ພັອ ສຸດທະສົມ ບຸນນະສິງ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ຮັບການອວຍພອນຈາກ ຄະນະຜູ້ແທນກອງບັນຊາການຕຳຫຼວດ ແຂວງກວາງຈິ ແລະ ຄະນະຜູ້ແທນກອງບັນຊາການທະຫານຊາຍແດນ ແຂວງກວາງຈິ ສສ ຫວຽດນາມ ໃນວັນທີ 12 ເມສາ 2018 ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກຳລັງ ປກສ ຄົບຮອບ 57 ປີ, ສົ່ງທ້າຍປີເກົ່າ ແລະ ຕ້ອນປີໃໝ່ລາວ, ກອງບັນຊາການຕຳຫຼວດ ສສ ຫວຽດນາມ ນຳໂດຍ ພັອ ເຈີ່ນດຶກຫວຽດ ຫົວໜ້າກອງບັນຊາການຕຳຫຼວດ ແຂວງກວາງຈິ ພ້ອມດ້ວຍຄະນະ ແລະ ກອງບັນຊາການທະຫານຊາຍແດນ ສສ ຫວຽດນາມ ນຳໂດຍ ພັອ ເລວັນເຟືອງ ຫົວໜ້າກອງບັນຊາການທະຫານຊາຍແດນ ແຂວງກວາງຈິ ພ້ອມດ້ວຍຄະນະ.

ໃນໂອກາດນີ້, ພັອ ເຈີ່ນດຶກ ຫວຽດ ໄດ້ຕາງໜ້າໃຫ້ ຄະນະກອງບັນຊາການຕຳຫຼວດ ແຂວງກວາງຈິ ສສ ຫວຽດນາມ ແລະ ທ່ານ ພັອ ເລວັນເຟືອງ ໄດ້ຕາງໜ້າໃຫ້ ຄະນະກອງບັນຊາການທະຫານຊາຍແດນ ແຂວງກວາງຈິ ສສ ຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນ ແລະ ຍ້ອງຍໍ້ຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ກຳລັງ ປກສ ຍາດມາໄດ້ຕະຫຼອດໄລຍະ 57 ປີຜ່ານມາ ແລະ ເຫັນໄດ້ການພົວພັນຮ່ວມມືລະຫວ່າງສອງພັກ-ລັດ ສອງກຳລັງປ້ອງກັນຄວາມສະຫງົບ, ຕຳຫຼວດ ສສ ຫວຽດນາມ ແລະ ທະຫານຊາຍແດນ ສສ ຫວຽດນາມ, ໃນການພົວພັນຮ່ວມມືມິດຕະພາບ, ຄວາມສາມັກຄີແບບພິເສດ, ການພົວພັນຮ່ວມມືຮອບດ້ານພ້ອມນີ້, ທ່ານຍັງໄດ້ສະແດງຄຳອວຍພອນໄຊອັນປະເສີດໃຫ້ການນຳພັກ-ລັດ, ກໍຄືການນຳກອງບັນຊາການ ປກສ ແຂວງ ແລະ ພະນັກງານ-ນັກຮົບໃນກຳລັງປ້ອງກັນຄວາມສະຫງົບ ຈົ່ງມີຄວາມເຂັ້ມແຂງ, ມີຄວາມຜາສຸກໃນຄອບຄົວ ແລະ ມີຜົນສຳເລັດໃນໜ້າທີ່ວຽກງານ ແລະ ສືບຕໍ່ຊີ້ນຳ-ນຳພາກຳລັງ ປກສ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນໄປເລື້ອຍໆ.

ໃນຕອນທ້າຍ, ພັອ ສຸດທະສົມ ບຸນນະສິງ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ຄະນະຜູ້ແທນກອງບັນຊາການຕຳຫຼວດ ແຂວງກວາງຈິ ແລະ ຄະນະຜູ້ແທນກອງບັນຊາການທະຫານຊາຍແດນ ແຂວງກວາງຈິ
ພ້ອມຄະນະ ທີ່ໄດ້ເຂົ້າອວຍພອນໃນຄັ້ງນີ້ ພ້ອມທັງອວຍພອນໄຊອັນປະເສີດໃຫ້ທັງສອງການນໍາ ແລະ ຄະນະ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ.