ຕາມການລາຍງານຈາກ ກະຊວງພາຍໃນ ແລະ ບໍລິສັດປະກັນໄພປະເທດຝຣັ່ງ ໃຫ້ຮູ້ວ່າ: ໃນປີ 2015 ມີລົດທີ່ໄດ້ລົງທະບຽນຖືກຕ້ອງຕາມກົດໝາຍເຖິງ 1/4 ແມ່ນຖືກກຸ່ມຄົນບໍ່ດີງັດ ຫຼື ທຸບແວ່ນລົດເພື່ອເອົາລັກເອົາຊັບສິນທີ່ເຈົ້າຂອງປະໄວ້ໃນລົດ, ທີ່ປະເທດຝຣັ່ງ ປັດຈຸບັນມີລົດທີ່ມີຄົວເລກໃນກົງໂຕນປະມານ 24 ລ້ານຄັນນັ້ນ ເມື່ອສະເລ່ຍແລ້ວໃນ 6 ນາທີໃດ ແມ່ນຈະມີເຫດການເກີດຂຶ້ນກ່ຽວກັບລົດຄັນໃດໜຶ່ງໃນປະເທດ.

ລົດທີ່ກຸ່ມເປົ້າໝາຍແນໃສ່ກໍ່ເຫດ ສ່ວນຫຼາຍຈະແມ່ນລົດທີ່ມີລາຄາແພງ ເຊັ່ນ: DeLuxe, BMW, Mercedes, Audi, Volkswagen, Citroen ແລະອື່ນໆ ແລະ ທີ່ສຳຄັນພວກກໍ່ເຫດແມ່ນມີຄວາມຊຳນານໃນການເອົາຕົວຫຼົບໜີຫຼັງກໍ່ເຫດ; ສະພາບການດັ່ງກ່າວ ໄດ້ສ້າງຄວາມກົດດັນ ແລະ ເຄັ່ງຕຶງເຖິງຂັ້ນຜູ້ຜະລິດລົດຍີ່ຫໍ້ແພງດັ່ງກ່າວຕ້ອງຄົ້ນຄິດລະບົບປ້ອງກັນການຖືກຄົນຮ້າຍຫໍ່ເຫດ ແບບທັນສະໄໝທີ່ສຸດ.

ເຊັ່ນເຫດການທີ່ເກີດຂຶ້ນເມື່ອປີ 1995 ບໍລິສັດ Citroen ໄດ້ຕິດຕັ້ງລະບົບເຕືອນໄພແບບອັດຕະໂນມັດ ເມື່ອມີຄົນມາແຕະຕ້ອງ ຫຼື ງັດລົດ, ສ່ວນບໍລິສັດ BMW ແມ່ນຈະເນັ້ນລະບົບເຕືອນໄພສະເພາະຖ້າມີສະພາບການຖືກໂຈນຕັ້ງໃຈກໍ່ເຫດລັກຊັບ ຫຼື ບໍລິສັດ Naman ເຊິ່ງເປັນບໍລິສັດໜຶ່ງທີ່ມີຄວາມຊຳນານດ້ານການສ້າງລະບົບປ້ອງກັນການຖືກລັກທີ່ມີຊື່ສຽງມາແຕ່ດົນແລ້ວ ໂດຍສະເພາະແມ່ນລະບົບປ້ອງກັນໄພໃຫ້ກັບປະເພດລົດເກັງ, ເຊິ່ງບໍລິສັດໄດ້ຜະລິດກະແຈຊະນິດໃໝ່ ກະແຈດັ່ງກ່າວແມ່ນເປັນລະບົບເຊັນເຊີ ບໍ່ແມ່ນລະບົບແບບບູຮານອີກຕໍ່ໄປ, ເຊິ່ງພວກເຂົາໄດ້ເຮັດເປັນລະບົບດາວໂຫຼດເຂົ້າແຜ່ນພລາສຕິກນ້ອຍໆ ເຊິ່ງເຈົ້າຂອງລົດສາມາດເອົາຕິດຕົວ ຫຼື ຫ້ອຍໄວ້ຕາມຕົວໄດ້ ເພື່ອປ້ອງກັນຖືກລັກລອບຮຽນແບບ ໂດຍການນຳກະແຈໄປຊ່ຽນ ຫຼື ຮູບແບບອື່ນໆຄືເມື່ອກ່ອນ.

ທ່ານ Misel Egvi ປະທານບໍລິສັດ Tecton ເຊິ່ງເປັນບໍລິສັດທີ່ຊຳນານໃນການປະດິດລະບົບອີເລັກໂຕຼນິກເຕືອນໄພ ມີສະຖານທີ່ຕັ້ງຢູ່ນະຄອນຫຼວງປາຣີ ປະເທດຝຣັ່ງ ໄດ້ກ່າວວ່າ: ຕົວເລກລະບົບປ້ອງກັນການຖືກລັກ ຫຼື ກໍ່ເຫດລັກຊັບໃນລົດທີ່ພວກຕົນຜະລິດອອກມາ ແມ່ນມີຕົວເລກເພີ່ມຂຶ້ນ 3 ເທົ່າ ໃນຮອບ 2 ປີຜ່ານມາ.

ແຕ່ໃນປັດຈຸບັນທີ່ປະເທດຝຣັ່ງ ແມ່ນກຳລັງພົບສະພາບການຄືດັ່ງປະເທດອີຕາລີ ເພາະວ່າໃນປະເທດດັ່ງກ່າວ ແມ່ນໄດ້ເກີດມີປະກົດການລັກຊັບໃນລົດຈົນເຖິງຂັ້ນກາຍເປັນຄວາມຊິ້ນເຄີຍໃນການປ້ອງກັນຊັບສິນຂອງຕົນ.

ຫຼາຍທ່ານອາດຈະເຄີຍເຫັນແລ້ວວ່າ ທີ່ເມືອງທູອິນ ຫຼື ເມືອງໂຣມ ຕາມຮ້ານອາຫານ ຫຼື ຮ້ານກິນດື່ມ ແຂກທີ່ມາໃຊ້ບໍລິການ ມັກຈະນຳເອົາອຸປະກອນໃນລົດທີ່ຄົນຮ້າຍມັກລັກເຊັ່ນ: ຫົວຫຼິ້ນດີວີດີ ຫຼື ອຸປະກອນອື່ນທີ່ສາມາດຖອດເອົາໄດ້ງ່າຍ ມາວາງໄວ້ເທິງໂຕະທີ່ພວກເຂົານັ່ງກິນອາຫານ ຮ້າຍແຮງໄປກວ່ານັ້ນບໍ່ມີໃຜຈະກ້າຈອດລົດປະໄວ້ຕາມແຄມທາງຂ້າມຄືນ ແຕ່ຖ້າມີພວກເຂົາກໍຈະນຳເອົາທ່ອນເຫຼັກມັດພວງມະໄລໃສ່ກັບຄັນເລັ່ງ ແລະ ຈະບໍ່ປະເອກະສານ ຫຼື ວັດຖຸມີຄ່າໄວ້ໃນລົດຢ່າງເດັດຂາດ ເຊິ່ງພວກເຂົາເຄີຍເຮັດມາຈົນກາຍເປັນຄວາມຊິ້ນເຄີຍ ແລະ ກໍໄດ້ຮັບຜົນດີສຸດ.

ຕົກມາລະດູແລ້ງ, ບັນດາກຸ່ມເຄື່ອນໄຫວລັກຊັບ ໂດຍສະເພາະກຸ່ມທີ່ເຄື່ອນໄຫວແມ່ນມາຈາກປະເທດອີຕາລີ ມາກໍ່ເຫດທາງເຂດພາກເໜືອຂອງປະເທດຝຣັ່ງ ເຊິ່ງເປັນສະຖານທີ່ຜູ້ມີຖານະຮັ່ງມີມັກເດີນທາງໄປທ່ຽວ ແລະ ດຳລົງຊີວິດຢູ່, ພວກກໍ່ເຫດສ່ວນຫຼາຍແມ່ນຈະນຳໃຊ້ເດັກນ້ອຍ ອາຍຸປະມານ 10-14 ປີ ເປັນຜູ້ລອດເຂົ້າລັກເອົາຊັບສິນໃນລົດ ຫຼັງຈາກທີ່ພວກເຂົາສາມາດທຸບແວ່ນສຳເລັດ.

ທ່ານຫົວໜ້າວິສາວະກອນຂອງບໍລິສັດ Joel Barboten ເຊິ່ງເປັນບຸກຄົນທີ່ພະຍາຍາມຄົ້ນຄວ້າຫາລະບົບປ້ອງກັນລົດໃຫ້ທັນສະໄໝທັນກັບຍຸກສະໄໝ ແລະ ກໍສາມາດສ້າງໄດ້ລະບົບປ້ອງກັນການລັກລົດ Citroen ເວີຊັນ 2017 ຂອງຕົນເອງ.

ຜ່ານມາເຈົ້າໜ້າທີ່ໄດ້ພົບລົດລາຄາແພງ ທີ່ຖືກກຸ່ມຄົນບໍ່ດີລັກໄປແລ້ວແກະຖອດເອົາທຸກຢ່າງທີ່ສາມາດເອົາໄປໄດ້ ນັບແຕ່ປະຕູ, ຢາງລົດ, ອຸປະກອບຕົບແຕ່ງພາຍໃນລົດທັງໝົດ ເວົ້າລວມແລ້ວປະໄວ້ພຽງແຕ່ໂຄງຮ່າງລົດເທົ່ານັ້ນ ແລະ ນັ້ນກາຍເປັນແຮງຈູງໃຈໃຫ້ເຂົາຕ້ອງຄົ້ນຄິດປະດິດລະບົບປ້ອງກັນການຖືກຄົນຮ້າຍລັກ ຫຼື ທຸບແວ່ນລົດດັ່ງກ່າວ.

ປະທານບໍລິສັດ M. Egvi ໃຫ້ຮູ້ວ່າ: ປັດຈຸບັກພວກຕົນກຳລັງທົດລອງນຳໃຊ້ຮູບແບບການປ້ອງກັນລົດດ້ວຍການແນມເຫັນ ແລະ ຕັ້ງລະບົບເຕືອນດ້ວຍສຽງເຕືອນ ແລະ ຂູ່ຜູ້ກໍ່ເຫດດ້ວຍການເປັ່ງສຽງບອກຄົນອ້ອມຂ້າງວ່າ ຊ່ວຍຈັບໂຈນລັກຊັບໃນລົດໃຫ້ໄດ້ ແລະ ສຽງດັ່ງກ່າວຈະດັງຂຶ້ນຕໍ່ເນື່ອງ.

ອຸປະກອນທີ່ເຮັດຍິ່ງຫຍຸ້ງຍາກຍິ່ງເປັນການດີນີ້ ແມ່ນຄຳຂວັນຂອງທ່ານ Jacques Verge ເຊິ່ງເປັນບຸກຄົນໜຶ່ງທີ່ຫຼົງໄຫຼ ແລະ ມີຄວາມຕັ້ງໃຈກັບການສ້າງລະບົບປ້ອງກັນລົດຍົນ, ເຊິ່ງຜູ້ກ່ຽວແມ່ນຄົນທີ່ຄົ້ນຄິດ ແລະ ສ້າງລະບົບປ້ອງກັນໃຫ້ບໍລິສັດລົດ Alarm Oto Etoral.

ຜູ້ກ່ຽວຍັງໃຫ້ຮູ້ຕື່ມວ່າ: ປະມານເຄິ່ງສະຕະວັດກ່ອນ ກຸ່ມເຄື່ອນໄຫວລັກຊັບ ພວກເຂົາແມ່ນຊອກຫາທຸກວິທີທາງເພື່ອແກ້ ຫຼື ປົດລັອກລະບົບການປ້ອງກັນລົດທີ່ບໍລິສັດຂອງພວກຕົນໄດ້ຄົ້ນຄິດອອກມາ ໂດຍສະເພາະແມ່ນໄດ້ເປີດຕົວລະບົບເຕືອນໄພລົດ ເມື່ອປີ 1930, ມາປີ 1931 ລະບົບປ້ອງກັນລົດດັ່ງກ່າວ ແມ່ນຖືກກຸ່ມຄົນບໍ່ດີສາມາດມ້າງລະບົບດັ່ງກ່າວໄດ້ ໂດຍພວກເຂົາສາມາດຮູ້ໄດ້ວ່າ ລະບົບດັ່ງກ່າວຈະແຈ້ງເຕືອນສະເພາະແຕ່ລົດຖືກໄຂປະຕູອອກແບບບໍ່ໄດ້ປົດລັອກກະແຈເທົ່ານັ້ນ; ດັ່ງນັ້ນ, ພວກເຂົາຈຶ່ງໃຊ້ວິທີທຸບ ຫຼື ຕັດແວ່ນລົດເພື່ອເອົາຊັບສິນ. ເມື່ອຄິດເຖິງຂໍ້ເສຍນີ້, ຕົນເອງຈຶ່ງຄົ້ນຄິດລະບົບປ້ອງກັນທັນສະໄໝທີ່ຊື່ວ່າ ປ້ອງກັນໄພທັນສະໄໝ ເຊິ່ງສາມາດປ້ອງກັນຄວາມປອດໄພໄດ້ 90%.

ຕາມທິດສະດີຂອງທ້າວ J. Verge ໃຫ້ຮູ້ວ່າ: ທຸກໆອຸປະກອນທີ່ຈະນຳອອກມາປະກອບໃສ່ລົດຄັນໃດຄັນໜຶ່ງ ແມ່ນມີການທົດລອງຫຼາຍຄັ້ງ ແລະ ສາມາດໃຊ້ສະເພາະລົດຄັນດຽວເທົ່ານັ້ນ ພ້ອມນັ້ນມູນຄ່າຂອງລະບົບກໍສູງ ອາດກວມເຖິງ 10% ຂອງລາຄາຕົວລົດ ແຕ່ວ່າມີຄວາມປອດໄພ ແລະ ໝັ້ນໃຈຂອງຜູ້ເປັນເຈົ້າຂອງລົດ ໂດຍສະເພາະແມ່ນຜູ້ເປັນເຈົ້າຂອງລົດທີ່ມີລາຄາແພງຢ່າງແນ່ນອນ.

ທຸກຄັ້ງທີ່ນຳອຸປະກອນປ້ອງກັນການຖືກລັກໃສ່ລົດແຕ່ລະຄັນ ຕົນເອງຈະຊອກຕິດຕັ້ງໃສ່ແຕ່ລະຈຸດທີ່ບໍ່ຊໍ້າກັນ ເພາະທິດສະດີທີ່ສອງຂອງຕົນ ແມ່ນຈະຕິດຕັ້ງລະບົບສຽງເຕືອນໄພລົດເຂົ້າກັບ ລະບົບເຄື່ອງຈັກ ແລະ ລະບົບໄຟຟ້າລົດ ເພາະວ່າຖ້າຫາກກຸ່ມເຄື່ອນໄຫວຍິ່ງຊອກຫາທາງເດີນການສົ່ງສັນຍານ ຫຼື ຕັດລະບົບເຕືອນເທົ່າໃດ ກໍຈະຍິ່ງເຮັດໃຫ້ລົດນັ້ນເພທັນທີ ແລະ ຈະບໍ່ສາມາດລັກເອົາລົດໄປໄດ້ແບບງ່າຍດາຍ.

ຖ້າຫາກກຸ່ມຄົນບໍ່ດີລົງມືລັກລົດທີ່ຜູ້ກ່ຽວໄດ້ຕິດຕັ້ງລະບົບເຕືອນໄພໄວ້ນັ້ນ ທຳອິດແມ່ນຈະເກີດມີສຽງດັງຕິດໆ ເຕືອນໃຫ້ຜູ້ເປັນເຈົ້າຂອງລົດຮັບຮູ້ຜ່ານແອັບພີເຄຊັນທີ່ຖືກຕິດຕັ້ງໃຫ້ພ້ອມການຕິດຕັ້ງອຸປະກອນ ເຖິງວ່າຈະຢູ່ໄກຈາກລົດກໍຕາມ ເມື່ອມີເຫດການທີ່ກ່ຽວຂ້ອງກັບຕົວລົດ ລະບົບຈະແຈ້ງເຕືອນທັນທີ. ພ້ອມດຽວກັນ, ອຸປະກອນກໍຈະເປັ່ງສຽງອອກມາເປັນສຽງຄົນວ່າ ຈັບຂີ້ລັກ! ຈັບຂີ້ລັກ! ພ້ອມທັງໄຟຊີ່ຍ່ານໃນລົດຮຸ່ງຂຶ້ນເປັນຈັງຫວະ.

ສ່ວນຜູ້ຊ່ຽວຊານຄົນອື່ນເຊັ່ນ: ທ່ານ Jean-Claude Ziroa ເຊິ່ງເປັນເຈົ້າຂອງກາຣາລົດໃຫຍ່ທີ່ສຸດໃນນະຄອນຫຼວງປາຣີ ປະເທດຝຣັ່ງ, ທ່ານໄດ້ຄົ້ນຄວ້າ ແລະ ປະດິດລະບົບປ້ອງກັນໄພ ໃຫ້ກັບລົດລາຄາແພງ ຍີ່ຫໍ້ BMW ເຊິ່ງມີຊື່ອຸປະກອນວ່າ JSJ. ແຕ່ທີ່ຈິງແລ້ວ ລະບົບດັ່ງກ່າວຈະເຮັດວຽກເປັນການເຕືອນ ແລະ ໄລ່ຄົນຈະມາກໍ່ເຫດຄ້າຍຄືອຸປະກອນໄລ່ໜູ, ເພາະວ່າສັນຍານຈະເຕືອນເມື່ອຄົນຮ້າຍໄດ້ສຳຜັດກັບປຸ່ມສຳຜັດດ້ວຍມື ເມື່ອມີການກົດເປີດກະແຈ, ນັ່ງລົງເບາະ ແລະ ຂັບລົດອອກໄປ ແຕ່ຫຼັງຈາກນັ້ນປະມານ 10 ວິນາທີ ລະບົບການເຮັດວຽກທັງໝົດຈະຢຸດທັນທີ ແລະ ຈະມີສຽງເຕືອນດັງຂຶ້ນ ແລະ ຈະລັອກລະບົບອັດຕະໂນມັດ ແລ້ວຈະມີສຽງບອກວ່າໃຫ້ລໍຖ້າເຈົ້າຂອງລົດທີ່ມີກະແຈແທ້ມາເປີດໃຫ້.

ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ