ກອງປະຊຸມປຶກສາຫາລືກ່ຽວກັບບົດບັນທຶກການປະສານງານຮ່ວມ ລະຫວ່າງອົງການກວດສອບແຫ່ງລັດ ແລະ ກໍາມາທິການແຜນການ, ການເງິນ ແລະ ການກວດສອບສະພາແຫ່ງຊາດ ເພື່ອຄົ້ນຄວ້າຫາລືກ່ຽວກັບການເຄື່ອນໄຫວວຽກງານ ແລະ ທິດທາງແຜນການ ປະຈຳປີ 5 ປີ; ໄດ້ຈັດຂຶ້ນໃນລະຫວ່າງວັນທີ 15-16 ມີນາ 2018, ໂດຍການເປັນປະທານຂອງທ່ານ ປອ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ແລະ ທ່ານ ປອ ວິໄລວົງ ບຸດດາຄໍາ ປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບສະພາແຫ່ງຊາດ ມີບັນດາພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ທ່ານ ປອ ນາງ ວຽງທອງ ສີພັນດອນ ກ່າວວ່າ: ອົງການກວດສອບແຫ່ງລັດກັບກໍາມາທິການແຜນການ, ການເງິນ ແລະ ການກວດສອບ ໄດ້ປະສານສົມທົບຮ່ວມກັນຕາມພາລະບົດບາດ, ຂອບເຂດສິດໜ້າທີ່ຂອງແຕ່ລະພາກສ່ວນໃນຂົງເຂດວຽກງານຕ່າງໆ ທີ່ໄດ້ກຳນົດໄວ້ໃນມະຕິຕົກລົງຂອງຄະນະປະຈຳ, ມະຕິກອງປະຊຸມສະພາແຫ່ງຊາດ ແລະ ກົນໄກປະສານງານຂອງສອງອົງການ ເປັນຕົ້ນແມ່ນ: ການສະຫຼຸບລາຍງານການເຄື່ອນໄຫວວຽກງານກວດສອບ 5 ປີ (2012-2016) ແລະ ທິດທາງປະຈໍາ 5 ປີ (2017-2021) ຂອງອົງການກວດສອບແຫ່ງລັດ, ການຄົ້ນຄວ້າປຶກສາຫາລືບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ສົກປີ 2015-2016 ແລະ ການກວດກາຄືນການຈັດຕັ້ງປະຕິບັດຕາມມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 012/ສພຊ, ລົງວັນທີ 31 ຕຸລາ 2016 ເພື່ອຮັບປະກັນຄວາມຖືກຕ້ອງດ້ານຕົວເລກລາຍຮັບ, ລາຍຈ່າຍ, ຊັບສິນ ແລະ ໜີ້ສິນກ່ອນລາຍງານຕໍ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ແລະ ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII, ການປຶກສາຫາລືໃນການຮ່າງເນື້ອໃນມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບການກວດສອບ ແລະ ວຽກງານອື່ນໆ. ເຊິ່ງໃນໄລຍະຜ່ານມາ, ທັງສອງພາກສ່ວນໄດ້ມີຄວາມເປັນເຈົ້າການ ແລະ ມີຄວາມຮັບຜິດຊອບໃນການປະສານສົມທົບເຮັດວຽກຮ່ວມກັນ, ການສະໜອງ ແລະ ແລກປ່ຽນຂໍ້ມູນຂ່າວສານທີ່ຈຳເປັນໃນການຈັດຕັ້ງປະຕິບັດວຽກງານຂອງແຕ່ລະພາກສ່ວນ ແນໃສ່ສະກັດກັ້ນປະກົດການຫຍໍ້ທໍ້ທາງດ້ານແຜນການ-ການເງິນ, ເຮັດໃຫ້ການຄຸ້ມຄອງ ແລະ ນໍາໃຊ້ງົບປະມານຂອງລັດມີຄວາມເຂັ້ມແຂງ, ໂປ່ງໃສ, ມີປະສິດທິພາບ, ປະສິດທິຜົນ ແລະ ສອດຄ່ອງຕາມກົດໝາຍ.

ໃນຕໍ່ໜ້າ, ອົງກວດສອບແຫ່ງລັດ ຈະສືບຕໍ່ຈັດຕັ້ງປະຕິບັດຕາມບົດບັນທຶກການປະສານງານລະຫວ່າງກໍາມາທິການແຜນການ, ການເງິນ ແລະ ການກວດສອບສະພາແຫ່ງຊາດ ແລະ ອົງການກວດສອບແຫ່ງລັດ ສະບັບລົງວັນທີ 1 ກຸມພາ 2018 ຕາມພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຕາມກົດໝາຍກຳນົດໄວ້ເປັນຕົ້ນແມ່ນ: ສ້າງບົດສະຫຼຸບການເຄື່ອນໄຫວວຽກງານກວດສອບ ປະຈຳປີ 2018 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈຳປີ 2019 ສົ່ງໃຫ້ກຳມາທິການແຜນການ, ການເງິນ ແລະ ການກວດສອບບໍ່ໃຫ້ເກີນ 15 ວັນ ລັດຖະການ ກ່ອນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ, ສ້າງບົດສະຫຼຸບລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2017 ແລະ ການກວດສອບຄືນການຈັດຕັ້ງປະຕິບັດຕາມມະຕິກອງປະຊຸມສະພາແຫ່ງຊາດ ສົ່ງໃຫ້ກຳມາທິການແຜນການ, ການເງິນ ແລະ ການສອບບໍ່ໃຫ້ເກີນ 15 ວັນລັດຖະການ ກ່ອນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ, ອົງການກວດສອບປະຈຳພາກ ສ້າງບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານບັນດາແຂວງ-ນະຄອນຫຼວງ ສົ່ງໃຫ້ສະພາປະຊາຊົນຄົ້ນຄວ້າ ແລະ ປະກອບຄຳເຫັນ ແລະ ສ້າງບົດບັນທຶກການປະສານງານ ລະຫວ່າງອົງການກວດສອບປະຈຳພາກກັບສະພາປະຊາຊົນຂັ້ນແຂວງ.