ທາງດ້ານສະຫະພາບເອີຣົບ ຖະແຫຼງການໃນວັນທີ 19 ມີນາ ທີ່ຜ່ານມາວ່າ: ອາດມີກຳນົດຍຸດທະສາດໄລຍະສັ້ນທີ່ມຸ່ງເນັ້ນການປ້ອງກັນການໃຊ້ສະກຸນເງິນດິຈີຕອນ ໃນການຟອກເງິນ ແລະ ສະກັດແຫຼ່ງເງິນທຶນຂອງກຸ່ມກໍ່ການຮ້າຍ ພ້ອມກັບເຕືອນຜູ້ບໍລິໂພກກ່ຽວກັບຄວາມສ່ຽງໃນການຊື້-ຂາຍສະກຸນເງິນດັ່ງກ່າວ.

ລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານກາງ ຈາກກຸ່ມປະເທດ G20 ໄດ້ເລີ່ມປະຊຸມກັນໃນວັນທີ 19 ມີນາ ຕາມເວລາທ້ອງຖິ່ນ ໃນນະຄອນຫຼວງບົວໂນສໄອເຣສ ປະເທດອາກຊັງຕິນ ເຊິ່ງໄດ້ສິ້ນສຸດລົງໃນວັນທີ 20 ມີນາ ທີ່ຜ່ານມາ ໂດຍວາລະກອງປະຊຸມໄດ້ຄອບຄຸມເຖິງການເບິ່ງແຍງສະກຸນເງິນດິຈີຕອນ ແລະ ການຫຼີກລ່ຽງນະໂຍບາຍກີດກັນທາງການຄ້າ ລວມທັງການຈັດເກັບພາສີບໍລິສັດທີ່ດຳເນີນທຸລະກິດ ອີ-ຄອມເມີດ ລະຫວ່າງປະເທດ.

ກອງປະຊຸມຄັ້ງນີ້, ຖືວ່າເປັນຄັ້ງທຳອິດຂອງ G20 ຫຼັງຈາກທີ່ ສະະລັດ ອາເມລິກາ ປະກາດເກັບພາສີນຳເຂົ້າເຫຼັກ ແລະ ອາລູມີນຽມ ເຊິ່ງເຮັດໃຫ້ເກີດຄວາມວິຕົກກັງວົນ ກ່ຽວກັບ ການດຳເນີນນະໂຍບາຍກີດກັນທາງການຄ້າ ເຊິ່ງຄາດວ່າກອງປະຊຸມຈະອອກຖະແຫຼງການ ສະໜັບສະໜູນນະໂຍບາຍການຄ້າເສລີ.

ນອກຈາກນີ້, ທາງການຍີ່ປຸ່ນ ຈະຮຽກຮ້ອງໃຫ້ G20 ເພີ່ມຄວາມພະຍາຍາມໃນການປ້ອງກັນບໍ່ໃຫ້ມີການໃຊ້ສະກຸນເງິນດິຈີຕອນໃນການຟອກເງິນ ໂດຍຍີ່ປຸ່ນຖືວ່າເປັນປະເທດທຳອິດຂອງໂລກ ທີ່ມີການຈັດຕັ້ງລະບົບແຫ່ງຊາດໃນການເບິ່ງແຍງການຊື້-ຂາຍສະກຸນເງິນດິຈີຕອນ; ຂະນະທີ່, ຝຣັ່ງ ແລະ ເຢຍລະມັນ ລະບຸວ່າ: ຈະມີການຍື່ນຂໍ້ສະເໜີຮ່ວມກັນ ເພື່ອຄວບຄຸມຕະຫຼາດສະກຸນເງິນດັ່ງກ່າວ.