ຂ່າວຕ່າງປະເທດລາຍງານ ໃນວັນທີ 13 ມິຖຸນາ ທີ່ຜ່ານມາວ່າ: ທ່ານ ຄິມ ຈອງອຶນ ຜູ້ນຳ ສປປ ເກົາຫຼີ ແລະ ປະທານາທິບໍດີ ໂດໂນ ທຣຳ ຂອງສະຫະລັດ ອາເມລິກາ ໄດ້ລົງນາມເອກະສານຮ່ວມກັນໃນຕອນສວຍຂອງວັນທີ 12 ມິຖຸນາ ຜ່ານມາ ຫຼັງຈາກທີ່ເປີດກອງປະຊຸມສຸດຍອດຄັ້ງປະຫວັດສາດ ທີ່ປະເທດສິງກະໂປ ເຊິ່ງຖືວ່າເປັນຄັ້ງທຳອິດທີ່ຜູ້ນຳທີ່ຢູ່ໃນຕຳແໜ່ງຂອງ 2 ປະເທດໄດ້ພົບໜ້າກັນ.

ຖະແຫຼງການຮ່ວມລະບຸວ່າ: ປະທານາທິບໍດີ ທຣຳ ແລະ ທ່ານ ຄິມ ໄດ້ແລກປ່ຽນທັດສະນະໃນເລື່ອງທີ່ກ່ຽວກັບ ການສ້າງຄວາມສຳພັນທະວິພາຄີໃໝ່, ການສ້າງລະບອບສັນຕິທີ່ຢັ້ງຢືນ ແລະ ຮຸ່ງເຮືອງຢູ່ແຫຼມເກົາຫຼີ; ປະທານທິບໍດີ ທຣຳ ໃຫ້ຄຳໝັ້ນວ່າ ຈະໃຫ້ການຮັບຮອງຄວາມປອດໄພແກ່ ສປປ ເກົາຫຼີ ຂະນະທີ່ທ່ານ ຄິມ ຢ້ຳເລື່ອງຄວາມຕັ້ງໃຈທີ່ຈະເຮັດໃຫ້ແຫຼມເກົາຫຼີ ປອດນິວເຄຣຍຢ່າງສົມບູນ. ຜູ້ນຳທັງສອງຝ່າຍ ໄດ້ຖະແຫຼງ 4 ຂໍ້ຫຼັກ ດັ່ງຕໍ່ໄປນີ້:

ຂໍ້ 1 – ສະຫະລັດ ອາເມລິກາ ແລະ ສປປ ເກົາຫຼີ ໃຫ້ຄຳໝັ້ຍວ່າ ຈະສ້າງຄວາມສຳພັນໃໝ່ຕາມຄວາມປາດຖະໜາຂອງປະຊາຊົນທັງ 2 ປະເທດ ເພື່ອສັນຕິພາບ ແລະ ຄວາມຮຸ່ງເຮືອງ.

ຂໍ້ 2 – ສະຫະລັດ ອາເມລິກາ ແລະ ສປປ ເກົາຫຼີ ຈະຮ່ວມກັນສ້າງລະບອບສັນຕິທີ່ຢັ້ງຢືນ ແລະ ໝັ້ນຄົງຢູ່ແຫຼມເກົາຫຼີ.

ຂໍ້ 3 – ຢືນຢັນຕາມຂໍ້ຕົກລົງປັນມຸມຈອມ (ການປະກາດຢຸດຕິສົງຄາມ ລະຫວ່າງສອງເກົາຫຼີ) ໃນວັນທີ 27 ເມສາ 2018, ສປປ ເກົາຫຼີ ໃຫ້ຄຳໝັ້ນວ່າ ຈະເດີນໜ້າປົດນິວເຄຣຍເເຫຼມເກົາຫຼີ ຢ່າງສົມບູນ.

ຂໍ້ 4 – ສະຫະລັດ ອາເມລິກາ ແລະ ສປປ ເກົາຫຼີ ໃຫ້ຄຳໝັ້ນວ່າ ຈະຄົ້ນຄວ້າເລື່ອງສົບຊະເລີຍສົງຄາມ ແລະ ທະຫານທີ່ຫາຍສາບສູນຂະນະປະຕິບັດໜ້າທີ່ ລວມເຖິງເລັ່ງສົ່ງຄືນສົບທີ່ພົບແລ້ວ.

ຕອນທ້າຍຂອງຖະແຫຼງການຮ່ວມ ລະບຸວ່າ: ທັງສອງປະເທດຈະຈັດການເຈລະຈາສານຕໍ່ ໂດຍ ທ່ານ ໄມ ປອມເປໂອ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ສະຫະລັດ ອາເມລິກາ ແລະ ເຈົ້າໜ້າທີ່ລະດັບສູງຂອງ ສປປ ເກົາຫຼີ ທີ່ກ່ຽວຂ້ອງ ໃຫ້ໄວທີ່ສຸດ.