ທ້າຍເດືອນພຶດສະພາຜ່ານມານີ້, ສະຫະພັນກຳມະບານ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີປະກາດການຈັດຕັ້ງກຳມະບານຮາກຖານ ເຂົ້າຮ່ວມໂດຍ ທ່ານ ແກ່ນຄໍາ ຫົດທິລາດ ປະທານສະຫະພັນກຳມະບານ ນວ ແລະ ທ່ານ ວັນຄໍາ ສິດທິເດດ ທີປຶກສາສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກຊັບທະວີ, ມີພະນັກງານ, ສະມາຊິກກຳມະບານ ແລະ ຄະນະຮັບຜິດຊອບຊຸກຍູ້ປັບປຸງຂະຫຍາຍການຈັດຕັ້ງຂອງ ສະຫະພັນກຳມະບານ ນວ ເຂົ້າຮ່ວມ.

ໃນພິທີໄດ້ມີການຜ່ານຂໍ້ຕົກລົງສ້າງຕັ້ງກໍາມະບານຮາກຖານ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ຊັບທະວີ ເປັນກຳມະບານຮາກຖານໜຶ່ງທີ່ຂຶ້ນກັບສະຫະພັນກຳມະບານ ນວ ແລະ ຜ່ານຂໍ້ຕົກລົງແຕ່ງຕັ້ງຄະນະກຳມະບານຮາກຖານ ໂດຍໄດ້ຕົກລົງແຕ່ງຕັ້ງ ທ່ານ ໂພສີກະ ສິດທິສານ ເປັນປະທານ, ທ່ານ ນາງ ລາສີ ມິສາວົງ ເປັນຮອງປະທານທັງເປັນປະທານກວດກາ ແລະ ທ່ານ ນິດທະກອນ ທະບົງສາ ເປັນຄະນະ.

ໃນຕອນທ້າຍ, ທ່ານ ແກ່ນຄໍາ ຫົດທິລາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະອຳນວຍການ, ທີ່ປຶກສາສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ຊັບທະວີ ທີ່ເຫັນໄດ້ຄວາມສຳຄັນຂອງວຽກງານກຳມະບານ ທັງອຳນວຍຄວາມສະດວກ ໃຫ້ການຮ່ວມມືໃນໄລຍະຜ່ານມາ ພ້ອມທັງຍົກໃຫ້ເຫັນເຖິງພາລະບົດບາດ, ສິດ ແລະ ໜ້າທີ່ຂອງກໍາມະບານຢູ່ໃນຂົງເຂດວິສາຫະກິດເອກະຊົນ, ບັນດາຫົວໜ່ວຍທຸລະກິດການຜະລິດ, ໂຮງຈັກ-ໂຮງງານ ແລະ ປຸກລະດົມຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານກຳມະບານ, ວຽກງານວິຊາສະເພາະໃນຄວາມຮັບຜິດຊອບຂອງສະມະຊິກກຳມະບານແຕ່ລະສະຫາຍ ແນໃສ່ເຮັດໃຫ້ວຽກງານກຳມະບານມີຄວາມເຕີບໃຫຍ່ຂະຫຍາຍຕົວກວ້າງຂວາງຢ່າງບໍ່ຢຸດຢັ້ງ.