ໃນວັນທີ 19 ມີນາ 2018 ຫ້ອງການ ປກສ ບໍລິການປະຊາຊົນ ກຸ່ມ V ວັງຊາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືກະກຽມຜ່ານແຜນການຈັດຕັ້ງປະຕິບັດຫັນກໍາລັງລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການຈັດສັນຄວາມເປັນລະບຽບຮ້ອຍຮຽບຮ້ອຍ ປະຈໍາປີ 2018 ເພື່ອເຮັດໃຫ້ອາຊະຍາກໍາຕ່າງໆພາຍໃນກຸ່ມຫຼຸດລົງ. ໂດຍການເຂົ້າຮ່ວມຂອງ ພັທ ຄໍາເກິ່ງ ຈັນສຸລິມາດ ຫົວໜ້າກອງບັນຊາການ ປກສ ເມືອງໄຊເສດຖາ, ມີບັນດາອົງການຈັດຕັ້ງບ້ານທີ່ກ່ຽວຂ້ອງເຂົ້າຮ່ວມ.

ພັຕ ບົວພັນ ພິພັກຂະວົງ ຮອງຫົວໜ້າຫ້ອງການ ປກສ ບໍລິການປະຊາຊົນ ກຸ່ມ V ວັງຊາຍ ໄດ້ກ່າວວ່າ: ການກໍານົດກໍາລັງລົງກໍ່ສ້າງຮາກຖານໃນຄັ້ງນີ້ ມີຫຼາຍພາກສ່ວນມາຈາກ ກະຊວງ ປກສ, ມີພະນັກງານ ປກສ ພາຍໃນກຸ່ມ, ກອງບັນຊາການທະຫານເມືອງ ແລະ ກໍາລັງນັກສຶກສາມາຈາກວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ. ແຕ່ລະຄົນແມ່ນໄດ້ບັນຈຸໃສ່ແຕ່ລະໜ້າວຽກ ເຊິ່ງເຮັດໜ້າທີ່ແກ້ໄຂປະກົດການຫຍໍ້ທໍ້ພາຍໃນກຸ່ມ ເປັນຕົ້ນແມ່ນວຽກງານກວດກາຄຸ້ມຄອງສໍານະໂນຄົວ ຕິດພັນກັບການຈັດສັນລະບຽບສັງຄົມ, ການແກ້ໄຂບັນດາເປົ້າໝາຍທາງອາຍາ, ແກ້ໄຂການເຄື່ອນໄຫວບໍ່ຖືກຕ້ອງຂອງຊາວຕ່າງປະເທດທີ່ມາດໍາລົງຊີວິດ ຢູ່ພາຍໃນບ້ານທີ່ຂຶ້ນກັບ ກຸ່ມ V ວັງຊາຍ ໃຫ້ດໍາລົງຊີວິດໃຫ້ຖືກຕ້ອງຕາມກົດໝາຍ, ວຽກງານແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດ, ມົ້ວສຸມຢາເສບຕິດ ແລະ ແກ້ໄຂຈະລາຈອນແອອັດຕາມທ້ອງຖະໜົນ ແລະ ກຸ່ມແກ້ງກວນເມືອງ, ລົດບໍ່ມີປ້າຍ, ລົດດັດແປງສະພາບເຕັກນິກ ແລະ ອື່ນໆ.

ພັທ ຄໍາເກິ່ງ ຈັນສຸລິມາດ ໄດ້ເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ແລະ ການຈັດຕັ້ງພາກສ່ວນທີ່ກ່ຽວຂ້ອງນໍາເອົາບັນດາເນື້ອໃນຂອງການຜ່ານແຜນການຈັດຕັ້ງປະຕິບັດ ເພື່ອຍົກສູງຄວາມຮັບຮູ້ ສະຕິຄວາມຕື່ນຕົວເປັນເຈົ້າການ, ຄວາມຮັບຜິດຊອບທຸກຂັ້ນໃນການປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບຮອບດ້ານ.