ທ່ານ ຄໍາສຸກ ທໍ່ ຮອງເລຂາພັກແຂວງ ປະທານແນວລາວສ້າງຊາດ ແຂວງໄຊຍະບູລີ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ວູ ກວາງຍາກ ອະດີດຊ່ຽວຊານທະຫານພາກໃຕ້ລາວ-ແຂວງຝູເທາະ, ມີບັນດາອະດີດພະນັກງານ-ນັກຮົບປະຕິວັດ, ຄະນະປະສານງານກອງພົນ 316 ແຂວງອຽນບາຍ, ອາສາສະໝັກຊາວໜຸ່ມ, ຄອບຄົວນັກຮົບປະຕິວັດ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ ໃນວັນທີ 1 ມີຖຸນາ 2018 ທີ່ຫ້ອງວ່າການແຂວງໄຊຍະບູລີ.

ທ່ານ ຄໍາສຸກ ທໍ່ ໄດ້ຕ້ອນຮັບຢ່າງອົບອຸ່ນ ພ້ອມທັງສະແດງຄວາມຊົມເຊີຍຕໍ່ທີມງານອະດີດດັ່ງກ່າວ ທີ່ໄດ້ມີໂອກາດມາຫວນຄືນບ່ອນທີ່ເຄີຍດໍາລົງຊີວິດ, ເຄີຍຮ່ວມສໍາພັນສູ້ຮົບ ແລະ ເຄີຍປະຕິບັດໜ້າທີ່ວຽກງານຢູ່ ສປປ ລາວ, ພ້ອມທັງລາຍງານໂດຍຫຍໍ້ກ່ຽວກັບສະພາບຈຸດພິເສດ, ທີ່ຕັ້ງຂອງແຂວງ ແລະ ບາງສະພາບການອັນພົ້ນເດັ່ນຕໍ່ການຂະຫຍາຍຕົວຂອງເສດຖະກິດໃນຂົງເຂດກະສິກຳ ຕິດພັນກັບການປຸງແຕ່ງ, ການຄ້າ, ການບໍລິການ ແລະ ການທ່ອງທ່ຽວ, ກິດຈະການໂຮງງານຂະໜາດນ້ອຍ, ອຸດສາຫະກຳໄຟຟ້າ ແລະອື່ນໆ, ໂດຍສະເລ່ຍລາຍຮັບໄດ້ 2.510 ໂດລາສະຫະລັດຕໍ່ຄົນຕໍ່ປີ.

ຈາກນັ້ນ, ທ່ານອະດີດຊ່ຽວຊານທະຫານພາກໃຕ້ລາວ ແຂວງຟູ້ເທາະ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຂອງການພັດທະນາເສດຖະກິດ-ສັງຄົມຂອງແຂວງໄຊຍະບູລີ ທີ່ມີທ່ວງທ່າຂະຫຍາຍຕົວວ່ອງໄວ ແລະ ໜັ້ນທ່ຽງ, ພ້ອມທັງອວຍພອນໄຊອັນປະເສີດຕໍ່ສາຍພົວພັນຮ່ວມມື ແລະ ຄວາມສາມັກຄີພິເສດອ້າຍ-ນ້ອງສອງຊາດ ຫວຽດນາມ-ລາວ ແລະ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຊົ່ວກາລະນານ.