ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ສປປ ລາວ ແລະ ກະຊວງ ທີ່ດິນພື້ນຖານໂຄງລ່າງຂົນສົ່ງການທ່ອງທ່ຽວຍີ່ປຸ່ນ ຮ່ວມກັນຈັດກອງປະຊຸມ ສໍາມະນາການສົ່ງເສີມວຽກງານຮັບປະ ກັນຄຸນນະພາບໂຄງການກໍ່ສ້າງພື້ນຖານໂຄງລ່າງ ແລະ ເຕັກໂນໂລຊີກໍ່ສ້າງຂົວທາງຂຶ້ນ ໃນວັນທີ 19 ມີນາ 2017 ເພື່ອເຮັດໃຫ້ວຽກງານໂຄງການດັ່ງກ່າວມີຄຸນ ນະພາບສູງ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງ ຍທຂ ແລະ ທ່ານ Takeshi HIKIHARA ເອກ ອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ມີບັນດາພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ທ່ານ ສັນຕິສຸກ ສິມມາລາວົງ ກ່າວ ວ່າ: ໂດຍປະຕິບັດຕາມບົດບັນທຶກດັ່ງ ກ່າວຂອງທັງສອງກະຊວງ ຈຶ່ງໄດ້ຈັດກອງປະຊຸມສໍາມະນາການສົ່ງເສີມວຽກ ງານຮັບປະກັນຄຸນນະພາບໂຄງການກໍ່ ສ້າງພື້ນຖານໂຄງລ່າງ ແລະ ເຕັກໂນ ໂລຊີກໍ່ສ້າງຂົວທາງຂຶ້ນເພື່ອເປັນການລິ  ເລີ່ມໃນການກໍ່ສ້າງພື້ນຖານໂຄງລ່າງໃຫ້ ມີຄຸນນະພາບດີຂຶ້ນກວ່າເກົ່າ ແລະ ທົນ  ທານຕໍ່ການປ່ຽນແປງດິນຟ້າອາກາດໃນ ປັດຈຸບັນ, ພ້ອມທັງເປັນການຮຽນຮູ້ເອົາ ເຕັກໂນໂລຊີທີ່ທັນສະໄໝຂອງປະເທດ ຍີ່ປຸ່ນ ມາໝູນໃຊ້ເຂົ້າໃນການກໍ່ສ້າງຢູ່ ສປປ ລາວ ໃຫ້ສາມາດຮອງຮັບການເຊື່ອມຈອດດ້ານການຂົນສົ່ງກັບບັນດາປະເທດໃກ້ຄຽງ ແລະ ພາກພື້ນ; ການ ສໍາມະນາຄັ້ງນີ້, ຈະເປັນບົດຮຽນອັນລໍ້າຄ່າໃຫ້ແກ່ນັກວິຊາການຂອງລາວໄດ້ຮຽນຮູ້ແລກປ່ຽນບົດຮຽນ ແລະ ປະ ສົບການໃນການກໍ່ສ້າງຂົວທາງນໍາບັນດາຊ່ຽວຊານຂອງຍີ່ປຸ່ນ ເປັນຕົ້ນແມ່ນ: ເຕັກນິກການກໍ່ສ້າງຂົວຢູ່ຕາມຕົວເມືອງ ແອອັດ, ເຕັກນິກການກໍ່ສ້າງເສັ້ນທາງຍົກລະດັບທີ່ວ່ອງໄວທັນສະໄໝ ແລະ ອື່ນໆ; ສະນັ້ນ, ຫວັງຢ່າງຍິ່ງວ່ານັກສໍາມະນາກອນລາວທີ່ເຂົ້າຮ່ວມໃນຄັ້ງນີ້ ຈະສາມາດຮຽນຮູ້ ແລະ ເຊື່ອມຊຶມເອົາຄວາມ ຮູ້ພື້ນຖານນໍາຊຽວຊານຍີ່ປຸ່ນ ໃຫ້ໄດ້ຫຼາຍທີ່ສຸດ.

ໃນຊຸມປີຜ່ານມາ, ໄດ້ມີຫຼາຍໂຄງການທີ່ກໍ່ສ້າງສໍາເລັດຈາກການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ເຊິ່ງສະແດງອອກຄື: ໂຄງການກໍ່ສ້າງຂົວ 51 ແຫ່ງ ຕາມເສັ້ນທາງເລກທີ 13 ໃຕ້,  ໂຄງການກໍ່ສ້າງຂົວຂ້າມນໍ້າຂອງປາກເຊ, ໂຄງການຍົກລະດັບທາງເລກ 9 ໃຫ້ສາ ມາດຮອງຮັບນໍ້າໜັກການບັນທຸກ 11 ໂຕນຕໍ່ເພົາຕາມມາດຕະຖານຂອງອາຊຽນ, ຂົວຂ້າມນໍ້າຂອງມິດຕະພາບລາວ -ໄທ ແຫ່ງທີ 2 ສະຫວັນນະເຂດ-ມຸກ ດາຫານ, ໂຄງການກໍ່ສ້າງຕາຝັ່ງເຈື່ອນ, ໂຄງການຂະຫຍາຍອາຄານສະໜາມບິນສາກົນວັດໄຕ ໄລຍະ 2 ທີ່ກໍາລັງກໍ່ສ້າງ ໂດຍຄາດວ່າຈະສໍາເລັດໃນທ້າຍເດືອນ  ມິຖຸນາ 2018 ແລະ ໂຄງການກໍ່ສ້າງຂົວ  2 ແຫ່ງທີ່ກໍາລັງກໍ່ສ້າງ ຕາມເສັ້ນທາງເລກ 9; ນອກນີ້, ກະຊວງ ຍທຂ ລາວ ແລະ  ກະຊວງທີ່ດິນພື້ນຖານໂຄງລ່າງຂົນສົ່ງ ແລະ ການທ່ອງທ່ຽວຍີ່ປຸ່ນ ຍັງໄດ້ເຊັນສັນຍາບົດບັນທຶກການຮ່ວມມືດ້ານວຽກງານຂົນສົ່ງຮ່ວມກັນໃນປີ 2013 ແລະ  ບົດບັນທຶກການຮ່ວມມືກ່ຽວກັບການກໍ່ສ້າງຂົວທາງ ປີ 2014 ເພື່ອເປັນບ່ອນ ອີງໃນການສ້າງຄວາມຂີດສາມາດໃຫ້ ແກ່ພະນັກງານຂອງຂະແໜງການ ຍທຂ ເປັນຕົ້ນແມ່ນ: ໂຄງການສ້າງຂີດຄວາມສາມາດໃນການຄຸ້ມຄອງ ແລະ ສ້ອມແປງທາງຢູ່ແຂວງສະຫວັນນະເຂດ ແລະ ແຂວງວຽງຈັນ ໂດຍໄດ້ເອົາພະນັກງານລາວໄປຝຶກອົບຮົມ ແລະ ທັດສະນະສຶກສາກ່ຽວກັບການພັດທະນາພື້ນຖານໂຄງລ່າງຢູ່ປະເທດຍີ່ປຸ່ນ.