ໃນຕອນບ່າຍຂອງວັນທີ 18 ມີນານີ້, ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີ (ຮອງ ລມຕ) ກະຊວງ ປກສ ແລະ ພົຈວ ສົມຈັນ ແກ້ວຈັນດາ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງພະບາງ ພ້ອມດ້ວຍຄະນະນຳຂັ້ນກະຊວງ ແລະ ປກສ ແຂວງ ໄດ້ຕ້ອນຮັບ ພົທ ຈໍ ສະເວ ລັດຖະມົນຕີ ກະຊວງພາຍໃນ ແຫ່ງສາທາລະນະລັດ ສະຫະພາບມຽນມາ (ສສ ມຽນມາ) ພ້ອມດ້ວຍຄະນະຜູ້ແທນຂັ້ນສູງກະຊວງພາຍໃນແຫ່ງ ສສ ມຽນມາ ຢູ່ສະໜາມບິນແຂວງຫຼວງພະບາງ ທີ່ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ທີ່ຈະມີຂຶ້ນຢູ່ນະຄອນຫຼວງວຽງຈັນ.

ພົທ ຈໍ ສະເວ ໄດ້ສະແດງຄວາມຂອບໃຈທ່ານຮອງ ລມຕ ກະຊວງ ປກສ ແລະ ພົຈວ ສົມຈັນ ແກ້ວຈັນດາ ພ້ອມຄະນະ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້; ຫຼັງຈາກນັ້ນ, ໃນຕອນຄໍ່າຂອງວັນດຽວກັນ ພົຈວ ສົມຈັນ ແກ້ວຈັນດາ ໄດ້ເປັນກຽດຈັດພິທີບາສີສູຂວັນຕາມຮີດຄອງປະເພນີລາວໃຫ້ຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນ ແຫ່ງ ສສ ມຽນມາ ແລະ ຄະນະນຳຂັ້ນສູງ ກະຊວງ ປກສ ທີ່ແຂວງຫຼວງພະບາງ.

ເນື່ອງໃນໂອກາດທີ່ ສປປ ລາວ ໄດ້ເປີດປີທ່ອງທ່ຽວລາວ ປີ 2018, ດັ່ງນັ້ນ, ພົຕ ສິນທະວົງ ໄຊຍະກອນ ຖືເປັນກຽດເຊີນທ່ານລັດຖະມົນຕີກະຊວງພາຍໃນ ແຫ່ງສາທາລະນະລັດ ສະຫະພາບມຽນມາ ພ້ອມດ້ວຍຄະນະທ່ຽວຊົມປູສະນິຍະສະຖານທີ່ສຳຄັນຂອງ ແຂວງຫຼວງພະບາງ ເປັນຕົ້ນແມ່ນທາດພູຊີ, ວັດຊຽງທອງ, ຫໍພິພິທະພັນປະທານ ສຸພານຸວົງ (ພະລາດຊະວັງ) ແລະ ຕອນບ່າຍຂອງວັນດຽວກັນ ຍັງໄດ້ເດີນທາງໄປຢ້ຽມຊົມນໍ້າຕົກຕາດກວາງຊີ ເຊິ່ງເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ ແລະ ຂຶ້ນຊື່ວ່າເປັນສະຖານທີ່ທ່ອງທ່ຽວສຳຄັນຂອງ ສປປ ລາວ ກໍຄືຂອງແຂວງຫຼວງພະບາງ; ຈາກນັ້ນ, ຄະນະຜູ້ແທນທັງສອງຝ່າຍໄດ້ເດີນທາງຈາກສະໜາມບິນ ແຂວງຫຼວງພະບາງ ສູ່ສະໜາມບິນສາກົນວັດໄຕ ເພື່ອເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ໃນວັນທີ 20 ມີນາ 2018.