ທ່ານ ປອ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ໂອ້ລົມໃນກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ ຄັ້ງທີ 3 ສະໄໝທີ X ເມື່ອວັນທີ 16 ມີນາ 2018 ໂດຍເນັ້ນໃຫ້ແນວລາວສ້າງຊາດທັງສູນກາງ ແລະ ທ້ອງຖິ່ນ ເອົາໃຈໃສ່ປຸກລະດົມຂົນຂວາຍເຕົ້າໂຮມຄວາມສາມັກຄີພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ ໃຫ້ເຂົ້າໃຈຢ່າງຖືກຕ້ອງກ່ຽວກັບແນວທາງນະໂຍບາຍຂອງພັກ-ລັດຖະບານ ສປປ ລາວ ທີ່ມີຕໍ່ປະຊາຊົນລາວຢູ່ຕ່າງປະເທດ ແລະ ເຊີນຊວນພີ່ນ້ອງຄົນລາວຜູ້ທີ່ບໍ່ເຄີຍມາຢ້ຽມຢາມບ້ານເກີດເມືອງນອນຂອງຕົນ ໃຫ້ອ່ວຍກັບຄືນມາປະກອບສ່ວນສ້າງສາພັດທະນາປະເທດຊາດຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ.

ທ່ານກ່າວຕື່ມອີກວ່າ: ຄະນະກຳມະການສູນກາງແນວລາວສ້າງຊາດ, ແນວລາວສ້າງຊາດ ນັບທັງສູນກາງຮອດທ້ອງຖິ່ນ ແລະ ກຳມະການແນວລາວຢູ່ຕ່າງປະເທດ ຈົ່ງເອົາໃຈໃສ່ເຄື່ອນໄຫວຕາມພາລະບົດບາດຂອງຕົນໃນການປຸກລະດົມຂົນຂວາຍ, ເຕົ້າໂຮມຄວາມສາມັກຄີ, ເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ການພັດທະນາເສດຖະກິດ-ສັງຄົມແຕ່ລະໄລຍະໃຫ້ປະຊາຊົນທຸກຊັ້ນຄົນ ໂດຍສະເພາະແມ່ນພີ່ນ້ອງຊາວລາວ ທີ່ຢູ່ຕ່າງປະເທດຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ ເພື່ອປະກອບສ່ວນຊ່ວຍພັດທະນາ ແລະ ສ້າງສາປະເທດຊາດຕາມເງື່ອນໄຂທ່າແຮງ ແລະ ຄວາມສາມາດຕົວຈິງ ເພື່ອເປັນບ່ອນອີງໃນການສຶກສາອົບຮົມພໍ່-ແມ່ພີ່ນ້ອງ, ປະຊາຊົນປະກອບສ່ວນໃນທຸກວຽກງານລວມ, ທັງຍົກສູງຄວາມຮັບຜິດຊອບ, ຄວາມຫ້າວຫັນ ແລະ ປະດິດສ້າງໃນການເຄື່ອນໄຫວວຽກງານແນວໂຮມ.

ຄຽງຄູ່ກັນນັ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມເຕົ້າໂຮມຄວາມສາມັກຄີສາສະໜາຕ່າງໆເຂົ້າຮ່ວມໃນການປະຕິບັດແນວທາງນະໂຍບາຍຂອງພັກ, ຫຼັກຄຳສອນຂອງບັນດາສາສະໜາຕ່າງໆ, ສືບຕໍ່ຈັດຕັ້ງເຊື່ອມຊຶມເອກະສານຂອງພັກ-ລັດ ໃຫ້ສາສະໜາຕ່າງໆຢູ່ທ້ອງຖິ່ນ ແລະ ປະສານສົມທົບໃນການປັບປຸງທຳມະນູນປົກຄອງໃຫ້ມີຜົນສຳເລັດ. ສຳລັບວຽກງານຊົນເຜົ່າແນວລາວສ້າງຊາດແຕ່ລະຂັ້ນ ກໍຄືຜູ້ຊົງຄຸນວຸດທິ ຈະຕ້ອງໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງແນວຄິດ, ເຕົ້າໂຮມຄວາມສາມັກຄີບັນດາເຜົ່າ, ຊຸກຍູ້ສົ່ງເສີມ ແລະ ປົກປັກຮັກສາຮີດຄອງປະເພນີ, ວັດທະນະທຳອັນດີງາມຂອງບັນດາເຜົ່າ, ກວດກາຄືນຄວາມເຊື່ອຖືທີ່ບໍ່ຖືກຕ້ອງ, ແນວຄິດໄຝ່ຝັນ, ບັນຫາຫຍໍ້ທໍ້ຂອງເຜົ່າ ເພື່ອຊອກວິທີແກ້ໄຂທີ່ເໝາະສົມ.