ງານວາງສະແດງເຄື່ອງເຮືອນລາວ ຄັ້ງທີ 3 ປະຈໍາປີ 2018 ຈະເປີດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 7-15 ກໍລະກົດ 2018 ນີ້, ຢູ່ທີ່ສູນການຄ້າລາວ-ໄອເຕັກ ແລະ ຄາດວ່າຈະມີເງິນໝູນວຽນຊື້-ຂາຍປະມານ 4,5 ຕື້ກີບ.

ທ່ານ ກອງມາລາ ພົມມາໄລ ຮອງປະທານສະມາຄົມເຟີນີເຈີລາວ ກ່າວໃນງານຖະແຫຼງຂ່າວງານວາງສະແດງເຄື່ອງເຮືອນລາວ ຄັ້ງທີ 3 ປະຈໍາປີ 2018 ໃນວັນທີ 6 ມິຖຸນາຜ່ານມາ ຢູ່ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ວ່າ: ເພື່ອປະຕິບັດຕາມທິດນະໂຍບາຍໃນການສົ່ງເສີມການຜະລິດເຄື່ອງເຟີນີເຈີໄມ້ລາວ ທັງເປັນການໂຄສະນາເຜີຍແຜ່ໃຫ້ສັງຄົມຮັບຮູ້ຜະລິດຕະພັນເຟີນີເຈີລາວຫຼາຍຂຶ້ນ ໃຫ້ຜູ້ຜະລິດສາມາດເຂົ້າ ຫາຕະຫຼາດ ແລະ ຈໍາໜ່າຍໄດ້ທັງພາຍໃນ ແລະ ຕ່າງປະເທດ, ກ້າວເຂົ້າສູ່ການສ້າງຕາໜ່າງການວາງສະແດງ-ຂາຍສິນຄ້າເຟີນີເຈີກັບພາກພື້ນ ແລະ ສາກົນໃນອະນາຄົດ; ດັ່ງນັ້ນ, ສະມາຄົມເຟີນີເຈີລາວ ຈຶ່ງຂຶ້ນແຜນຈັດງານວາງສະແດງເຄື່ອງເຮືອນລາວ ຄັ້ງທີ 3 ປະຈໍາ ປີ 2018 ຂຶ້ນໃນລະຫວ່າງວັນທີ 7-15 ກໍລະກົດນີ້ ຢູ່ທີ່ສູນການຄ້າລາວ-ໄອເຕັກ ໂດຍຈະເຊີນເອົາບັນດາໂຮງງານເຟີນີເຈີ ແລະ ໂຮງງານປຸງແຕ່ງໄມ້ສໍາເລັດຮູບທີ່ເປັນສະມາຊິກສະມາຄົມເຟີນີເຈີລາວ ແລະ ບໍ່ແມ່ນສະມາຊິກຂອງສະມາຄົມ ໃນຂອບເຂດທົ່ວປະເທດເຂົ້າຮ່ວມວາງສະແດງ; ນອກນີ້, ບັນດາໂຮງຊ່າງຫັດຖະກໍາ ແລະ ຮ້ານແກະສະຫຼັກທັງພາຍໃນ ແລະ ນອກສະມາຊິກສະມາຄົມເຟີນີເຈີລາວ, ບັນດາຫົວໜ່ວຍທຸລະກິດຂາຍເຄື່ອງມື, ເຄື່ອງຈັກ, ອຸປະກອນປະກອບ ແລະ ຕົບແຕ່ງເຄື່ອງເຟີນີເຈີ ແລະ ບັນດາໂຮງງານເຟີນີເຈີ ແລະ ປຸງແຕ່ງໄມ້ສໍາເລັດຮູບປະເທດ ເພື່ອບ້ານໃກ້ຄຽງເຂົ້າຮ່ວມວາງສະແດງ; ສະເພາະປະເພດສິນຄ້າທີ່ນໍາມາວາງສະແດງໃນງານຄັ້ງນີ້ປະກອບມີ: ຜະລິດຕະພັນເຄື່ອງເຟີນີເຈີທີ່ຜະລິດດ້ວຍໄມ້, ຫວາຍ, ໄມ້ປ່ອງ ແລະ ຈາກວັດສະດຸເສດເຫຼືອຕ່າງໆທີ່ເຮັດເປັນເຟີນີເຈີ, ຜະລິດຕະພັນຫັດຖະກໍາ ແລະ ເຄື່ອງແກະສະຫຼັກຕ່າງໆ, ເຄື່ອງປະດັບຕົບແຕ່ງ ແລະ ເອ້ຢ້ອງ ພາຍໃນເຮືອນ, ອຸປະກອນປະກອບ-ຮັບໃຊ້, ເຄື່ອງມື-ເຄື່ອງຈັກຕ່າງໆທີ່ກ່ຽວກັບການຜະລິດເຄື່ອງເຟີນີເຈີໄມ້ ລວມທັງໝົດ 170 ຫ້ອງ; ໃນນີ້, ສະເພາະສິນຄ້າໂອດອບ ມີ 20 ຫ້ອງ ຄາດວ່ານັບແຕ່ມື້ເປີດງານຈົນເຖິງປິດງານຈະມີມວນຊົນ ເຂົ້າຮ່ວມປະມານ 250.000 ຄົນ ແລະ ມີເງິນໝູນວຽນຊື້-ຂາຍປະມານ 4,5 ຕື້ກີບ.

ນອກຈາກການວາງສະແດງສິນຄ້າແລ້ວ, ພາຍໃນງານຍັງຈະມີກິດຈະກໍາການສາທິດການຜະລິດເຄື່ອງເຟີນີເຈີໄມ້ ແລະ ແກະສະຫຼັກໄມ້, ມີການຈົກສະຫຼາກຊິງລາງວັນ, ສະແດງສິນລະປະ ແລະ ກິດຈະກໍາອື່ນໆອີກຫຼວງຫຼາຍ.