ບ້ານໄຊສົມບູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບວຽກງານ 5 ປີ (2013-2018) ແລະ ທິດທາງແຜນການ 5 ປີ ໃນວັນທີ 6 ມິຖຸນາ 2018, ເຂົ້າຮ່ວມໂດຍ ພັທ ສີທົນ ຂຽວນາມວົງ ຄະນະປະຈໍາພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ແລະ ທ່ານ ນາງ ສີດາ ບຸນມາ ກໍາມະການພັກເມືອງ ຫົວໜ້າຫ້ອງການພາຍໃນເມືອງໄຊທານີ, ແຂກຮັບເຊີນທີ່ກ່ຽວຂ້ອງ, ຄະນະພັກບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

ທ່ານ ຄໍາປາງ ປຸນນາ ນາຍບ້ານໆໄຊສົມບູນ ໄດ້ສະຫຼຸບຜົນງານການຊີ້ນໍາ-ນໍາພາຂອງຄະນະພັກບ້ານໃນ 5 ປີຜ່ານມາວ່າ: ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພໍ່-ແມ່ປະຊາຊົນຢ່າງຕໍ່ເນື່ອງ ພ້ອມນໍາພາກໍາລັງ ປກຊ-ປກສ ເອົາໃຈໃສ່ເຮັດໜ້າທີ່ປ້ອງກັນເວນຍາມ ເຮັດຕາມພາລະບົດບາດຂອງຕົນຢ່າງເຂັ້ມງວດ ແລະ ໄດ້ນໍາພາຝຶກແອບສິລະປະຍຸດ, ຍຸດທະວິທີນໍາ ປກຊ-ປກສ ເມືອງ ຈັດຂຶ້ນພ້ອມທັງເອົາໃຈໃສ່ຕິດຕາມກວດກາບັນດາເຮືອນ ແລະ ຫ້ອງແຖວຈໍານວນ 17 ຫຼັງ, ມີ 136 ຫ້ອງ, ມີຄົນມາພັກເຊົາ 187 ຄົນ ຍິງ 108 ຄົນ; ໃນນີ້, ມີສະພາບປະກົດການຫຍໍ້ທໍ້ເກີດຂຶ້ນ 177 ກໍລະນີ ເຊິ່ງມີຄະດີຜົວ-ເມຍຜິດຖຽງກັນ 63 ກໍລະນີ ສາມາດແກ້ໄຂໄດ້ 60 ກໍລະນີ, ຄະດີໜີ້ສິນກູ້ຢືມຕ່າງໆ 37 ກໍລະນີ ສາມາດແກ້ໄຂໄດ້ 33 ກໍລະນີ, ອຸບັດຕິເຫດ 33 ກໍລະນີ ມີຄົນເສຍຊີວິດ 7 ຄົນ, ລົດຈັກເປ່ເພໃຊ້ການບໍ່ໄດ້ 2 ຄັນ, ງົວ-ຄວາຍຕາຍ 2 ໂຕ ແລະ ແບ້ຕາຍ 3 ໂຕ, ຄະດີຢາເສບຕິດມີ 30 ກໍລະນີ ສາມາດກັກຕົວໄດ້ 65 ຄົນ ຍິງ 1 ຄົນ, ສຶກສາອົບຮົມ 20 ຄົນ, ສົ່ງກອງຄະດີ 22 ຄົນ ຍິງ 1 ຄົນ, ຢຶດຢາບ້າໄດ້ 180 ເມັດ, ໝາກແຕກ 1 ໜ່ວຍ, ປືນອາກ້າ 54 ກະບອກ, ອາວຸດຄ້າຍຄືປືນ 1 ກະບອກ, ງ້າວ 3 ດວງ, ລົດຈັກແຕ່ງ 3 ຄັນ; ຈາກຜົນງານດັ່ງກ່າວຈຶ່ງສາມາດຄັດເລືອກຈັດແບ່ງປະເພດບັນດາໜ່ວຍພາຍໃນບ້ານເປັນໜ່ວຍເຂັ້ມແຂງ 35 ໜ່ວຍໃນຈໍານວນ 94 ໜ່ວຍ, ແຂງ 10 ໜ່ວຍ.

ສໍາລັບທິດທາງແຜນການໃນໄລຍະປີ 2018-2023, ຄະນະພັກບ້ານໄຊສົມບູນ ຈະສືບຕໍ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ອົງການຈັດຕັ້ງທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງຂອງພັກ, ກົດໝາຍຂອງລັດ ແລະ ມະຕິຄໍາສັ່ງຂອງຂັ້ນເທິງ ແນໃສ່ສ້າງທັດສະນະຫຼັກໝັ້ນໃຫ້ໜັກແໜ້ນຈະແຈ້ງ, ສ້າງສະຕິເຊື່ອໝັ້ນໃນການນໍາພາຂອງພັກຢ່າງເລິກເຊິ່ງ ພ້ອມທັງສຸມໃສ່ສຶກສາອົບຮົມໃຫ້ພໍ່-ແມ່ປະຊາຊົນມີຄວາມຕື່ນຕົວເປັນເຈົ້າການ ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນເປັນໜ້າທີ່ຂອງໝົດທຸກຄົນພາຍໃນບ້ານ, ຕ້ອງມີສະຕິຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູໃນແຕ່ລະໄລຍະມີສະຕິເຄົາລົບຕໍ່ລະບຽບກົດໝາຍ, ເປັນເຈົ້າການໃນການຄຸ້ມຄອງລູກຫຼານຕົນເອງບໍ່ໃຫ້ເຄື່ອນໄຫວຜິດຕໍ່ແນວທາງໃນການເມືອງຂອງພັກ ແລະ ລະບຽບກົດໝາຍຂອງບ້ານ ເພື່ອເຮັດໃຫ້ບ້ານມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບສຸກ 100%.

ໃນກອງປະຊຸມ ຍັງໄດ້ມອບໃບຍ້ອງຍໍຂອງກອງບັນຊາການທະຫານນະຄອນຫຼວງວຽງຈັນ ໃຫ້ແກ່ຜູ້ມີຜົນງານດີເດັ່ນໃນບັ້ນປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28-29 ທີ່ ສປປ ລາວ ເປັນເຈົ້າພາບ ຈໍານວນ 14 ທ່ານ, ໃບຍ້ອງຍໍເຈົ້າເມືອງໄຊທານີ ໃຫ້ຜູ້ປະກອບສ່ວນສ້າງສາພັດທະນາບ້ານໄຊສົມບູນ ກຸ່ມໂຄກສີວິໄລ ເມືອງໄຊທານີໃນ ໄລຍະ 5 ປີ (2013-2018) ຈໍານວນ 55 ທ່ານ ແລະ ໃບຍ້ອງຍໍຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ ໃຫ້ສະມາຊິກຊາວໜຸ່ມ ຈຳນວນ 5 ທ່ານ ທີ່ດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາສົກປີ 2015-2016.

ໃນຕອນທ້າຍຜູ້ແທນກອງປະຊຸມ ແລະ ປະຊາຊົນພາຍໃນບ້ານ ຍັງໄດ້ໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກນາຍບ້ານຊຸດໃໝ່ ໄດ້ຕົກລົງເລືອກເອົາ ທ່ານ ຄໍາຕັນ ກວ້າງມະນີ ເປັນນາຍບ້ານ ແລະ ຮອງນາຍບ້ານ 4 ທ່ານ.