ໜ້າຫຼັກ Tags ສະຫະລັດ ອາເມລິກາ

Tag: ສະຫະລັດ ອາເມລິກາ

US ຈະເກັບພາສີ 10% ກັບສິນຄ້າຈີນ ກວ່າ 200.000 ລ້ານໂດລາ

ທ່ານ ໂຣເບີດ ໄລໄທເຊີ ຜູ້ແທນການຄ້າ ສະຫະລັດ ອາເມລິກາ ກ່າວໃນວັນທີ 11 ກໍລະກົດນີ້ວ່າ: ລັດຖະບານ ສະຫະລັດ ອາເມລິກາ ຮຽກຮ້ອງຢ່າງອົດທົນຕະຫຼອດໜຶ່ງປີທີ່ຜ່ານມາ ໃຫ້ຈີນຢຸດການກະທຳທີ່ບໍ່ເປັນທຳ, ເປີດຕະຫຼາດ ແລະ ໃຫ້ມີການແຂ່ງຂັນກັນຢ່າງແທ້ຈິງ, ແທນທີ່ຈະແກ້ໄຂຄວາມກັງວົນອັນຊອບທຳຂອງ ສະຫະລັດ ອາເມລິກາ ຈີນກັບເລີ່ມຕອບໂຕ້ດ້ວຍການເກັບພາສີສິນຄ້າ ສະຫະລັດ ອາເມລິກາ ທັ້ງທີ່ບໍ່ມີເຫດອັນສົມຄວນ;...

ນັກວິເຄາະ ຄາດ ລາຄານ້ຳມັນດິບ ທະລຸ 100 ໂດລາ

ທ່ານ ສະຕີເຟນ ເບຣນນັອກ ນັກວິເຄາະດ້ານນ້ຳມັນຈາກ ພີວີເອັມ ອອຍ ແອສໂສຊິເອດ ໃຫ້ຄວາມເຫັນ ໃນວັນທີ 6 ກໍລະກົດນີ້ວ່າ: ລາຄານ້ຳມັນຈະເພີ່ມຂຶ້ນທະລຸ 100 ໂດລາຕໍ່ບາເຣວ ຖ້າຫາກ ອີຣານ ປິດກັ້ນການສົ່ງອອກນ້ຳມັນຈາກອ່າວເປີເຊຍ. ຂະນະນີ້, ມີນ້ຳມັນປະມານ 17 ລ້ານບາເຣວຕໍ່ມື້ ຫຼື ປະມານ 35% ຂອງນ້ຳມັນສົ່ງອອກທີ່ມີການຂົນສົ່ງທາງເຮືອ...

WTO ຊີ້ ວິວາດການຄ້າ ຄຸກຄາມເສດຖະກິດໂລກ

ທ່ານ ໂຣເບີໂຕ ອາເຊເວໂດ ຜູ້ອຳນວຍການອົງການການຄ້າໂລກ (WTO) ກ່າວໃນວັນທີ 5 ກໍລະກົດນີ້ວ່າ: ການເຕີບໃຫຍ່ຂອງເສດຖະກິດໂລກ ກຳລັງຖືກຄຸກຄາມຈາກການທີ່ບັນດາປະເທດມະຫາອຳນາດທາງເສດຖະກິດ ວິວາດຕອບໂຕ້ກັນໄປມາ ພ້ອມທັງຂູ່ວ່າຈະຄວ່ຳບາດການຄ້າຕໍ່ກັນ; ເຊິ່ງຄຳເວົ້າ ແລະ ທ່າທີທັງຫຼາຍເຫຼົ່ານີ້ລະຫວ່າງ ສະຫະລັດ ອາເມລິກາ, ສະຫະພາບເອີຣົບ (EU) ແລະ ຈີນ ຖືເປັນຄວາມສ່ຽງຢ່າງມະຫາສານຕໍ່ລະບົບການຄ້າໂລກ. ຜູ້ອຳນວຍການ WTO ກ່າວວ່າ:...

ບັງຄັບອົບພະຍົບໜີໄຟປ່າ ທາງເໜືອຂອງຄາລິຟໍເນຍ

ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ກໍລະກົດນີ້ວ່າ: ທາງການລັດຄາລິຟໍເນຍ ຂອງ ສະຫະລັດ ອາເມລິກາ ປະກາດເຕືອນໄພສະພາບອາກາດໃນລະດັບສີແດງ ເຊິ່ງເປັນລະດັບສູງສຸດ ແລະ ບັງຄັບອົບພະຍົບປະຊາຊົນທາງເໜືອຂອງລັດ ຫຼັງຈາກເກີດລົມແຮງ ແລະ ອາກາດຮ້ອນຈັດ ເຮັດໃຫ້ເກີດໄຟໄໝ້ປ່າຫຼາຍຈຸດ ແລະ ແຜ່ລາມຢ່າງວ່ອງໄວ. ໄຟປ່າຄັ້ງຫຼ້າສຸດທີ່ເກີດຂຶ້ນໃນວັນທີ 30 ມິຖຸນາ ທີ່ຜ່ານມາ ໃຊ້ເວລາພຽງມື້ດຽວ ໄໝ້ກິນພື້ນທີ່ເຖິງ 55.000...

ເຜີຍ 4 ຂໍ້ຫຼັກ ຂໍ້ຕົກລົງປະຫວັດສາດ ທຣຳ-ຄິມ

ຂ່າວຕ່າງປະເທດລາຍງານ ໃນວັນທີ 13 ມິຖຸນາ ທີ່ຜ່ານມາວ່າ: ທ່ານ ຄິມ ຈອງອຶນ ຜູ້ນຳ ສປປ ເກົາຫຼີ ແລະ ປະທານາທິບໍດີ ໂດໂນ ທຣຳ ຂອງສະຫະລັດ ອາເມລິກາ ໄດ້ລົງນາມເອກະສານຮ່ວມກັນໃນຕອນສວຍຂອງວັນທີ 12 ມິຖຸນາ ຜ່ານມາ ຫຼັງຈາກທີ່ເປີດກອງປະຊຸມສຸດຍອດຄັ້ງປະຫວັດສາດ ທີ່ປະເທດສິງກະໂປ ເຊິ່ງຖືວ່າເປັນຄັ້ງທຳອິດທີ່ຜູ້ນຳທີ່ຢູ່ໃນຕຳແໜ່ງຂອງ...

UN ພ້ອມກວດສອບນິວເຄຣຍ ຫຼັງກອງປະຊຸມ ທຣຳ-ຄິມ

ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ (UN) ກ່າວໃນວັນທີ 12 ມິຖຸນານີ້ວ່າ: ສະຫະປະຊາຊາດ ພ້ອມທີ່ຈະຮັບບົດບາດເປັນອົງກອນກາງທີ່ເຂົ້າດ້ານນິວເຄຣຍ ຫາກໄດ້ຮັບການຮ້ອງຂໍ ພາຍຫຼັງກອງປະຊຸມສຸດຍອດຄັ້ງປະຫວັດສາດ ລະຫວ່າງ ປະທານາທິບໍດີ ໂດໂນ ທຣຳ ແລະ ທ່ານ ຄິມ ຈອງ ອຶນ ຜູ້ນຳ ສປປ ເກົາຫຼີ...