ຄະນະນໍາກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ລົງກວດກາຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງ ຢູ່ເມືອງສອງຄອນ, ເມືອງທ່າປາງທອງ ແລະ ເມືອງໄຊບູລີ ໃນວັນທີ 5 ມິຖຸນາ 2018, ໂດຍການນໍາພາຂອງ ພັທ ຈັນທາ ແສນສຸລິວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ມີຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ຄະນະນໍາກອງບັນຊາການ ປກສ ເມືອງ, ຄະນະພະແນກ, ພະນັກງານທີ່ລົງກໍ່ສ້າງຮາກຖານການເມືອງເຂົ້າຮ່ວມ.

ພັທ ຈັນທາ ແສນສຸລິວົງ ກ່າວວ່າ: ການລົງພົບປະ, ຢ້ຽມຢາມ ແລະ ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງ ຢູ່ 3 ເມືອງຄັ້ງນີ້ ແມ່ນເປັນການລົງໃກ້ຊິດຕິດແທດກັບການປະຕິບັດຕົວຈິງຂອງວຽກງານກໍ່ສ້າງຮາກຖານການເມືອງ ຂອງພະນັກງານ-ນັກຮົບທີ່ລົງກໍ່ສ້າງຮາກຖານການເມືອງ ຢູ່ແຂວງສະຫວັນນະເຂດ ເວົ້າລວມ, ເວົ້າສະເພາະກໍແມ່ນຢູ່ 3 ເມືອງດັ່ງກ່າວ ເຫັນໄດ້ດ້ານຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ, ດ້ານດີ-ດ້ານອ່ອນ ໃນການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງໃນໄລຍະຜ່ານມາ ເປັນຕົ້ນແມ່ນໃນ 5 ວຽກຕົ້ນຕໍເຊັ່ນ: ວຽກງານໂຄສະນາແນວທາງການເມືອງ, ວຽກງານກວດກາເກັບກຳສຳມະໂນຄົວ, ວຽກງານປັບປຸງການຈັດຕັ້ງ ປກສ ບ້ານ, ວຽກງານແກ້ໄຂປະກົດການຫຍໍ້ທໍ້ ແລະ ວຽກງານຊາດສະໜາ. ຜ່ານການລົງຊຸກຍູ້ຄັ້ງນີ້, ແຕ່ລະເມືອງກໍ່ໄດ້ລາຍງານສະພາບການລົງກໍ່ສ້າງຮາກຖານການເມືອງ ໃນໄລຍະຜ່ານມາໂດຍຫຍໍ້ ເຊິ່ງໃນນັ້ນ, ໄດ້ສາມາດສະຫຼຸບໄດ້ວ່າ: ຢູ່ແຕ່ລະເມືອງ ກໍຄືແຕ່ລະກຸ່ມ ກໍໄດ້ເອົາໃຈໃສ່ນຳພາສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ, ປກສ ກຸ່ມບ້ານ, ນາຍບ້ານ ແລະ ພໍ່-ແມ່ປະຊາຊົນ ໄດ້ຮັບຮູ້ເຊື່ອມຊຶມບັນດາເອກະສານທີ່ສຳຄັນຕ່າງໆ. ນອກນີ້, ຍັງໄດ້ເອົາໃຈໃສ່ກວດກາເກັບກຳຄຸ້ມຄອງອາຊີບ-ພາຫະນະພິເສດ, ເອົາໃຈໃສ່ຄຸ້ມຄອງຄົນຕ່າງປະເທດ ທີ່ເຂົ້າມາເຄື່ອນໄຫວສ້າງຄອບຄົວກັບພົນລະເມືອງລາວທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ, ເກັບກໍາການເໜັງຕີງຂອງປະຊາຊົນ, ກວດກາການຂຶ້ນສາມະໂນຄົວ, ບັດພັກເຊົາ, ຄົນເຂົ້າ-ອອກ, ມີໜ້າຖາວອນ, ຊົ່ວຊາວ, ນໍາພາຈັດຕັ້ງປະຕິບັດວຽກງານສ້າງບ້ານປ້ອງກັນຄວາມສະຫງົບດີ.

ພັທ ຈັນທາ ແສນສຸລິວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຊີ້ນໍາໃຫ້ຄະນະບັນຊາ, ພະນັກງານ-ນັກຮົບທີ່ລົງກໍ່ສ້າງຮາກຖານຄັ້ງນີ້, ຈົ່ງເອົາໃຈໃສ່ຢ່າງຕັ້ງໜ້າສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ກັບພໍ່-ແມ່ປະຊາຊົນທຸກຊັ້ນຄົນ ໃຫ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ, ມູນເຊື້ອອັນສໍາຄັນຕ່າງໆຂອງຊາດ ແລະ ຮູ້ໄດ້ເຖິງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ນອກນັ້ນ, ຕ້ອງເອົາໃຈໃສ່ປັບປຸງ, ແກ້ໄຂ ແລະ ສ້າງໃຫ້ໄດ້ບັນດາວຽກງານ ປກສ ກຸ່ມບ້ານ, ປກສ ບ້ານ ໃຫ້ເຂົ້າສູ້ລະບົບ, ລະບຽບຖືກຕ້ອງຕາມແນວທາງຢ່າງເຂັ້ມແຂງ.