ໃນ UEFA Champions League ຈະສາມາດປ່ຽນຕົວສຳຮອງໄດ້ 4 ຄົນ

0
649

ການແຂ່ງຂັນເຕະບານຊີງແຊັມສະໂມສອນເອີຣົບ ຫຼື ຢູຟ້າແຊັມປຽນລີກ ກຽມນຳເອົາກົດການປ່ຽນນັກເຕະສຳຮອງໄດ້ 4 ຄົນ ໄປໃຊ້ໃນລະດູການໜ້າ (2018-2019) ຕາມການຢືນຢັນຜ່ານເວັບໄຊຂອງຕົນເອງ ໃນວັນທີ 5 ກໍລະກົດທີ່ຜ່ານມາ. ຕາມປົກກະຕິແລ້ວ, ໃນການແຂ່ງຂັນເຕະບານແມ່ນສາມາດປ່ຽນຕົວຜູ້ຫຼິ້ນສຳຮອງໄດ້ພຽງແຕ່ 3 ຄົນ, ແຕ່ສຳລັບກົດໃໝ່ ແຕ່ລະທີມຈະສາມາດປ່ຽນຕົວນັກເຕະສຳຮອງໄດ້ 4 ຄົນ ແຕ່ມີເງື່ອນໄຂວ່າ: ນັກເຕະຄົນທີ່ 4 ທີ່ຈະຖືກປ່ຽນຕົວນັ້ນ ຕ້ອງແມ່ນການປ່ຽນຕົວໃນການຕໍ່ເວລາພິເສດເທົ່ານັ້ນ (ເວລາພິເສດ 30 ນາທີ ຫຼັງຈາກສອງທີມສະເໝີກັນໃນເວລາປົກກະຕິ 90 ນາທີ) ແລະ ຕ້ອງແມ່ນການແຂ່ງຂັນໃນຮອບ 16 ທີມຂຶ້ນໄປ.

ນອກຈາກຢູຟ້າ ຈະນຳໃຊ້ກົດໃໝ່ນີ້ໃນການແຂ່ງຂັນຢູຟ້າແຊັມປ່ຽນລີກໃນລະດູການໜ້າແລ້ວ, ຍັງຈະນຳໃຊ້ເຂົ້າໃນການແຂ່ງຂັນຢູຟ້າ ຢູໂຣປ້າລີກ, ຢູຟ້າຊຸບເປີ້ຄັບ ແລະ ການແຂ່ງຂັນເຕະບານຊີງແຊັມທະວີບເອີຣົບ 2020 ນຳອີກ; ເຊິ່ງປັດຈຸບັນ, ຟີຟ້າ (ສະຫະພັນເຕະບານນາໆຊາດ) ໄດ້ນຳໃຊ້ກົດໃໝ່ນີ້ໃນການແຂ່ງຂັນບານໂລກປີນີ້ແລ້ວ.