ກອງບັນຊາການ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງເຜີຍແຜ່ບັນດາຂໍ້ຕົກລົງ, ຄໍາສັ່ງ ແລະ ຂໍ້ກໍານົດຂອງພັກ, ຂອງກໍາລັງປ້ອງກັນຄວາມສະຫງົບ ໃນວັນທີ 7 ມິຖຸນາ 2018 ເພື່ອໃຫ້ພະນັກງານຊີ້ນໍາ-ນໍາພາ, ພະນັກງານ-ນັກຮົບທົ່ວກອງບັນຊາການໄດ້ເຊື່ອມຊຶມບັນດາເອກະສານສຳຄັນແລ້ວພ້ອມກັນນຳໄປຈັດຕັ້ງຜັນຂະຫຍາຍຢູ່ໃນແຕ່ລະພະແນກ ອ້ອມຂ້າງກອງບັນຊາການໃຫ້ມີຜົນສຳເລັດ.

ໃນພິທີ, ພັທ ສັງວານ ຂາວປະເສີດ ຫົວໜ້າກອງບັນຊາການ ປກສ ເມືອງຫາດຊາຍຟອງ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງລະບອບຫົວໜ້າດຽວ, ຂໍ້ຕົກລົງວ່າດ້ວຍພາລະບົດບາດໜ້າທີ່, ລະບອບວິທີເຮັດວຽກຂອງຄະນະພັກ-ຄະນະບັນຊາທຸກຂັ້ນໃນກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ.

ນອກຈາກນີ້, ພັທ ສົມຫວັງ ທອງປະດິດ ຮອງຫົວໜ້າກອງບັນຊາການ ປກສ ເມືອງຫາດຊາຍຟອງ ຍັງໄດ້ຜ່ານຄໍາສັ່ງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ກ່ຽວກັບການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ຕິດພັນກັບການສໍ້ລາດບັງຫຼວງໃນກໍາລັງປ້ອງກັນຄວາມສະຫງົບ; ເຊິ່ງການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຍາມໃດພັກ-ລັດພວກເຮົາເວລາໃດກໍໄດ້ເອົາໃຈໃສ່ ແລະ ຖືສໍາຄັນບັນຫານີ້ເຫັນໄດ້ຜົນຮ້າຍຂອງການສໍ້ລາດບັງຫຼວງທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງ ແລະ ໃນຖັນແຖວພະນັກງານ, ສະມາຊິກພັກ ເຊິ່ງກະທົບເຖິງບົດບາດການນໍາພາຂອງພັກ, ການຄຸ້ມຄອງຂອງລັດ ແລະ ຄວາມໝັ້ນຄົງຂອງລະບອບພວກເຮົາ. ດັ່ງນັ້ນ, ທຸກພາກສ່ວນຈຶ່ງໄດ້ເອົາໃຈໃສ່ສຶກສາອົບຮົມເຜີຍແຜ່ກົດໝາຍ, ຂໍ້ກໍານົດກ່ຽວກັບການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ເພື່ອສະກັດກັ້ນປະກົດການຫຍໍ້ທໍ້ ແລະ ເກັບກູ້ວັດຖຸຊັບສິນ, ເງິນຄໍາທີ່ຕົກເຮ່ຍເສຍຫາຍຄືນມາໃຫ້ພັກ, ລັດ, ລວມໝູ່ ແລະ ພົນລະເມືອງ; ພ້ອມທັງຜ່ານຂໍ້ກໍານົດຊົ່ວຄາວວ່າດ້ວຍລະບອບປະຈໍາການຂອງ ປກສ ເມືອງຫາດຊາຍຟອງ ແລະ ຂໍ້ກໍານົດຊົວຄາວວ່າດ້ວຍການຄຸ້ມຄອງຊັບສິນລວມຂອງກອງບັນຊາການ ປກສ ເມືອງຫາດຊາຍຟອງ.