ໜ້າຫຼັກ Tags ສສ ຫວຽດນາມ

Tag: ສສ ຫວຽດນາມ

ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນສາຍພົວພັນຮ່ວມມືຮອບດ້ານ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ແລະ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ( ສສ ຫວຽດນາມ ) ໄດ້ຈັດພິທີພົບປະສອງຝ່າຍ ໃນວັນທີ 19 ມິຖຸນາ 2018, ເພື່ອສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ຮ່ວມມືກັນຮອບດ້ານໃຫ້ແໜ້ນແຟ້ນຍິ່ງຂຶ້ນ; ຝ່າຍລາວນໍາໂດຍ ທ່ານ...

ປະທານແນວລາວສ້າງຊາດ ແຂວງໄຊຍະບູລີ ຕ້ອນຮັບອະດີດສະມາຄົມນັກຮົບເກົ່າ ສສ ຫວຽດນາມ

ທ່ານ ຄໍາສຸກ ທໍ່ ຮອງເລຂາພັກແຂວງ ປະທານແນວລາວສ້າງຊາດ ແຂວງໄຊຍະບູລີ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ວູ ກວາງຍາກ ອະດີດຊ່ຽວຊານທະຫານພາກໃຕ້ລາວ-ແຂວງຝູເທາະ, ມີບັນດາອະດີດພະນັກງານ-ນັກຮົບປະຕິວັດ, ຄະນະປະສານງານກອງພົນ 316 ແຂວງອຽນບາຍ, ອາສາສະໝັກຊາວໜຸ່ມ, ຄອບຄົວນັກຮົບປະຕິວັດ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ ໃນວັນທີ...

ປກຊ-ປກສ ແຂວງຄຳມ່ວນ ແລກປ່ຽນບົດຮຽນກັບ ທະຫານຊາຍແດນ ແຂວງຮ່າຕີ້ງ

ກອງບັນຊາການທະຫານ (ປກຊ) ແລະ ກອງບັນຊາການ ປກສ (ປກສ) ແຂວງຄຳມ່ວນ ສປປ ລາວ ຮ່ວມກັບກອງບັນຊາການທະຫານຊາຍແດນ ແຂວງຮ່າຕີ້ງ ສສ ຫວຽດນາມ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນວັນທີ 30 ພຶດສະພາ 2018 ຢູ່ໂຮງແຮມຫວຽດ-ລາວ, ຄະນະຜູ້ແທນຝ່າຍລາວນຳໂດຍ ພັອ ຄຳພາ ຕາງຊາຍຸດ ຫົວໜ້າການທະຫານກອງບັນຊາການທະຫານ...

2 ປກສ ແຂວງ ລາວ-ຫວຽດນາມ ແລກປ່ຽນບົດຮຽນ

ກອງບັນຊາການ ປກສ ແຂວງຊຽງຂວາງ ສປປ ລາວ ແລະ ກອງບັນຊາການຕໍາຫຼວດ ແຂວງວິງລອງ ສສ ຫວຽດນາມ ໄດ້ພົບປະແລກປ່ຽນບົດຮຽນວຽກງານວິຊາສະເພາະຮ່ວມກັນ ໃນວັນທີ 5 ພຶດສະພາ 2018 ຢູ່ທີ່ໂຮງແຮມຊຽງຂວາງ ໂຮເທວ ຝ່າຍລາວນໍາໂດຍ ພັອ ບຸນລົດ ຄໍາແພງພັນ ຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ,...

ຄະນະກອງບັນຊາການ ປກສ ແຂວງສະຫວັນນະເຂດ ຮັບການອວຍພອນ ເນື່ອງໃນວັນສ້າງຕັ້ງກຳລັງ

ພັອ ສຸດທະສົມ ບຸນນະສິງ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ຮັບການອວຍພອນຈາກ ຄະນະຜູ້ແທນກອງບັນຊາການຕຳຫຼວດ ແຂວງກວາງຈິ ແລະ ຄະນະຜູ້ແທນກອງບັນຊາການທະຫານຊາຍແດນ ແຂວງກວາງຈິ ສສ ຫວຽດນາມ ໃນວັນທີ 12 ເມສາ 2018 ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກຳລັງ ປກສ ຄົບຮອບ 57 ປີ,...