ທາງການຍີ່ປຸ່ນ ໄດ້ອົບພະຍົບປະຊາຊົນຫຼາຍແສນຄົນ ທາງພາກຕາເວັນຕົກ ແລະ ພາກກາງ ອອກຈາກບ້ານເຮືອນໃນວັນທີ 6 ກໍລະກົດນີ້ ຂະນະທີ່ເກີດພາຍຸຝົນຕົກໜັກທົ່ວປະເທດ ເຮັດໃຫ້ນ້ຳຖ້ວມແມ່ນ້ຳຫຼາຍສາຍ, ດິນເຈື່ອນຫຼາຍຈຸດ ແລະ ມີຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ.

ສະຖານີອຸຕຸນິຍົມວິທະຍາຍີ່ປຸ່ນ ລາຍງານວ່າ: ຝົນຕົກໜັກຫຼາຍທີ່ສຸດເປັນປະຫວັດສາດ ແລະ ເຕືອນວ່າ ຈະມີຝົນຕົກລົງມາເລື້ອຍໆໃນພື້ນທີ່ທີ່ປະສົບໄພຢູ່ແລ້ວ ຈົນເຖິງວັນທີ 8 ກໍລະກົດ, ໂດຍໃນຕອນເຊົ້າຂອງວັນທີ 6 ກໍລະກົດ ພື້ນທີ່ເທິງເກາະຮອນຊູ ປະເຊີນຝົນຕົກໜັກຫຼາຍເປັນສອງເທົ່າຂອງລະດັບປົກກະຕິໃນເດືອນກໍລະກົດນີ້, ມີຜູ້ເສຍຊີວິດຢ່າງໜ້ອຍແລ້ວ 2 ຄົນ ເປັນຊາຍທີ່ຕົກທໍ່ລະບາຍນ້ຳ ແລະ ຍິງສູງອາຍຸ ຈາກລົມພັດຮຸນແຮງ ລວມທັງຍັງມີຜູ້ຫາຍສາບສູນອີກຫຼາຍຄົນ, ບາດເຈັບຫຼາຍສິບຄົນ ແລະ ໃນຈຳນວນນີ້ ອາການສາຫັດ 4 ຄົນ.

ເຈົ້າໜ້າທີ່ຍີ່ປຸ່ນ ປະກາດວ່າ: ສະຖານະການຕອນນີ້ ຍັງອັນຕະລາຍຫຼາຍ, ປະຊາຊົນປະມານ 168.000 ຄົນ ໄດ້ຮັບຄຳສັ່ງໃຫ້ອົບພະຍົບອອກຈາກບ້ານເຮືອນ ເພາະອາດມີອັນຕະລາຍຈາກດິນເຈື່ອນ, ນ້ຳຖ້ວມ ແລະ ແນະນຳອີກ 1,2 ລ້ານຄົນ ໃຫ້ອົບພະຍົບອອກຈາກທີ່ພັກອາໄສ.