ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດງານແຂ່ງຂັນປະກວດຮ້ອງເພງ ແລະ ຂັບລໍາສຽງດີ ປະຈໍາປີ 2018 ໃນວັນທີ 16 ມີນານີ້, ເຂົ້າຮວ່ມໂດຍ ພັອ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ, ມີບັນດາຄະນະພັກ-ຄະນະນໍາ, ຫົວໜ້າກົມ-ຮອງກົມ, ພະນັກງານ-ນັກຮົບ, ພ້ອມດ້ວຍນັກຮ້ອງສຽງດີທີ່ມາຈາກອ້ອມຂ້າງກົມໃຫຍ່ການເມືອງເຂົ້າຮ່ວມ.


ງານປະກວດຮ້ອງເພງ ແລະ ຂັບລໍາສຽງດີໃນຄັ້ງນີ້ ເພື່ອເປັນການຂໍ່ານັບຮັບຕ້ອນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 63 ປີ ( 22 ມີນາ 1955-22 ມີນາ 2018 ), ວັນສ້າງຕັ້ງກໍາລັງ ປກສ ປະຊາຊົນ ຄົບຮອບ 57 ປີ ( 5 ເມສາ 1961-5 ເມສາ 2018 ), ພ້ອມທັງເປັນການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ໃຫ້ເປັນຂະບວນການຟົດຟື້ນມ່ວນຊື່ນ ແລະ ເປັນການປົກປັກຮັກສາ-ເສີມຂະຫຍາຍວັດທະນະທໍາ, ຮີດຄອງປະເພນີ, ມູນເຊື້ອອັນດີງາມຂອງພັກ-ຂອງຊາດ ໃຫ້ຢູ່ຄຽງຄູ່ກັບຊາວລາວ ເຮົາຕະຫຼອດໄປ ເຊິ່ງການແຂ່ງຂັນໃນຄັ້ງນີ້ໄດ້ແບ່ງອອກເປັນ 2 ປະເພດຄື: ປະເພດຮ້ອງເພງ ແລະ ປະເພດຂັບລໍາ; ໃນນັ້ນ, ມີຜູ້ເຂົ້າປະກວດແຂ່ງຂັນທັງໝົດ 20 ຄົນ ຍິງ 3 ຄົນ ທີ່ມາຈາກກົມກອງອ້ອມຂ້າງກົມໃຫຍ່ການເມືອງ.


ຜ່ານການແຂ່ງຂັນປະເພດຮ້ອງເພງ ຊະນະເລີດໄດ້ແກ່: ນັກຮ້ອງຈາກຄະນະບັນນາທິການຂ່າວສານ ປກສ, ອັນດັບທີ 2 ໄດ້ແກ່ຫ້ອງການເມືອງ ແລະ ອັນດັບທີ 3 ໄດ້ແກ່ໂຮງຮຽນວັດທະນະທໍາຊົນເຜົ່າເດັກກໍາພ້າຫຼັກ 67; ສໍາລັບປະເພດຂັບລໍາ ຊະນະເລີດໄດ້ແກ່: ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ, ອັນດັບ 2 ໄດ້ແກ່ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງ ປກສ ແລະ ອັນດັບທີ 3 ໄດ້ແກ່ຫ້ອງການເມືອງ, ຜູ້ທີ່ຕິດອັນດັບ ແມ່ນໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມດ້ວຍເງິນລາງວັນຈໍານວນໜຶ່ງ ໂດຍການໃຫ້ກຽດມອບຂອງທ່ານຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ.