ວັນທີ 4 ມິຖຸນາ ຜ່ານມານີ້, ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໄດ້ຈັດພິທີສົ່ງພະນັກງານຢູ່ບັນດາກອງບັນຊາການ ປກສ ເມືອງຂຶ້ນກັບໄປຍົກລະດັບການສຶກສາຢູ່ໂຮງຮຽນ ປກສ ຊັ້ນກາງ ເລກ IV ຮຸ່ນທີ 1 ຢູ່ແຂວງອຸດົມໄຊ, ເຂົ້າຮ່ວມໂດຍ ພັທ ອິນສົມ ທຳລະສິນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ, ມີຄະນະພະແນກຈັດຕັ້ງກໍ່ສ້າງກໍາລັງ, ພະນັກງານ-ນັກຮົບຜູ້ທີ່ຖືກສົ່ງໄປຄົ້ນຄວ້າຮໍ່າຮຽນ ເຂົ້າຮ່ວມ 35 ສະຫາຍ ຍິງ 4 ສະຫາຍ.

ພັທ ອິນສົມ ທຳລະສິນ ກ່າວວ່າ: ການສົ່ງພະນັກງານ-ນັກຮົບໄປຍົກລະດັບການສຶກສາຄັ້ງນີ້ ແມ່ນເປັນການຍົກສູງຄວາມຮູ້-ຄວາມສາມາດວຽກງານວິຊາສະເພາະໃນດ້ານຕ່າງໆ ໃຫ້ມີຄວາມຊຳນິ-ຊຳນານ, ມີຄວາມຄ່ອງແຄ້ວຕໍ່ການປະຕິບັດໃຫ້ຖືກຕ້ອງຕາມຫຼັກການ ແລະ ວິທີການ ເພື່ອຮັບປະກັນໃຫ້ວຽກງານຢູ່ແຕ່ລະຂົງເຂດວຽກງານວິຊາສະເພາະມີປະສິດທິພາບ; ໃນນີ້, ມີນັກຮຽນມາຈາກກອງບັນຊາການ ປກສ ແຂວງ 16 ສະຫາຍ, ປກສ ເມືອງສິງ 7 ສະຫາຍ, ປກສ ເມືອງລອງ 3 ສະຫາຍ, ປກສ ເມືອງຫຼວງນ້ຳທາ 3 ສະຫາຍ, ປກສ ເມືອງວຽງພູຄາ 4 ສະຫາຍ ແລະ ປກສ ເມືອງນາແລ 2 ສະຫາຍ.

ໂອກາດດັ່ງກ່າວ, ພັທ ອິນສົມ ທຳລະສິນ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາສະຫາຍທີ່ມີເງື່ອນໄຂ ແລະ ມີຄວາມຕື່ນຕົວຫ້າວຫັນຄົ້ນຄວ້າຮ່ຳຮຽນຍົກລະດັບທາງດ້ານວິຊາສະເພາະຕຳຫຼວດໃນຊຸດນີ້ ພ້ອມທັງຮຽກຮ້ອງໃຫ້ຜູ້ທີ່ຖືກແຕ່ງຕັ້ງເປັນຫົວໜ້າຄະນະນັກສຶກສາ ປກສ ແຂວງຫຼວງນ້ຳທາ ຈົ່ງເອົາໃຈໃສ່ຄຸ້ມຄອງຕິດຕາມກວດກາການປະຕິບັດລະບຽບຂອງໂຮງຮຽນໃຫ້ເຂັ້ມງວດ, ຄ່ຽງຄູ່ກັນນັ້ນ, ຕ້ອງເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີຮັກແພງພາຍໃນໃຫ້ໜັກແໜ້ນ, ຊ່ວຍເຫຼືອເຊິ່ງກັນແລະກັນໃນທຸກດ້ານ ເພື່ອພ້ອມກັນຄົ້ນຄວ້າຮ່ຳຮຽນໃຫ້ຈົບຕາມຫຼັກສູດການຮຽນ-ການສອນຂອງໂຮງຮຽນວາງອອກຢ່າງຖືກຕ້ອງ ພ້ອມທັງປະຕິບັດລະບຽບວິໄນທີ່ໂຮງຮຽນໄດ້ກຳນົດ ເພື່ອເຮັດໃຫ້ຕົນເອງກາຍເປັນນັກຮຽນດີ-ຮຽນເກັ່ງ ແລ້ວນຳມາກໍ່ສ້າງກົມກອງຕົນເອງສັງກັດໃຫ້ມີຄວາມກ້າວໜ້າຂຶ້ນເລື້ອຍໆ.