ໃນອາທິດຜ່ານມາ, ຄະນະໜ່ວຍຊາວໜຸ່ມຫ້ອງການເມືອງ ກອງບັນຊາການ ປກສ ແຂວງໄຊສົມບຸນ ໄດ້ເປີດກອງປະຊຸມໃຫ່ຍ ຄັ້ງທີ I ຂຶ້ນ ໂດຍການເປັນປະທານຂອງ ຮທ ພຸດທະສອນ ນ້ອຍມະນີ ເລຂາຄະນະໜ່ວຍຊາວໜຸ່ມຫ້ອງການເມືອງ, ເຂົ້າຮ່ວມໂດຍສະຫາຍ ພັທ ຄຳແສງ ແສງນົນ ຮອງຫົວໜ້າຫ້ອງການເມືອງ ແລະ ພັຕ ບົວໄລ ລໍເພັງສີ ຄະນະຊາວໜຸ່ມຮາກຖານ ກອງບັນຊາການ ປກສ ແຂວງໄຊສົມບູນ, ມີເລຂາຊາວໜຸ່ມຫ້ອງ, ກອງພັນປ້ອງກັນເຄື່ອນທີ, ຄ້າຍຄຸ້ມຂັງ-ດັດສ້າງ, ສະມາຊິກຊາວໜຸ່ມເຂົ້າຮ່ວມ.

ຮທ ພຸດທະສອນ ນ້ອຍມະນີ ໄດ້ຂື້ນຜ່ານບົດລາຍງານການເມືອງຂອງໜ່ວຍຊາວໜຸ່ມຫ້ອງການເມືອງ ໃນໄລຍະ 3 ປີທີ່ຜ່ານມາ, ເຊິ່ງໜ່ວຍຊາວໜຸ່ມຫ້ອງການເມືອງ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວສະມາຊິກຊາວໜຸ່ມດ້ວຍຫຼາຍເນື້ອໃນ, ຫຼາຍວິທີການ ເປັນຕົ້ນ: ການເຂົ້າຮ່ວມຮ່ຳຮຽນ ແລະ ຮັບຟັງປາຖະກະຖາມູນເຊື້ອວັນສຳຄັນຕ່າງໆຂອງພັກ-ຂອງຊາດ, ຮ່ຳຮຽນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຄຳສັ່ງ ແລະ ກົດລະບຽບຕ່າງໆ ຈຳນວນ 26 ຄັ້ງ ມີ 453 ສະຫາຍ ຍິງ 124 ສະຫາຍ ຈຶ່ງເຮັດໃຫ້ສະມາຊິກຊາວໜຸ່ມທຸກສະຫາຍມີຄວາມຮັບຮູ້ ແລະ ເຂົ້າໃຈ, ມີນ້ຳໃນເສຍສະລະເພື່ອຜົນປະໂຫຍດສ່ວນລວມຂອງຊາດ, ປະຕິບັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້ສຳເລັດ ແລະ ມີປະສິດທິຜົນສູງ. ນອກນັ້ນ, ຍັງໄດ້ນໍາພາເປີດບັ້ນດຳເນີນຊີວິດການເມືອງ 1 ຄັ້ງ, ມີສະມາຊິກທັງໝົດ 18 ສະຫາຍ ຍິງ 3 ສະຫາຍ, ໄດ້ແບ່ງປະເພດ ຄື: ປະເພດແຂງ 18 ສະຫາຍ ເທົ່າກັບ 100% ແລະ ເອົາໃຈໃສ່ໃນການຊີ້ນຳ-ນຳພາສະມາຊິກຊາວໜຸ່ມແຕ່ລະສະຫາຍໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະແຕ່ລະພະແນກການຂອງຕົນຢ່າງຕັ້ງໜ້າ ເປັນຕົ້ນແມ່ນວຽກງານໂຄນະນາ-ຂ່າວສານ: ໄດ້ເຄື່ອນໄຫວລົງເກັບກຳຂ່າວຢູ່ພາຍໃນແຂວງ, ເມືອງ ແລະ ພະແນກອ້ອມຂ້າງ ຈຳນວນ 380 ຄັ້ງ, ຂຽນບົດ-ຂ່າວ, ຕັດຕໍ່ພາບ-ວິດີໂອສົ່ງໄປກອງໂທລະພາບ, ໜັງສືພິມຄວາມສະຫງົບ ແລະ ໂທລະໂຄ່ງແຂວງໄຊສົມບູນ ໄດ້ທັງໝົດ 372 ຂ່າວ, ຮັບປະຕິທິນ, ວາລະສານ, ໜັງສືພິມ, ແຜ່ນຊີດີມູນເຊື້ອໄປແຈກຢາຍ ທັງໝົດ 10.890 ສະບັບ.
ໃນຕອນທ້າຍກອງປະຊຸມ, ພັທ ຄໍາແສງ ແສງນົນ ໄດ້ໂອລົມ ແລະ ໃຫ້ທິດຊີ້ນໍາຕໍ່ກອງປະຊຸມດັ່ງກ່າວ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ສະມາຊິກຊາວໜຸ່ມຫ້ອງການເມືອງ ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງເນັ້ນໜັກໃຫ້ຄະນະຊາວໜຸ່ມ ຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ປະຕິບັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກຂອງຕົນຢ່າງເປັນປະຈຳ, ນຳເອົາບັນດາເອກະສານເນື້ອໃນວັນສຳຄັນຕ່າງໆຂອງພັກ-ຂອງຊາດ ມາຈັດຕັ້ງເຊື່ອມຊຶມໃຫ້ຖັນແຖວສະມາຊິກຂອງຕົນໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງຂອງພັກ, ມີການຮ່ວມຊີວິດ, ສຳຫຼວດກວດກາຢ່າງເປັນປົກກະຕິ, ເພີ່ມທະວີການປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ມີຜົນສຳເລັດສູງຂຶ້ນກວ່າເກົ່າ, ມີແຜນການ, ແຜນງານ ແລະ ຫົວຄິດປະດິດສ້າງ, ເອົາໃຈໃສ່ຕໍ່ວຽກງານຂະບວນການດ້ານຕ່າງໆ, ພ້ອມກັນສືບຕໍ່ນຳພາກອງບັນຊາການ ປກສ ແຂວງ ໃຫ້ເຕີບໃຫ່ຍເຂັ້ມແຂງຂຶ້ນເປັນກ້າວໆ.