ຫ້ອງການເມືອງກອງບັນຊາການປ້ອງກັນທີ່ຕັ້ງ (ປຕ) ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2017 ແລະ ວາງທິດທາງແຜນການ ປະຈຳປີ 2018 ຂຶ້ນໃນທ້າຍອາທິດທີ່ຜ່ານມາ ໂດຍການເປັນປະທານຂອງ ພັອ ບົວພັນ ຍໍລະວົງສາ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ ມີຄະນະພັກ, ຄະນະບັນຊາ ພະນັກງານຫຼັກແຫຼ່ງອ້ອມຂ້າງທົ່ວກອງບັນຊາການເຂົ້າຮ່ວມ.

ພັທ ນາງ ບຸນທ່ຽງ ພົມແພງມີ ຫົວໜ້າຫ້ອງການເມືອງ ກອງບັນຊາການປ້ອງກັນທີ່ຕັ້ງ ໄດ້ຜ່ານບົດສະຫຼຸບໃນໄລຍະ 1 ປີຜ່ານມາ ທີ່ສາມາດເຮັດສຳເລັດໜ້າທີ່ຫຼາຍດ້ານ ເປັນຕົ້ນແມ່ນວຽກງານປັບປຸງກົງຈັກການຈັດຕັ້ງຢ່າງຕໍ່ເນື່ອງ, ສ້າງພະນັກງານສືບທອດປ່ຽນແທນ ແລະ ຮັບກຳລັງໃໝ່, ກໍາລັງທົດແທນ, ສັບປ່ຽນບ່ອນປະຈຳການ, ຮັບຂໍ້ຕົກລົງກົມໃຫຍ່ການເມືອງ ວ່າດ້ວຍການສັບຊ້ອນພະນັກງານສຳເລັດການສຶກສາລະບົບຕ່າງໆ, ປະກອບມີຊັ້ນກາງ 26 ສະຫາຍ, ປະລິນຍາຕີ 15 ສະຫາຍ, ເຊື່ອມຕໍ່ 1 ສະຫາຍ, ສົ່ງໄປຮຽນບຳລຸງ 3 ເດືອນ 7 ສະຫາຍ, ບຳລຸງທິດສະການເມືອງ 5 ເດືອນ 2 ສະຫາຍ, ຮຽນ ປກສ ຊັ້ນກາງ 31 ສະຫາຍ, ປະລິນຍາຕີພາຍໃນ 14 ສະຫາຍ, ເຊື່ອມຕໍ່ 5 ສະຫາຍ, ປະລິນຍາໂທ 1 ສະຫາຍ, ຮຽນຕ່າງປະເທດ 2 ສະຫາຍ, ຍ້າຍໄປຢູ່ກົມກອງອື່ນ 6 ສະຫາຍ; ນອກນີ້, ຍັງໄດ້ຮັບຂໍ້ຕົກລົງການເລື່ອນຊັ້ນໃຫ້ພະນັກງານ ຈຳນວນ 658 ສະຫາຍ ປະກອບມີ: ພັນຕີ ຂຶ້ນ ພັນໂທ 20 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 26 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 16 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ 35 ສະຫາຍ, ວາທີ ຂຶ້ນ ຮ້ອຍຕີ 32 ສະຫາຍ, ສິບເອກ ຂຶ້ນ ວາທີ 86 ສະຫາຍ, ສິບໂທ ຂຶ້ນ ສິບເອກ 74 ສະຫາຍ, ສິບຕີ ຂຶ້ນ ສິບໂທ 369 ສະຫາຍ.

ວຽກງານກວດກາ-ປ້ອງກັນກຳລັງ ແລະ ກວດກາຊີວະປະຫວັດການເຄື່ອນໄຫວດຳລົງຊີວິດຂອງສະມາຊິກພັກ-ພະນັກງານນັກຮົບ ຢູ່ພາຍໃນຄວາມຮັບຜິດຊອບຂັ້ນຕ່າງໆ, ສາມາດເກັບກຳປະກົດການຫຍໍ້ທໍ້ໄດ້ທັງໝົດ 25 ເລື່ອງ, ແກ້ໄຂສຳເລັດ 14 ເລື່ອງ, ແກ້ໄຂຍັງບໍ່ທັນແລ້ວ 11 ເລື່ອງ, ຖືກປະຕິບັດວິໄນ 3 ສະຫາຍ, ກວດກາເອກະສານແຈ້ງຊັບສິນລາຍຮັບ-ລາຍຈ່າຍ ທົ່ວກອງບັນຊາການ ປະຈຳປີ 2017 ມີ 988 ສະບັບ, ຕິດຕາມກວດກາປະກົດການຫຍໍ້ທໍ້ 4 ຫ້ອງ, 3 ກອງພັນ, ກອງຮ້ອຍເອກະລາດ, ໂຮງຮຽນນາຍສິບຢ່າງຕໍ່ເນື່ອງ, ຂຶ້ນແຜນລົງຝຶກອົບຮົບໃຫ້ຜູ້ທີ່ມີປະກົດການຫຍໍ້ທໍ້ປະເພດກາງ-ອ່ອນ ປະຈຳປີ 2017 ສຳເລັດ, ຄຸ້ມຄອງປະຫວັດພະນັກງານຍານພາຫະນະ, ບັດເຂົ້າ-ອອກກະຊວງ, ປ້າຍຊື່ພະນັກງານທົ່ວກອງບັນຊາການປ້ອງກັນທີ່ຕັ້ງສຳເລັດ ແລະ ລົງຊຸກຍູ້ແກ້ໄຂໜີ້ສິນຂອງພະນັກງານຢືມເງິນທະນາຄານມີ 3 ຄັ້ງ.

ສຳລັບທິດທາງແຜນການ ຈຸດສຸມປີ 2018 ແມ່ນສືບຕໍ່ຈັດຕັ້ງປະຕີບັດຕາມແຜນງານໃຫຍ່ທີ 2 ແລະ 1 ໂຄງການຂອງກອງບັນຊາການປ້ອງກັນທີ່ຕັ້ງວາງອອກ ຄຽງຄູ່ກັບວຽກງານສຶກສາອົບຮົມການເມືອງ-ແນວຄິດ, ວຽກງານກໍ່ສ້າງພັກ, ວຽກງານຈັດຕັ້ງກໍ່ສ້າງກຳລັງ, ວຽກງານກວດກາປ້ອງກັນກຳລັງ, ວຽກງານນະໂຍບາຍ-ປະກັນສັງຄົມ, ວຽກງານເສນາທິການ ແລະ ວຽກງານອົງການຈັດຕັ້ງມະຫາຊົນ.