ຕະຫຼອດປີ 2018 ນີ້, ກອງບັນຊາການ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຄາດວ່າ: ສະພາບການໃຊ້ ລົດ-ໃຊ້ຖະໜົນຂອງຜູ້ຂັບຂີ່ຍັງຈະບໍ່ມີຄວາມເປັນລະບຽບຮຽບຮ້ອຍ ເປັນຕົ້ນແມ່ນການລະເມີດກົດລະບຽບການ ສັນຈອນ, ຂັບຂີ່ລົດໃນເວລາມຶນເມົາ, ຂັບຂີ່ໄວ ແລະອື່ນໆ, ເຊິ່ງຈະເປັນສາເຫດຕົ້ນຕໍຂອງການເສຍຊີວິດ ຍ້ອນອຸ ບັດຕິເຫດຕາມທ້ອງຖະໜົນ. ສະນັ້ນ, ຄະນະພັກ -ຄະນະບັນຊາຕ້ອງໄດ້ເພີ່ມທະວີຊີ້ ນໍາໆພາໃຫ້ພາກສ່ວນວິຊາສະ ເພາະເຮັດໜ້າທີ່ຢ່າງຕັ້ງໜ້າສູ້ຊົນ ເຮັດໃຫ້ຄົນເສຍຊີວິດຕາມທ້ອງຖະໜົນຫຼຸດລົງ.

ພັທ ສັງວານ ຂາວປະເສີດ ຫົວໜ້າກອງບັນຊາການ ປກສ ເມືອງຫາດຊາຍຟອງ ໃຫ້ຮູ້ວ່າ: ໃນ ປີ 2018 ນີ້, ສະພາບ ການສັນຈອນຕາມທ້ອງຖະໜົນ ພາຍໃນເມືອງຫາດຊາຍຟອງ ໂດຍລວມແລ້ວ ຍັງເປັນລະບຽບຮຽບຮ້ອຍດີ, ບໍ່ມີ ພາຫະນະຕິດຂັດຄືກັບບັນດາຕົວ ເມືອງອື່ນໃນນະຄອນຫຼວງວຽງຈັນ ເນື່ອງຈາກວ່າຈັດຢູ່ເມືອງນອກ, ພ້ອມນັ້ນ ຜູ້ຂັບຂີ່ສ່ວນໃຫຍ່ກໍ ພ້ອມກັນປະຕິບັດກົດລະບຽບການ ສັນຈອນທີ່ວາງອອກຢ່າງເຂັ້ມງວດ, ແຕ່ໃນທາງກົງກັນຂ້າມ ເມືອງຫາດຊາຍຟອງ ເປັນເມືອງທີ່ມີຂົວມິດ ຕະພາບຕິດກັບປະເທດເພື່ອນບ້ານໃນແຕ່ລະວັນຈະມີພາຫະນະເຂົ້າ -ອອກເມືອງຢ່າງບໍ່ຂາດສາຍໃນນີ້, ລວມທັງລົດບັນທຸກຂະໜາດໃຫຍ່ ບາງຄັ້ງອາດເຮັດໃຫ້ກະທົບກັບສະພາບການ ສັນຈອນ ພາຍໃນເມືອງ, ຄຽງຄູ່ກັນນີ້ ຜູ້ໃຊ້ລົດ-ໃຊ້ຖະໜົນພາຍໃນເມືອງສະຕິການຕື່ນຕົວປະຕິບັດ ແລະ ເຄົາ ລົບກົດລະບຽບການສັນຈອນຍັງບໍ່ສູງ ອາດຈະເຮັດໃຫ້ເກີດອຸບັດ ຕິເຫດຂຶ້ນຕາມທ້ອງຖະໜົນໄດ້ງ່າຍ ເພື່ອສະກັດ ກັ້ນບັນຫາດັ່ງກ່າວນັ້ນຄະນະພັກ-ຄະນະບັນຊາ ກໍມີແຜນການຈັດຕັ້ງປະຕິບັດໂຄງການຫຼຸດຜ່ອນອຸບັດຕິເຫດ ແລະ ແກ້ໄຂຈະລາຈອນແອອັດຕາມເສັ້ນທາງ, ໂດຍສຸມໃສ່ສືບຕໍ່ວຽກງານໂຄສະນາເຜີຍແຜ່ລະບຽບກົດໝາຍຢູ່ຕາມ ໂຮງຮຽນ, ໂຮງງານ ພາຍໃນເມືອງໃຫ້ເປັນປົກກະຕິ ເພື່ອໃຫ້ເຂົາເຈົ້າຮັບຮູ້ກົດລະບຽບການສັນຈອນທີ່ວາງອອກ, ເປັນເຈົ້າການປະຕິບັດນະໂຍບາຍຂອງເມືອງ, ສະກັດລົດແກ້ຫີນ-ແກ່ຊາຍບໍ່ໃຫ້ແລ່ນຜ່ານເທດສະບ້ານເມືອງ, ຈັດລະບຽບລົດຕາມຈຸດທີ່ສັບສົນໜ້າຕະຫຼາດ, ສະຖານບັນການສຶກສາທີ່ຕັ້ງຢູ່ເສັ້ນທາງໃຫຍ່, ຈັດກໍາລັງປະຈໍາປ້ອມ, ຈຸດ 3 ແຍກ, 4 ແຍກ ເພື່ອເຮັດໜ້າທີ່ຕິດຕາມ ແລະ ອໍານວຍຄວາມ ສະດວກໃຫ້ແກ່ການສັນຈອນ. ນອກນີ້, ສຸມໃສ່ອອກກວດກາແກ້ໄຂພາຫະນະປ້າຍຫັກ-ປ້າຍແຕກ, ບໍ່ມີປ້າຍ, ດັດແປງສະພາບ ແລະ ລົງວັດແທກ, ແກ້ໄຂ ສະຖານທີ່ໃນເວລາເກີດອຸບັດຕິເຫດໃຫ້ຖືກຕ້ອງ, ວ່ອງໄວຊັດເຈນ, ພາວະວິໄສ ແລະ ເປັນທໍາ.


ໃນປີຜ່ານມາ, ກອງບັນຊາການ ປກສ ເມືອງຫາດຊາຍຟອງ ກໍປະຕິບັດບັນຫາດັ່ງກ່າວສາມາດແກ້ໄຂບັນຫາທີ່ເກີດ ຂຶ້ນໄດ້ດີພໍສົມຄວນ ໂດຍຫັນກໍາລັງລົງກໍ່ສ້າງຮາກຖານການເມືອງ ຕາມຄໍາສັ່ງຂອງທ່ານເຈົ້າຄອງ ນວ ແລະ ຂໍ້ຕົກ ລົງຂອງລັດຖະມົນຕີ ກະຊວງ ປກສ ໃຫ້ຮັກສາຄວາມສະ ຫງົບທົ່ວປວງຊົນຮອບດ້ານຂອງພັກ; ເຊິ່ງໜ້າທີ່ອັນ ຕົ້ນ ຕໍແມ່ນໄດ້ເອົາໃຈໃສ່ສຶກສາອົບຮົມປະຊາຊົນ ທຸກຊັ້ນຄົນຕ່າງໆໃຫ້ຮັບຮູ້, ເຊື່ອມຊຶມເຂົ້າໃຈຕໍ່ແນວທາງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບທັງຝຶກອົບຮົມພາລະບົດບາດໜ້າທີ່ ປກສ ບ້ານ ຮູ້ເຮັດໜ້າທີ່ແກ້ໄຂປະກົດການຫຍໍ້ ທໍ້ຕ່າງໆ. ໃນນີ້, ລວມທັງສະກັດກັ້ນຫຼຸດຜ່ອນອຸບັດຕິເຫດ ຕາມທ້ອງຖະໜົນໄດ້ມີການສົມທົບກັບພາກສ່ວນກ່ຽວ ຂ້ອງເຜີຍແຜ່ລະບຽບການສັນຈອນໃຫ້ພໍ່ ແມ່ປະຊາຊົນ ແລະ ບັນດາໂຮງຮຽນ 13 ຄັ້ງ, ມີຜູ້ເຂົ້າຮ່ວມ 3.200 ກວ່າຄົນ ຍິງ 1.500 ກວ່າຄົນ, ຈັດກໍາລັງອອກລະບາຍລົດ, ຈັດລະບຽບການສັນຈອນຕາມເສັ້ນທາງ 168 ຄັ້ງ ມີ 1.300 ແຮງງານ ແລະ ປະຈໍາປ້ອມ 250 ຄັ້ງ. ນອກນີ້ ໄດ້ສຶກສາອົບຮົມຜູ້ລະເມີດລະບຽບກາານສັນຈອນ 680 ກວ່າ ຄົນຍິງ 300 ກວ່າຄົນ ແລະ ວຽກງານອື່ນໆທີ່ປິ່ນອ້ອມ.

ຫົວໜ້າກອງບັນຊາການໃຫ້ ຮູ້ຕື່ມວ່າ: ເຖິງຈະມີການເຮັດໜ້າທີ່ຢ່າງໃດກໍຕາມ ແຕ່ການລະເມີດກົດລະບຽບ ການສັນຈອນຂອງຜູ້ຂັບຂີ່ຍັງມີໃຫ້ເຫັນ ເຮັດໃຫ້ອຸບັດຕິເຫດ, ມີຄົນໄດ້ຮັບບາດເຈັບ ແລະ ເສຍຊີວິດເປັນຈໍາ ນວນຫຼວງ ຫຼາຍ, ໃນປີຜ່ານມາ ທົ່ວເມືອງມີອຸ ບັດຕິເຫດເກີດຂຶ້ນ ທັງໝົດ 228 ຄັ້ງ, ພາຫະນະເປ່ເພ ທັງໝົດ 456 ຄັນ; ໃນນີ້, ເລັກໜ້ອຍ 210 ຄັນ, ສົມຄວນ 246 ຄັນ, ຄົນໄດ້ຮັບບາດເຈັບ ທັງໝົດ 320 ຄົນ; ໃນນີ້, ເລັກໜ້ອຍ 125 ຄົນ, ສົມຄວນ 195 ຄົນ ແລະ ເສຍຊີວິດ 26 ຄົນ ຍິງ 5 ຄົນ. ເພື່ອເຮັດໃຫ້ບັນຫາດັ່ງ ກ່າວຫຼຸດລົງເຈົ້າໜ້າທີ່ ຕໍາຫຼວດຈະລາຈອນຮຽກຮ້ອງມາຍັງຜູ້ຂັບຂີ່ທຸກຊັ້ນຄົນໃນສັງຄົມເປັນເຈົ້າການປະຕິບັດກົດລະບຽບການສັນຈອນ ທີ່ວາງອອກ ທັງນີ້ເພື່ອແນໃສ່ເຮັດໃຫ້ບັນຫາການສັນຈອນພາຍໃນ ເມືອງມີຄວາມເປັນລະບຽບຮຽບຮ້ອຍ, ຫຼີກລ່ຽງ ການເກີດອຸບັດຕິ   ເຫດທີ່ຈະສົ່ງຜົນເສຍຫາຍທາງດ້ານຊັບສິນ ແລະ ຊີວິດ.