລຍະປີ 2017-2020; ໂດຍສະເພາະແມ່ນຂະບວນການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຂົງເຂດການຄ້າ, ເຊິ່ງມີ 2 ກິດຈະກໍາຈະໄດ້ປະຕິບັດຄື: 1 ຈັດສັນຄວາມບໍ່ເປັນລະບຽບໃນ ຕະຫຼາດ, ຈັດສັນແມ່ຄ້າຂາຍຍົກ-ຂາຍຍ່ອຍ ແລະ ຈັດສັນເປັນໝວດສິນຄ້າ, ຫ້າມຊື້-ຂາຍສິນຄ້າ ທີ່ຜິດກົດໝາຍ ແລະ ຈັດສັນແມ່ຄ້າບໍ່ໃຫ້ວາງຂາຍເກີນຂອບເຂດຮ້ານຂອງຕົນ; 2 ຈັດສັນການຂາຍເຄື່ອງຊະຊາຍຢູ່ຂອບເຂດອ້ອມຮອບໜ້າຕະຫຼາດ ພ້ອມທັງກວດກາຜູ້ປະກອບການທຸລະກິດທີ່ບໍ່ຖືກຕ້ອງເຮັດຜິດຕໍ່ລະບຽບກົດໝາຍ.

ຈາກຈຸດປະສົງ ແລະ ເປົ້າໝາຍຂອງຂັ້ນເທິງນັ້ນ ຫ້ອງການອຸດສາຫະກໍາ ແລະ ການຄ້າໄດ້ຮ່ວມກັບຕະຫຼາດໂນນຄໍ້ເປັນການຈັດສັນໃນຂົງເຂດການຄ້າ ໂດຍສະພາະແມ່ນໃນຕະຫຼາດ ເຊິ່່ງຖືເອົາຕະຫຼາດໂນນຄໍ້ ເປັນຈຸດສຸມຮ່ວມກັບຄະນະນຳຂັ້ນນະຄອນຫຼວງ ຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຂົງເຂດການຄ້າໃຫ້ສໍາເລັດພາຍໃນເດືອນມີນາ 2018; ໃນລະຫວ່າງເດືອນເມສາ-ເດືອນມິຖຸນາ 2018 ແມ່ນຈະສືບຕໍ່ລົງຈັດສັນແຕ່ລະຕະຫຼາດພາຍໃນ ເມືອງໄຊເສດຖາ ຄື: ຕະຫຼາດໄຮ່ຄໍາ, ຕະຫຼາດ 5 ແຍກດົງຈອງ, ຕະຫຼາດຄໍາສະຫວາດ, ຕະຫຼາດເມືອງນ້ອຍ, ຕະຫຼາດນາຄວາຍ, ຕະຫຼາດໂພນເຄັງ, ຕະຫຼາດໜອງໜ່ຽງ.

ພ້ອມນີ້, ກໍຈະແກ້ໄຂບັນດາຕະຫຼາດທີ່ບໍ່ມີໃບອະນຸຍາດ ແລະ ຊຸມຊົນຂາຍເຄື່ອງທີ່ຈະເກີດໜໍ່ແໜງເປັນຕະຫຼາດ ເຊັ່ນ: ຕະຫຼາດທະວີໂຊກ ແມ່ນໃຫ້ຂໍອະນຸຍາດໃຫ້ຄົບຖ້ວນ, ມາດຕະການຕໍ່ຜູ້ລະເມີດແມ່ນຈະໄດ້ສຶກສາອົບຮົມ, ກ່າວເຕືອນເຮັດບົດບັນທຶກ, ຖ້າປະຕິບັດບໍ່ໄດ້ແມ່ນໃຊ້ມາດຕະການປັບໃໝຕາມລະບຽບຂອງຂະແໜງການທີ່ກ່ຽວຂ້ອງວາງອອກ ແລະ ໃນກໍລະນີຮ້າຍແຮງແມ່ນຈະໃຫ້ຢຸດເຊົາດໍາເນີນກິດຈະການ.