ກົມຕຳຫຼວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີເຊື່ອມຊຶມເອກະສານລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍການອະໄພຍະໂທດ ປະຈຳປີ 2018 ໃນວັນທີ 20 ເມສາ 2018, ໂດຍການເຜີຍແຜ່ຂອງ ພັອ ສົມລິດ ດາວຮຸ່ງສຸຣິ ຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ ມີບັນດາຄະນະພັກ, ຄະນະນຳກົມ, ຄະນະພະແນກ, ຫົວໜ້າຄ້າຍ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ພັອ ສົມລິດ ດາວຮຸ່ງສຸຣິ ກ່າວວ່າ: ການຈັດຕັ້ງເຊື່ອມຊຶມໃນຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນຫຼາຍຕໍ່ບັນດາຄ້າຍຄຸມຂັງທີ່ຕ້ອງໄດ້ເອົາໃຈໃສ່ກວດກາ, ຕິດຕາມການຄັດເລືອກປະເພດດັດສ້າງນັກໂທດໃຫ້ມີຄວາມຊັດເຈນ, ພາວະວິໄສ, ຍຸຕິທຳ ແລະ ໂປ່ງໃສ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ ແລະ ໄດ້ຮັບຜົນສຳເລັດໃນຕໍ່ໜ້າ.

ທ່ານຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ ໄດ້ເຜີຍແຜ່ກ່ຽວກັບເອກະສານລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 001/ປປທ ລົງວັນທີ 20 ເມສາ 2018 ວ່າດ້ວຍການໃຫ້ອະໄພຍະໂທດ, ຂໍ້ຕົກລົງຂອງຫົວໜ້າກົມຕຳຫຼວດຸມຂັງ-ດັດສ້າງ ສະບັບເລກທີ 876/ກຄສ ລົງວັນທີ 19 ເມສາ 2018 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຄົ້ນຄວ້າອະໄພຍະໂທດຂັ້ນກົມ; ໃນນີ້, ໄດ້ຍົກໃຫ້ເຫັນເຖິງການອະໄພຍະໂທດ ແມ່ນການປະຕິບັດນະໂຍບາຍດ້ານມະນຸດສະທຳຂອງພັກ-ລັດເຮົາ, ເພື່ອເປັນການສຶກສາອົບຮົມໃຫ້ນັກໂທດເຫັນໄດ້ແນວທາງນະໂຍບາຍຖືກຕ້ອງ ແລະ ເປັນທຳຂອງພັກ-ລັດ, ເຮັດໃຫ້ນັກໂທດບຸກໜ້າບືນຕົວຝຶກຝົນຫໍ່ຼຫຼອມດັດສ້າງຕົນເອງໃຫ້ກາຍເປັນພົນລະເມືອງດີຂອງຊາດຂອງສັງຄົມ ແລະ ສາກົນ, ຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍດ້ານມະນຸດສະທຳຂອງພັກ ແລະ ລັດເຮົາ.