ລະຫວ່າງວັນທີ 5-6 ມີນາ 2018, ກອງບັນຊາການ ປກສ ເມືອງທ່າແຂກ ໄດ້ຈັດຕັ້ງເຜີຍແຜ່ກົດໝາຍ ວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ (ສະບັບປັບປຸງ) ໃຫ້ພະນັກງານຫຼັກແຫຼ່ງໄດ້ຮັບ-ຮູ້ເຂົ້າໃຈ, ເຊື່ອມຊຶມ ແລະ ກຳແໜ້ນເນື້ອໃນຄວາມໝາຍ, ຄວາມສຳຄັນຂອງກົດໝາຍດັ່ງກ່າວແລ້ວນຳໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ສອດຄ່ອງ ແລະ ເປັນເອກະພາບກັນໃນຂອບເຂດທົ່ວປະເທດ, ເຂົ້າຮ່ວມເຜີຍແຜ່ໂດຍ ພັທ ພົມມາ ລາບົວລະພາ ຫົວໜ້າກອງບັນຊາການ ປກສ ເມືອງທ່າແຂກ, ມີຄະນະກອງບັນຊາການ ປກສ ເມືອງ ແລະ ພະນັກງານ-ນັກຮົບທົ່ວກອງບັນຊາການ ປກສ ເມືອງ ເຂົ້າຮ່ວມ.

ພັທ ພົມມາລາ ບົວລະພາ ກ່າວວ່າ: ພາຍຫຼັງກົດໝາຍສະບັບດັ່ງກ່າວຜ່ານການຮັບຮອງຈາກສະພາແຫ່ງຊາດ ແລະ ປະທານປະເທດ ກໍໄດ້ອອກລັດຖະດຳລັດປະກາດໃຊ້ ໃນເດືອນມິຖຸນາ 2017 ເປັນຕົ້ນມາ, ເຊິ່ງມີຄວາມສຳຄັນ ແລະ ຈຳເປັນທີ່ສຸດຕໍ່ກຳລັງປ້ອງກັນຄວາມສະຫງົບ; ເຊິ່ງກົດໝາຍສະບັບນີ້ໄດ້ກຳນົດລະອຽດກ່ຽວກັບພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນໃນ ແຕ່ລະຂັ້ນ ລວມທັງວຽກງານນະໂຍບາຍຕ່າງໆສຳລັບກຳລັງ ປກສ ປະຊາຊົນ ເພື່ອໃຫ້ມີຄວາມສະດວກ, ຮັບປະກັນຄວາມຖືກຕ້ອງ ແລະ ເປັນເອກະພາບກັນທັງເປັນບ່ອນອີງໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງແຕ່ລະເຫຼົ່າວິຊາສະເພາະໃນທົ່ວກຳລັງ ປກສ ເພື່ອເຮັດໃຫ້ກຳລັງ ປກສ ຫັນເຂົ້າສູ່ການຄຸ້ມຄອງຂອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ; ເຊິ່ງປະກອບມີ 9 ພາກ ມີ 6 ໝວດ, ມີ 55 ມາດຕາ, ທີ່ໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງໂດຍການເຄື່ອນໄຫວຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ເພື່ອເຮັດໃຫ້ກຳລັງ ປກສ ມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ຊຳນິ-ຊຳນານທາງດ້ານວຽກງານວິຊາສະເພາະ, ມີແບບແຜນວິທີເຮັດວຽກທີກ້າວໜ້າ ແລະ ທັນສະໄໝ.

ຫຼັງຈາກນັ້ນ, ພັທ ແກ້ນຕາ ສັງອອນມະນີ ຮອງຫົວໜ້າກອງບັນຊາການ ປກສ ເມືອງທ່າແຂກ ຍັງໄດ້ຜ່ານເອກະສານວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ ແຂວງຊຽງຂວາງ, ວັນວິລະກຳແຫກຄຸກຄັ້ງມະຫັດສະຈັນຂອງຜູ້ນຳແນວລາວຮັກຊາດ ແລະ ວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ເພື່ອໃຫ້ບັນດາພະນັກງານຫຼັກແຫຼ່ງໄດ້ກຳແໜ້ນເອົາມູນເຊື້ອັນສຳຄັນຂອງບັນດາທ່ານຜູ້ນຳພັກ-ລັດທີ່ມີຄວາມອົງອາດກ້າຫານ, ອົດທົນຜ່ານຜ່າອຸປະສັກນາໆທັງປວງ, ເສຍສະຫຼະເລືອດເນື້ອຂອງຕົນເພື່ອຍາດເອົາເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນມາສູ່ປະຊາຊົນລາວບັນດາເຜົ່າ ແລ້ວນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ວຽກງານການເມືອງຂອງຕົນໃຫ້ເກີດຜົນປະໂຫຍດສູງສຸດ.