ໃນວັນທີ 6 ກໍລະກົດນີ້, ທະນາຄານກາງ ສະຫະລັດ ອາເມລິກາ (ເຟດ) ເປີດເຜີຍລາຍງານກອງປະຊຸມ ປະຈຳວັນທີ 12-13 ມິຖຸນາ ໂດຍລະບຸວ່າ: ຄະນະກຳມະການກຳນົດນະໂຍບາຍການເງິນ (FOMC) ຍັງຄົງເຊື່ອໝັ້ນວ່າ ເສດຖະກິດ ສະຫະລັດ ອາເມລິກາ ມີຄວາມແຂງແກ່ນ ແລະ ຍັງຄົງເຊື່ອໝັ້ນໃນແຜນການປັບຂຶ້ນອັດຕາດອກເບ້ຍຂອງເຟດ ແຕ່ຄະນະກຳມະການເຟດໄດ້ສະແດງຄວາມກັງວົນກ່ຽວກັບ ຂໍ້ພິພາດທາງການຄ້າ ໂດຍລະບຸວ່າ: ຂໍ້ພິພາດທາງການຄ້າທີ່ກຳລັງທະວີຄວາມຮຸນແຮງໃນຂະນະນີ້ ອາດສົ່ງຜົນໃຫ້ເສດຖະກິດປະເຊີນກັບຄວາມບໍ່ແນ່ນອນ ແລະ ມີຄວາມສ່ຽງທີ່ຈະຊະລໍຕົວລົງ.

ລາຍງານກອງປະຊຸມຍັງລະບຸວ່າ: ເຟດໄດ້ຮັບຮູ້ຈາກບັນດາຜູ້ນຳທາງທຸລະກິດວ່າ ພາກທຸລະກິດມີຄວາມກັງວົນຕໍ່ນະໂຍບາຍການຄ້າ ແລະ ບາງສ່ວນໄດ້ສົ່ງສັນຍານວ່າ ອາດຈະຊະລໍແຜນການໃຊ້ຈ່າຍດ້ານທຶນ ຫາກໄດ້ຮັບຜົນກະທົບຈາກຂໍ້ພິພາດທາງການຄ້າ.

ແນວໃດກໍຕາມ, ເຖິງວ່າ ກຳມະການເຟດ ມີຄວາມກັງວົນກ່ຽວກັບຂໍ້ພິພາດທາງການຄ້າ ແຕ່ກໍຍັງຢືນຢັນເຖິງຈຸດຢືນໃນການປັບຂຶ້ນອັດຕາດອກເບ້ຍຢ່າງຄ່ອຍເປັນຄ່ອຍໄປ ເຊິ່ງຈະຊ່ວຍສະໜັບສະໜູນພາວະຕະຫຼາດແຮງງານໃຫ້ແຂງແກ່ນ ແລະ ຈະຊ່ວຍສະໜັບສະໜູນເງິນເຟີ້ ໃຫ້ປັບຕົວຂຶ້ນສູ່ລະດັບ 2% ອີກຄັ້ງ.

ທາງດ້ານທ່ານ ເຈີໂຣມ ພາວເວວ ປະທານເຟດ ໄດ້ຖະແຫຼງຕໍ່ສື່ມວນຊົນ ພາຍຫຼັງກອງປະຊຸມດັ່ງກ່າວວ່າ: ສົງຄາມການຄ້າຖືເປັນປັດໄຈທີ່ສ້າງຄວາມສ່ຽງ ພ້ອມລະບຸວ່າ ບໍລິສັດເອກະຊົນບາງແຫ່ງໄດ້ແຈ້ງໃຫ້ ເຟດ ຮັບຮູ້ວ່າ ພວກເຂົາກຳລັງຊະລໍການລົງທຶນ ແລະ ການຈ້າງງານ ອັນເນື່ອງມາຈາກນະໂຍບາຍການຄ້າຂອງ ຄະນະເຮັດວຽກຂອງ ປະທານາທິບໍດີ ໂດໂນ ທຣຳ.