ພິທີປີດຊຸດຝຶກອົບຮົມວິຊາສະເພາະໄລຍະສັ້ນ ໃຫ້ກຳລັງ ປກສ ບ້ານ ທົ່ວກຸ່ມພັກແຄະ ເມືອງໜອງແຮດ ແຂວງຊຽງຂວາງ ໄດ້ມີຂຶ້ນໃນວັນທີ 5 ມິຖຸນາ 2018 ຢູ່ທີ່ກຸ່ມພັກແຄະ ເມືອງໜອງແຮດ ພາຍຫຼັງດຳເນີນມາເປັນເວລາ 4 ວັນ, ໂດຍການເຂົ້າຮ່ວມຂອງ ພັທ ວັນຄຳ ມະນີວົງ ຮອງກອງບັນຊາການ ປກສ ແຂວງຊຽງຂວາງ, ມີ ທ່ານ ໝໍບີຫາ ຕົ່ງປາວ ເຈົ້າເມືອງໆໜອງແຮດ, ມີຄະນະພັກ, ຄະນະບັນຊາ ປກສ ເມືອງໜອງແຮດ ພ້ອມດ້ວຍຄູ-ອາຈານ ແລະ ນັກສຳມະນາກອນເຂົ້າຮ່ວມ.

ພັຕ ສຸເທບ ລັດບຸນທອນ ຫົວໜ້າພະແນກຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານເມືອງໜອງແຮດ ໄດ້ຂຶ້ນຜ່ານບົດສະຫຼຸບສັງເກດຕີລາຄືນກ່ຽວກັບຜົນການຈັດຕັ້ງໃນບັ້ນຝຶກອົບຮົມໃນຄັ້ງນີ້, ເຫັນວ່າຄູ-ອາຈານ ແລະ ນັກສໍາມະນາກອນ ໄດ້ມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີການປະສານສົມທົບຊ່ວຍເຫຼືອເຊີ່ງກັນແລະກັນ, ພ້ອມກັນປະຕິບັດໂມງເວລາຂຶ້ນຫ້ອງລົງຫ້ອງໄດ້ເປັນຢ່າງດີ ຄູ-ອາຈານກໍໄດ້ເອົາໃຈໃສ່ສິດສອນເນື້ອໃນເອກສານຢ່າງກົງໄປກົງມາ ເຊິ່ງເຮັດໃຫ້ນັກສໍາມະນາກອນທຸກສະຫາຍເຂົ້າໃຈຈະເເຈ້ງຕໍ່ເນື້ອໃນ ຂອງເອກະສານໄດ້ຢ່າງເລິກເຊິ່ງ ແລະ ນັກສຳມະນາກອນແມ່ນໄດ້ເອົາໃຈໃສ່ຕັ້ງໃຈຟັງການບັນລະຍາຍເອກະສານຕ່າງໆ, ມີການສົນທະນາເເລກປ່ຽນບົດຮຽນເຊິ່ງກັນເເລະກັນ, ສາມາດກຳໄດ້ເນື້ອໃນເອກະສານ, ຮັບຮູ້ ເເລະ ເຂົ້າໃຈເຖິງພາລະບົດບາດ, ສິດ ເເລະ ໜ້າທີ່ວຽກງານວິຊາສະເພາະ ເພື່ອນຳໄປປະຕິບັດເຂົ້າໃນວຽກງານວິຊາສະເພາະຂອງຕົນໃຫ້ມີປະສິດທິຜົນສູງ.

ໂອກາດດຽວກັນນີ້, ທ່ານ ໝໍບີຫາ ຕົ່ງປາວ ໄດ້ໂອ້ລົມຕໍ່ພິທີດັ່ງກ່າວ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາຄູຝຶກ ແລະ ນັກສຳມະນາກອນທຸກສະຫາຍ ທີ່ໄດ້ຕັ້ງໃຈຕໍ່ບັ້ນການອົບຮົມໃນຄັ້ງນີ້ ຈົນໄດ້ຮັບຜົນສຳເລັດ ແລະ ທ່ານຍັງໄດ້ເໜັ້ນໜັກໃຫ້ນັກສຳມະນາກອນທຸກສະຫາຍ ຈົ່ງນຳເອົາເນື້ອບົດຮຽນດັ່ງກ່າວ ເພື່ອນຳໄປຜັນຂະຫຍາຍປະຕິບັດຢູ່ຂັ້ນຮາກຖານໃນວຽກງານວິຊາສະເພາະໃຫ້ເກີດໝາກເກີດຜົນ ແລະ ສຳເລັດຕາມຄາດໝາຍທີ່ວາງໄວ້.