ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງ ປກສ ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອາເມັດ ອິເດັມ ອາໄຄ ( Ahmet Idem AKAY) ເອກອັກຄະລັດຖະທູດແຫ່ງ ສາທາລະນະລັດຕັວກກີ ປະຈໍາ ສປປ ລາວ ຢ່າງອົບອຸ່ນ ເນື່ອງໃນໂອກາດທີ່ທ່ານມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດຄົນໃໝ່ ( ຜູ້ທໍາອິດ ) ປະຈໍາ ສປປ ລາວ ໃນວັນທີ 6 ມິຖຸນາ 2018.

ໃນໂອກາດນີ້, ພົຕ ສົມແກ້ວ ສີລາວົງ ໄດ້ຕີລາຄາສູງຕໍ່ການເຂົ້າຢ້ຽມຂໍ່ານັບຂອງທ່ານເອກອັກຄະລັດຖະທູດແຫ່ງ ສາທາລະນະລັດຕັວກກີ ປະຈໍາ ສປປ ລາວ ຄົນໃໝ່ໃນຄັ້ງນີ້, ເປັນການເສີມຂະຫຍາຍສາຍພົວພັນ, ຮັດແໜ້ນຄວາມສາມັກຄີ, ມິດຕະພາບລະຫວ່າງສອງຊາດ ເວົ້າລວມ ເວົ້າສະເພາະກໍແມ່ນຕໍາຫຼວດ ລາວ-ຕັວກກີ ໃຫ້ມີຄວາມແໜ້ນແຟ້ນຂຶ້ນ ພ້ອມທັງຈະເປັນການອໍານວຍຄວາມສະດວກໃນຕິດຕໍ່ພົວພັນຮ່ວມມື ແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານປ້ອງກັນຄວາມສະຫງົບ ລະຫວ່າງຕໍາຫຼວດລາວ ແລະ ຕັວກກີ ເພື່ອເຮັດໃຫ້ທັງສອງປະເທດເຮົາມີເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບໂດຍພື້ນຖານ.

ທ່ານ ອາເມັດ ອິເດັມ ອາໄຄ ໄດ້ກ່າວຄໍາຂອບໃຈຢ່າງສູງຕໍ່ທ່ານລັດຖະມົນຕີວ່າການ ກະຊວງ ປກສ ພ້ອມດ້ວຍຄະນະທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ, ເຊິ່ງທ່ານໄດ້ລາຍງານວ່າທ່ານໄດ້ມາປະຕິບັດວຽກງານເປັນທ່ານທູດຢູ່ ສປປ ລາວ ໄດ້ 5 ເດືອນແລ້ວ ຜ່ານການປະຕິບັດວຽກງານໃນໄລຍະ 5 ເດືອນຜ່ານມາ ເຫັນວ່າມີຜົນຕອບຮັບດີ ເພາະວ່າບັນດາພາກສ່ວນທີ່ກ່ຽວຂ້ອງໄດ້ໃຫ້ຄວາມຮ່ວມມືດີ ແຕ່ກໍຍັງມີຂໍ້ຫຍຸ້ງຍາກທາງດ້ານສະຖານທີ່ ເພາະວ່າຍັງບໍ່ທັນມີອາຄານຂອງສະຖານທູດຕັວກກີ ປະຈໍາ ສປປ ລາວ. ພ້ອມດຽວກັນນີ້, ທ່ານກໍຍິນດີທີ່ຈະເປັນຜູ້ປະສານງານ ແລະ ອໍານວຍຄວາມສະດວກໃຫ້ຄວາມຮ່ວມມືວຽກງານຕ່າງໆທີ່ກ່ຽວພັນກັບ ວຽກງານປ້ອງກັນຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສອງປະເທດໃຫ້ມີຄວາມສະຫງົບສຸກ.