ທ່ານ ປອ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ໄດ້ລາຍງານສະພາບການປະຕິບັດນະໂຍບາຍຊົດເຊີຍ ໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 8 ມິຖຸນາຜ່ານມາວ່າ: ມາຮອດປັດຈຸບັນ, ສາມາດເວນຄືນທີ່ດິນ ແລະ ຄິດໄລ່ຄ່າຊົດເຊີຍ ສິ່ງກີດຂວາງສໍາເລັດແລ້ວເປັນສ່ວນຫຼາຍ, ສາມາດຍົກຍ້າຍສິ່ງກີດຂວາງ ແລະ ມອບພື້ນທີ່ໃຫ້ຜູ້ຮັບເໝົາກໍ່ສ້າງທາງລົດໄຟ ລາວ-ຈີນ ສໍາເລັດ 89,84%.

ທ່ານລັດຖະມົນຕີກະຊວງ ຍທຂ ກ່າວໃນບາງຕອນວ່າ: ໃນໄລຍະຜ່ານມາ, ຄະນະກໍາມະການໄດ້ຈັດຕັ້ງປະຕິບັດເກັບກໍາຂໍ້ມູນເວນຄືນທີ່ດິນ ແລະ ຄິດໄລ່ຄ່າຊົດເຊີຍສິ່ງກີດຂວາງ ໂດຍລົງສົມທົບກັບເຈົ້່າຂອງທີ່ດິນ ແລະ ສິ່ງປຸກສ້າງ ເກັບກໍາຂໍ້ມູນຕາມພື້ນທີ່ທີ່ຜູ້ຮັບເໝົາໄດ້ປັກຫຼັກໝາຍກໍານົດຂອບເຂດ ເພື່ອການກໍ່ສ້າງເຊັ່ນ: ທາງລົດໄຟ, ໂຮງງານ, ຈຸດຕັ້ງແຄ້ມ ( ທີ່ພັກ ) ຂອງທີ່ປຶກສາ ແລະ ຜູ້ຮັບເໝົາກໍ່ສ້າງ, ຫ້ອງການເຮັດວຽກ, ຫ້ອງທົດລອງ, ສະຖານີລົດໄຟ, ເສົາໄຟຟ້າ, ນໍ້າປະປາ ແລະ ສິ່ງກີດຂວາງອື່ນໆ ທີ່ຕິດພັນກັບກິດຈະການກໍ່ສ້າງຂອງທາງລົດໄຟ ລາວ-ຈີນ ໂດຍມີການຄົ້ນຄວ້າຄິດໄລ່ຄ່າຊົດເຊີຍສໍາເລັດທັງໝົດຈາກ 4 ແຂວງ ຄື: ແຂວງວຽງຈັນ, ແຂວງຫຼວງພະບາງ, ແຂວງອຸດົມໄຊ, ແຂວງຫຼວງນໍ້າທາ ແລະ ນະຄອນຫຼວງວຽງຈັນ ລວມມີ 242 ລາຍການ. ມາຮອດວັນທີ 31 ພຶດສະພາ 2018, ການຍົກຍ້າຍສິ່ງກີດຂວາງ ແລະ ການມອບພື້ນທີ່ກໍ່ສ້າງໃຫ້ບໍລິສັດຮັບເໝົາ ມີຄວາມຄືບໜ້າທັງໝົດ 367,48 ກິໂລແມັດ ເທົ່າກັບ 89,84% ຂອງຄວາມຍາວທັງໝົດ 409 ກິໂລແມັດ; ໃນນີ້, ແຂວງຫຼວງນໍ້າທາ ເສັ້ນທາງລົດໄຟແຕ່ຊາຍແດນ ລາວ-ຈີນ ຫາຊາຍແດນແຂວງ ລວມ 16,9 ກິໂລແມັດ ໄດ້ມອບພື້ນທີ່ໃຫ້ຜູ້ຮັບເໝົາແລ້ວ 15,9 ກິໂລແມັດ, ແຂວງອຸດົມໄຊ ເສັ້ນທາງລົດໄຟຜ່ານ 126,6 ກິໂລແມັດ ມອບພື້ນທີ່ໃຫ້ຜູ້ຮັບເໝົາແລ້ວ 106,12 ກິໂລແມັດ, ແຂວງຫຼວງພະບາງ ເສັ້ນທາງລົດໄຟຜ່ານ 80 ກິໂລແມັດ ມອບພື້ນທີ່ໃຫ້ຜູ້ຮັບເໝົາແລ້ວ 75,72 ກິໂລແມັດ, ແຂວງວຽງຈັນ ເສັ້ນທາງລົດໄຟຜ່ານ 145,5 ກິໂລແມັດ ມອບພື້ນທີ່ໃຫ້ຜູ້ຮັບເໝົາແລ້ວ 135,68 ກິໂລແມັດ, ນະຄອນຫຼວງວຽງຈັນ ເສັ້ນທາງລົດໄຟຜ່ານ 40 ກິໂລແມັດ ມອບພື້ນທີ່ໃຫ້ຜູ້ຮັບເໝົາແລ້ວ 34,17 ກິໂລແມັດ; ສ່ວນຄວາມຄືບໜ້າໃນການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ມາເຖິງປັດຈຸບັນສໍາເລັດແລ້ວ 33,8% ຂອງແຜນການ 5 ປີ ລື່ນຄາດໝາຍ 4%.

ທ່ານລັດຖະມົນຕີ ກ່າວຕື່ມອີກວ່າ: ສໍາລັບການເບີກຈ່າຍຄ່າຊົດເຊີຍມາຮອດປັດຈຸບັນ ແມ່ນສາມາດປະຕິບັດການເບີກຈ່າຍໄດ້ແລ້ວ ແຕ່ຕ້ອງປະກອບເອກະສານ 2 ປະເພດ ຄື: ປະເພດທີ 1 ບັນຊີບຸກຄົນທີ່ຖືກຜົນກະທົບ ປະກອບມີຊື່ ແລະ ນາມສະກຸນ ຜູ້ຖືກຜົນກະທົບ, ເນື້ອທີ່ດິນ, ສິ່ງປຸກສ້າງ, ຜົນລະປູກທີ່ຖືກກະທົບ, ບັນຊີຈໍານວນເງິນທີ່ຈະເບີກຈ່າຍໃຫ້ຜູ້ຖືກຜົນກະທົບທັງໝົດ ຈະຕ້ອງເຊັນຢັ້ງຢືນຮັບຮູ້ຈາກຜູ້ຖືກຜົນກະທົບ, ນາຍບ້ານ, ຄະນະໄກ່ເກ່ຍຂັ້ນເມືອງ, ແຂວງ, ບໍລິສັດຜູ້ຮັບເໝົາ, ບໍລິສັດທາງລົດໄຟ ລາວ-ຈີນ ແລະ ເຊັນສະເໜີຂໍອະນຸມັດເບີກຈ່າຍສຸດທ້າຍ ແມ່ນທ່ານຮອງເຈົ້າຄອງ, ຮອງເຈົ້າແຂວງທີ່ຮັບຜິດຊອບຊີ້ນໍາ ເປັນຜູ້ເຊັນອະນຸມັດເບີກຈ່າຍຕາມຕົວເລກເງິນທີ່ຮັບຮອງເອົານັ້ນ ໂດຍບໍ່ມີການຫັກຄ່າສິ້ນເປືອງໃດໆ; ປະເພດທີ 2 ການຈັດບັນຊີບູລິມະສິດການເບີກຈ່າຍ ແມ່ນບັນຊີຈັດອັນດັບບຸກຄົນ ຫຼື ນິຕິບຸກຄົນ ທີ່ມີຄວາມຈໍາເປັນຕ້ອງໄດ້ເບີກຈ່າຍໃຫ້ກ່ອນ ເປັນຕົ້ນແມ່ນຜູ້ຖືກແລວທາງທີ່ຈະລົງມືກໍ່ສ້າງດ່ວນ, ເງິນຄ່າເຂົ້າສໍາລັບດິນນາທີ່ບໍ່ສາມາດທໍາການຜະລິດ, ເງິນຄ່າເຊົ່າເຮືອນຢູ່ໃຫ້ແກ່ຜູ້ທີ່ທາງໂຄງການກໍາລັງສ້າງເຮືອນທົດແທນໃຫ້ບໍ່ທັນສໍາເລັດ ແລະ ຕ້ອງຈ່າຍໃຫ້ຈົນກວ່າການກໍ່ສ້າງເຮືອນຈະສໍາເລັດ ສາມາດເຂົ້າໄປຢູ່ໄດ້ ແລະອື່ນໆທີ່ຈໍາເປັນ.