ທ່ານ ສະຕີເຟນ ເບຣນນັອກ ນັກວິເຄາະດ້ານນ້ຳມັນຈາກ ພີວີເອັມ ອອຍ ແອສໂສຊິເອດ ໃຫ້ຄວາມເຫັນ ໃນວັນທີ 6 ກໍລະກົດນີ້ວ່າ: ລາຄານ້ຳມັນຈະເພີ່ມຂຶ້ນທະລຸ 100 ໂດລາຕໍ່ບາເຣວ ຖ້າຫາກ ອີຣານ ປິດກັ້ນການສົ່ງອອກນ້ຳມັນຈາກອ່າວເປີເຊຍ.

ຂະນະນີ້, ມີນ້ຳມັນປະມານ 17 ລ້ານບາເຣວຕໍ່ມື້ ຫຼື ປະມານ 35% ຂອງນ້ຳມັນສົ່ງອອກທີ່ມີການຂົນສົ່ງທາງເຮືອ ໄດ້ໃຊ້ເສັ້ນທາງໃນອ່າວເປີເຊຍ. ການປິດກັ້ນການຂົນສົ່ງນ້ຳມັນໃນເສັ້ນທາງດັ່ງກ່າວ ຈະເຮັດໃຫ້ລາຄານ້ຳມັນເພີ່ມຂຶ້ນຫຼາຍກວ່າ 100 ໂດລາ; ເຊິ່ງຜູ້ນຳອີຣານ ໄດ້ສະແດງຄວາມມຸ່ງໝັ້ນໃນການຕອບໂຕ້ຕໍ່ການທີ່ ສະຫະລັດ ອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງນິວເຄຣຍ ໂດຍຈະເຮັດໃຫ້ເປັນປັດໄຈສະໜັບສະໜູນລາຄານ້ຳມັນຕໍ່ໄປ.

ທ່ານ ອັສຊັນ ຣູຮານີ ປະທານາທິບໍດີອີຣານ ກ່າວເຕືອນວ່າ: ອີຣານ ຈະຂັດຂວາງການຂົນສົ່ງນ້ຳມັນຂອງປະເທດຕ່າງໆໃນພາກພື້ນ ຖ້າຫາກ ສະຫະລັດ ອາເມລິກາ ໃຊ້ມາດຕະການຄວ່ຳບາດການສົ່ງອອກນ້ຳມັນຂອງ ອີຣານ.

ເຖິງແມ່ນວ່າ ທ່ານ ຣູຮານີ ບໍ່ໄດ້ລະບຸລາຍລະອຽດຂອງແຜນການດັ່ງກ່າວ ແຕ່ພົນຕີ ກາເຊັມ ໂຊໄລມານິ ຜູ້ບັນຊາການກອງກຳລັງປະຕິວັດອີຣານ ກ່າວວ່າ: ຕົນພ້ອມທີ່ຈະປະຈິບັດຕາມຄຳສັ່ງຂອງປະທານາທິບໍດີ ໃນການສະກັດການສົ່ງອອກນ້ຳມັນດິບຂອງປະເທດ ໃນອ່າວເປີເຊຍ.

ກ່ອນໜ້ານີ້, ອີຣານ ຂູ່ວ່າ: ຈະປິດຊ່ອງແຄບຮໍມຸສ ເຊິ່ງເປັນເສັ້ນທາງຂົນສົ່ງນ້ຳມັນທີ່ສຳຄັນສຳລັບປະເທດ ໃນອ່າວເປີເຊຍ ໄປຍັງທະເລອາຣັບ.

ສະຫະລັດ ອາເມລິກາ ຮຽກຮ້ອງໃຫ້ປະເທດຕ່າງໆ ແລະ ບໍລິສັດນ້ຳມັນ ຢຸດການຊື້ນ້ຳມັນດິບຈາກອີຣານ ພາຍໃນວັນທີ 4 ພະຈິກນີ້ ບໍ່ເຊັ່ນນັ້ນຈະຖືກ ສະຫະລັດ ອາເມລິກາ ຄວ່ຳບາດ.

ທັ້ງນີ້, ວັນທີ 4 ພະຈິກນີ້ ເປັນວັນຄົບກຳນົດ 180 ວັນ ນັບຈາກວັນທີ່ ປະທານາທິບໍດີ ໂດໂນ ທຣຳ ປະກາດຖອນຕົວຈາກຂໍ້ຕົກລົງນິວເຄຣຍອີຣານ ໃນເດືອນພຶດສະພາຜ່ານມາ ເຊິ່ງຈະເຮັດໃຫ້ ປະທານາທິບໍດີ ທຣຳ ສາມາດອອກຄຳສັ່ງຄວ່ຳບາດ ອີຣານ ຄັ້ງໃໝ່.

ຂະນະນີ້, ອີຣານ ຜະລິດນ້ຳມັນປະມານ 4,7 ລ້ານບາເຣວຕໍ່ມື້ ໂດຍເປັນຜູ້ຜະລິດນ້ຳມັນລາຍໃຫຍ່ເປັນອັນດັບ 5 ຂອງໂລກ ຫຼື ເກືອບ 5% ຂອງປະລິມານນ້ຳມັນທີ່ມີການຜະລິດທົ່ວໂລກ ແລະ ລູກຄ້ານ້ຳມັນລາຍໃຫຍ່ຂອງອີຣານ ໄດ້ແກ່ ຈີນ ແລະ ອິນເດຍ. ເຊິ່ງລູກຄ້ານ້ຳມັນບາງປະເທດຂອງອີຣານ ເຊັ່ນ: ຍີ່ປຸ່ນ, ອິນເດຍ ແລະ ສ ເກົາຫຼີ ໄດ້ສົ່ງສັນຍານວ່າ ພວກເຂົາຈະຢຸດການນຳເຂົ້ານ້ຳມັນຈາກອີຣານ ຫາກ ສະຫະລັດ ອາເມລິກາ ປະກາດຄວ່ຳບາດ ອີຣານ.