ຄະດີຄົນຮ້າຍໃຊ້ປືນແກັບຍິງນັກຮຽນທີ່ຍ່າງໄປໂຮງຮຽນ ບ້ານພູແຊວ ເມືອງພູກູດ ແຂວງຊຽງຂວາງ ໃນວັນທີ 10 ພຶດສະພາ 2018 ໄດ້ຮັບບາດເຈັບສາຫັດ. ເຈົ້າໜ້າທີ່ ປກສ ແຂວງຊຽງຂວາງ ຈັບຕົວຜູ້ກໍ່ເຫດໄດ້ໃນວັນດຽວກັນ ຊື່ ທ້າວ ຊຽງແປ້ງ ອາຍຸ 22 ປີ ປະຊາຊົນຢູ່ບ້ານດຽວກັບຜູ້ບາດເຈັບ. ສາເຫດຍ້ອນລະບາຍຄວາມຄຽດແຄ້ນໃຫ້ຜູ້ທີ່ລັກໃຊ້ມີດແທງຕີນ ແລະ ເບາະລົດຈັກຂອງຜູ້ກ່ຽວ ເຊິ່ງບໍ່ກ່ຽວພັນກັບເດັກຍິງຜູ້ຖືກເຄາະຮ້າຍ. ຫຼ້າສຸດ, ໃນວັນທີ 6 ມິຖຸນາ 2018 ພະແນກຕໍາຫຼວດສືບສວນ-ສອບສວນຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງຊຽງຂວາງ ໄດ້ນຳຕົວຜູ້ຖືກຫາໄປເຮັດແຜນປະກອບຄໍາສາລະພາບຢູ່ສະຖານທີ່ເກີດເຫດ ເພື່ອສະຫຼຸບສໍານວນຄະດີສັງຟ້ອງສານຕັດສິນຕາມຂະບວນການຍຸຕິທໍາ.

ເຈົ້າໜ້າທີ່ພະແນກຕໍາຫຼວດສືບສວນ-ສອບສວນ ປກສ ແຂວງຊຽງຂວາງ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມວ່າ ເກີດເຫດຄົນຮ້າຍລັດຍິງເດັກນ້ອຍນັກຮຽນຢູ່ບ້ານພູແຊວ ເມືອງພູກູດ ແຂວງຊຽງຂວາງ. ຈາກນັ້ນ, ເຈົ້າໜ້າທີ່ ໄດ້ຈັດກຳລັງສົບທົບກັບເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງພູກູດ ກວດກາສະຖານທີ່ເກີດເຫດພົບເຫັນເດັກນ້ອຍນັກຮຽນຍິງ 1 ຄົນ ໄດ້ຮັບບາດເຈັບສາຫັດຢູ່ສະຖານທີ່ດັ່ງກ່າວ ຊື່ ນາງ ປາທອງ ຢ່າງ ອາຍຸ 13 ປີ ນັກຮຽນຢູ່ໂຮງຮຽນບ້ານພູແຊວ ເມືອງພູກູດ, ເຈົ້າໜ້າທີ່ ແລະ ພີ່ນ້ອງຄົນເຈັບ ຈຶ່ງໄດ້ນຳສົ່ງໄປປິ່ນປົວຢູ່ໂຮງໝໍແຂວງ ປັດຈຸບັນອາການປອດໄພແລ້ວ.

ຜ່ານການກວດກາສະຖານທີ່ເກີດເຫດ, ເຈົ້າໜ້າທີ່ຈຶ່ງໄດ້ຂຶ້ນບັນຊີເປົ້າໝາຍ ພ້ອມທັງນໍາຕົວບຸກຄົນທີ່ຕ້ອງສົງໄສຊື່ ທ້າວ ຊຽງແປ້ງ ອາຍຸ 22 ປີ ປະຊາຊົນຢູ່ບ້ານພູແຊວ ຄຸ້ມພູແຊວ ເມືອງພູກູດ ແຂວງຊຽງຂວາງ ໄປສອບສວນ. ເບື້່ອງຕົ້ນຜູ້ກ່ຽວໃຫ້ການປະຕິເສດທຸກຂໍ້ກ່າວຫາ ແຕ່ຍ້ອນຂໍ້ມູນຫຼັກຖານໜັກແໜ້ນ, ເຮັດຜູ້ກ່ຽວຍອມຮັບສາລະພາບເປັນຜູ້ກໍ່ເຫດຍິງເດັກນ້ອຍນັກຮຽນແທ້, ສາເຫດທີ່ຍິງແມ່ນຍ້ອນຕົນມີຄວາມຄຽດແຄ້ນ ແລະ ບໍ່ພໍໃຈໃຫ້ແກ່ຄົນທີ່ໃຊ້ມີດແທງຕີນ ແລະ ເບາະລົດຈັກ ຈຳນວນ 8 ຄັນທີ່ຜູ້ກ່ຽວກັບໝູ່ຄູ່ອີກ 7 ຄົນ ໄດ້ຂີ່ໄປຈອດໄວ້ຕີນພູເທິງບ້ານພູແຊວ ແລ້ວຂຶ້ນໄປຫາເກັບດອກເຜິ້ງຢູ່ເທິງພູ, ພໍລົງກັບມາເຫັນສະພາບລົດຈັກຖືກມີດແທງຕີນ ແລະ ເບາະລົດຈັກ, ຜູ້ກ່ຽວຈຶ່ງມີຄວາມແຄ້ນແຮງ ແລະ ຄິດວ່າແມ່ນຄົນຢູ່ໃນຄຸ້ມບ້ານບວກນໍ້າເປັນຄົນເຮັດໃສ່ ຈຶ່ງໄດ້ວາງແຜນໃຊ້ປືນຍິງນັກຮຽນແທນ ເພື່ອຄາດຕະກໍາບຸກຄົນບ້ານດັ່ງກ່າວເພື່ອລະບາຍຄວາມແຄ້ນ.

ກ່ອນເກີດເຫດຜູ້ກ່ຽວໄດ້ໄປນອນຢູ່ໄຮ່ ພໍຮຸ່ງເຊົ້າວັນທີ 10 ພຶດສະພາ 2018 ໄດ້ຈັບເອົາປືນທີ່ຕົນເອົາຊ່ອນໄວ້ຕູບຖຽງໄຮ່ ແລ້ວຍ່າງຂຶ້ນເມືອພູຄັບຊ້າງ ເຊິ່ງເປັນທາງຍ່າງຜ່ານຂອງນັກຮຽນຄຸ້ມບ້ານບວກນໍ້າໄປໂຮງຮຽນ ພໍຮອດເວລາ 7:00 ໂມງເຊົ້າ ຈຶ່ງເຫັນນັກຮຽນ 2 ຄົນ ຢ່າງຂຶ້ນມາ, ຜູ້ກ່ຽວຈຶ່ງໄດ້ລີ້ຢູ່ກົກໄມ້ເທິງພູແລ້ວໃຊ້ປືນ ປະເພດປືນແກັບ ທີ່ຜູ້ກ່ຽວກຽມມາຍິງໃສ່ເດັກນ້ອຍທີ່ຍ່າງມານັ້ນທັນທີ ເຮັດໃຫ້ເດັກນ້ອຍລົ້ມລົງແລ້ວຜູ້ກ່ຽວກໍໜີເຂົ້າປ່າ. ຈາກນັ້ນ, ກັບຄືນເຮືອນເຮັດແບບບໍ່ມີຫຍັງເກີດຂຶ້ນ. ໃນວັນດຽວກັນນັ້ນ, ກໍຖືກເຈົ້າໜ້າທີ່ຈັບຕົວ ພ້ອມກວດເຫັນປືນແກັບທີ່ໃຊ້ກໍ່ເຫດໃນຄັ້ງນີ້ຢູ່ເຮືອນ.