ຄະດີທ້າວ ສິນໄຊຢາງ ອາຍຸ 30 ປີ ບ້ານຖໍ້າດິນ ເມືອງລ້ອງຊານ ແຂວງໄຊສົມບູນ ທີ່ກໍ່ເຫດຄາດຕະກໍາ ນາງ ແຈະວື ອາຍຸ 50 ປີ ບ້ານດອນທາດ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນວັນທີ 9 ກຸມພາ 2018 ຢູ່ເຮືອນພັກແຫ່ງໜຶ່ງເຂດບ້ານຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ຫຼ້າສຸດເຈົ້າໜ້າທີ່ກອງຕໍາຫຼວດ ສືບສວນ-ສອບສວນຄະດີອາຍາ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ສະຫຼຸບໃຫ້ຮູ້ວ່າ: ຄະດີຄາດຕະກໍາດັ່ງກ່າວ ມີສາເຫດມາຈາກການຂັດແຍ່ງຜົນປະໂຫຍດທີ່ພົວພັນກັບຢາເສບຕິດ.

ຜ່ານການສືບສວນ-ສອບສວນ ທ້າວ ສິນໄຊຢາງ ຮັບສາລະພາບວ່າ: ໄດ້ຮູ້ຈັກກັບກັບ ນາງ ແຈະວື ຜ່ານຄົນແນະນໍາ, ແລະ ໄດ້ມີການຕິດຕໍ່ພົວພັນກັນທາງໂທລະສັບ. ນອກນັ້ນ, ກໍຍັງມີການພົວພັນແບບຊູ້-ສາວ. ໃນໄລຍະທ້າຍປີ 2017, ນາງ ແຈະວື (ຜູ້ເສຍຊີວິດ) ໄດ້ຈ້າງຕົນເອງຂັບລົດຂົນຢາເສບຕິດຈາກແຂວງພາກເໜືອລົງມານະຄອນຫຼວງວຽງຈັນ ແລະ ບໍລິຄໍາໄຊ, ໃນຄ່າຈ້າງ 12.000 ໂດລາສະຫະລັດ, ພາຍຫຼັງຂົນຢາບ້າສໍາເລັດ, ຕົນເອງໄດ້ເງິນຄ່າຈ້າງພຽງແຕ່ 5.000 ໂດລາສະຫະລັດ ສ່ວນທີ່ເຫຼືອຈະຈ່າຍໃຫ້ຕາມຫຼັງ. ມາຮອດໄລຍະເດືອນມັງກອນ 2018, ນາງ ແຈະວື່ ໄດ້ໂທລະສັບຫາຕົນໃຫ້ໄປຂັບລົດຂົນຢາເສບຕິດ ແຕ່ພາກເໜືອລົງມານະຄອນຫຼວງວຽງຈັນ ອີກ. ແຕ່ຕົນກໍຕອບປະຕິເສດ ເພາະຍັງບໍ່ທັນໄດ້ເງິນຄ່າຈ້າງໃນຄັ້ງກ່ອນຄົບຕາມຈໍານວນທີ່ຕົກລົງກັນໄວ້. ແຕ່ ນາງ ແຈະວື ກໍຮັບປາກວ່າຈະໃຫ້ເງິນຄ່າຈ້າງທີ່ເຫຼືອ ໃຫ້, ຈຶ່ງນັດພົບກັນຢູ່ນະຄອນຫຼວງວຽງຈັນ ເພື່ອລົມກັນເລື່ອງຂົນຢາເສບຕິດຕື່ມອີກ.

ມາວັນທີ 9 ກຸມພາ 2018 ຕົນໄດ້ຂີ່ລົດຈັກແຕ່ບ້ານຖໍ້າດິນ ເມືອງລ້ອງຊານ ແຂວງໄຊສົມບູນ ເພື່ອໄປຫານາງ ແຈະວື ຢູ່ນະຄອນຫຼວງວຽງຈັນ, ພໍຂັບຂີ່ມາຮອດຫຼັກ 21 ເມືອງໄຊທານີ ໄດ້ແວ່ຊື້ເຊືອກຍາວປະມານ 50 ຊັງຕີແມັດຕິດຕົວ ເພາະຕົນວາງແຜນໄວ້ ຖ້າຫາກບໍ່ໄດ້ເງິນຄ່າຈ້າງທີ່ຍັງເຫຼືອ ຕົນຈະກໍ່ເຫດຄາດຕະກໍາກັບຜູ້ກ່ຽວ. ຈາກນັ້ນ, ນາງ ແຈະວື ກໍຂີ່ລົດໃຫຍ່ມາກັບຜູ້ຍິງຄົນໜຶ່ງຊື່ ນາງ ໄມຢ່າ ມາຮັບເອົາຕົນຢູ່ໜ້າມະຫາວິທະຍາໄລແຫ່ງຊາດ ແລະ ຕົນເອົາລົດຈັກໄປຝາກໄວ້ນໍາຄົນຮູ້ຈັກ ທີ່ພັກເຊົາຢູ່ຫ້ອງເຊົ່າບ້ານດົງໂດກ. ຈາກນັ້ນ, ພວກຕົນທັງສາມຄົນກໍພາກັນຂີ່ລົດໃຫຍ່ຂອງ ນາງ ແຈະວື ໄປກິນເຂົ້າຢູ່ຮ້ານອາຫານແຫ່ງໜຶ່ງ ບ້ານໂຄກສີວິໄລ ເມືອງໄຊທານີ, ຮອດ 19:30 ໂມງ ຂອງມື້ດຽວກັນ ນາງ ແຈະວື ໄດ້ພາໄປພັກຢູ່ເຮືອນພັກແຫ່ງໜຶ່ງໂດຍ ນາງ ໄມຢ່າ ຖ້າຢູ່ໃນລົດ, ພາຍຫຼັງເຂົ້າຫ້ອງ ນາງ ແຈະວື່ ເຂົາໄປອາບນໍ້າ ຈາກນັ້ນກໍອອກມານັ່ງລົມກັນປະມານ 10 ນາທີ, ຕົນເອງໄດ້ຖາມເອົາເງິນທີ່ຍັງຄ້າງ ແຕ່ນາງ ແຈະວື ກໍບອກໃຫ້ຕົນໄປຂັບຂົນຢາບ້າໃຫ້ຜູ້ກ່ຽວຕື່ມອີກ. ຫຼັງຈາກຂົນຢາບ້າສໍາເລັດຈະຊື້ລົດໃຫຍ່ໃຫ້ ແຕ່ຕົນກໍບອກໃຫ້ຜູ້ກ່ຽວຈ່າຍເງິນທີ່ເຫຼືອ 7000 ໂດລາ ໃຫ້ກ່ອນ, ຈາກນັ້ນ ກໍມີປາກສຽງກັນ.

ໃນຂະນະນັ້ນ, ຕົນໃຈຮ້າຍແຮງລຸກຂຶ້ນເອົາກໍ່າປັ້ນຕີໃສ່ງ່ອນດົ້ນ ນາງ ແຈະວື 1 ບາດ ແລະ ທ້ອງ 2 ບາດ ເຮັດໃຫ້ ນາງ ແຈະວື ລົ້ມລົງພື້ນ. ຈາກນັ້ນ, ຈຶ່ງນໍາເອົາເຊືອກທີ່ກຽມມາຮັດຄໍຜູ້ເສຍຊີວິດ ຈົນໝົດສະຕິແລ້ວໄປລ້າງມືຢູ່ຫ້ອງນໍ້າ ກັບອອກມາໃຊ້ສາຍເຊືອກເສັ້ນເກົ່າ ຮັດຄໍອີກຄັ້ງຈົນແນ່ໃຈວ່າ ນາງ ແຈະວື ເສຍຊີວິດແລ້ວຈຶ່ງຍ່າງອອກມາຫາລົດ. ຈາກນັ້ນ, ນາງ ໄມຢ່າ ໄດ້ຖາມຫາ ນາງ ແຈະວື່ ຄືນານອອກມາຈາກເຮືອນພັກແທ້. ນາງ ໄມຢ່າ ຖາມຫຼາຍຄັ້ງ; ຕົນເອງຈຶ່ງເອົາແຂນກອດຄໍ ພ້ອມທັງເອົາເຊືອກຢູ່ໃນຖົງເສື້ອ ເພື່ອຈະຮັດຄໍ ໃນເວລານັ້ນ ນາງ ໄມຢ່າ ໄຂປະຕູລົດແລ້ວຮ້ອງຄົນຊ່ວຍ, ແລ້ວຕົນເອງຈັບເອົາກະເປົາເງິນໃນລົດແລ່ນໜີຈາກເຮືອນພັກໄປຕາມທາງຮ່ອມເຂດບ້ານດັ່ງກ່າວ ໃນຂະນະນັ້ນທີ່ກໍາລັງຫຼົບໜີ ຖືກພົນລະເມືອງດີຈັບຕົວໄດ້.

ປັດຈຸບັນ, ຄະດີຄາດຕະກໍາດັ່ງກ່າວ ເຈົ້າໜ້າທີ່ກອງຄະດີອາຍາ ເມືອງໄຊທານີ ໄດ້ສອບສວນຂະຫຍາຍຜົນ ເພື່ອຕິດຕາມຜູ້ທີ່ຖືກຊັດທອດພົວພັນກັບການຂົນສົ່ງຢາເສບຕິດໄປສອບສວນຂະຫຍາຍຜົນຕື່ມ ແລະ ກຽມສະຫຼຸບສໍານວນຄະດີສົ່ງໃຫ້ໄອຍະການດໍາເນີນໄປຕາມຂະບວນການຂອງກົດໝາຍຕໍ່ໄປ.