ໃນທ້າຍອາທິດຜ່ານມານີ້, ກອງບັນຊາການ ປກສ ແຂວງສະຫວັນນະເຂດ ນຳໂດຍ ພັອ ຄຳພົນ ສີຫາປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ສ້າງຂະບວນການປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ (1 ມີຖຸນາ 2018) ຢູ່ກອງພັນເຄື່ອນທີ່, ໂຮງຮຽນ ປກສ ຊັ້ນກາງເລກ 2 ແລະ ສູນດັດສ້າງ ຫຼັກ 33 ຄຳສະຫວ່າງ, ໂດຍມີຄະນະພັກ, ຄະນະກອງບັນຊາການ ປກສ ແຂວງ, ຄະນະຫ້ອງ, ກອງພັນເຄື່ອນທີ່, ຄະນະສູນດັດສ້າງ ຫຼັກ 33 ຄຳສະຫວ່າງ, ຫົວໜ້າອຳນວຍການໂຮງຮຽນ ປກສ ຊັ້ນກາງເລກ 2, ພະນັກງານຄູ-ອາຈານ ແລະ ນັກຮຽນທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ.

ພັອ ຄຳພົນ ສີຫາປັນຍາ ໃຫ້ຮູ້ວ່າ: ການປູກຕົ້ນໄມ້ຄັ້ງນີ້ ເພື່ອເປັນການອະນຸລັກຮັກສາສິ່ງແວດລ້ອມໃຫ້ມີຄວາມອຸດົມສົມບູນ, ສົມຄູ່ກັບການດຳລົງຊີວິດ ແລະ ເພື່ອເປັນການປູກຈິດສຳນຶກໃຫ້ພະນັກງານ-ນັກຮົບໃນກຳລັງປ້ອງກັນຄວາມສະຫງົບ ທົ່ວແຂວງສະຫວັນນະເຂດຮູ້ປູກ-ຮູ້ຮັກສາປ່າໄມ້ ແລະ ຄຸນປະໂຫຍດຂອງປ່າໄມ້ຕໍ່ການດຳລົງຊີວິດປະຈຳວັນຂອງສິ່ງທີ່ມີຊີວິດ, ເຊິ່ງຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້ປະກອບມີຕົ້ນໄມ້ປະດັບ, ຕົ້ນໄມ້ໃຫ້ຮົ່ມ ແລະ ຕົ້ນໄມ້ໃຫ້ໝາກ ລວມມີ 200 ກວ່າຕົ້ນ ແລະ ເປັນຂະບວນຟົດຟື້ນ.

ໂອກາດດຽວກັນ, ໂຮງຮຽນ ປກສ ຊັ້ນກາງເລກ 2 ໄດ້ຈັດຂະບວນການແຂ່ງຂັນກິລາບານເຕະ ແລະ ບານສົ່ງລະຫວ່າງ ຄະນະກອງບັນຊາການ, ພະນັກງານຄູ-ອາຈານກັບນັກຮຽນ ເພື່ອເປັນການຮັດເເໜ້ນຄວາມສາມັກຄີມີບັນຍາກາດມ່ວນຊື່ນ, ມີສຸຂະພາບແຂງແຮງ ເພື່ອສືບຕໍ່ປະຕິບັດວຽກງານວິຊາສະເພາະທີ່ການຈັດຕັ້ງມອບໝາຍໃຫ້ມີຜົນສຳເລັດ.