ກອງບັນຊາການ ປກສ ແຂວງຜົ້ງສາລີ ສປປ ລາວ ແລະ ກົງສູນໃຫຍ່ ແຫ່ງ ສປ ຈີນ ປະຈໍານະຄອນຫຼວງພະບາງ ສປປ ລາວ ໄດ້ຮ່ວມກັນຈັດກອງປະຊຸມປຶກສາຫາລື ກ່ຽວກັບກົນໄກປ້ອງກັນຄວາມປອດໄພ ຄັ້ງທີ II ໃຫ້ບໍລິສັດຈີນ ເຂົ້າມາລົງທຶນຢູ່ແຂວງຜົ້ງສາລີ ຂຶ້ນ; ຝ່າຍລາວນໍາໂດຍ ພັອ ຄໍາເພັງ ເຈັ່ນຄໍາເຫຼັກ ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ ສປປ ລາວ, ຝ່າຍຈີນນໍາໂດຍ ທ່ານ ລີ ປາວກວາງ ຫົວໜ້າກົງສູນໃຫຍ່ ແຫ່ງ ສປ ຈີນ ປະຈໍານະຄອນຫຼວງພະບາງ ສປປ ລາວ, ມີຄະນະຜູ້ແທນທັງສອງຝ່າຍ ແລະ ບໍລິສັດທີ່ເຂົ້າມາລົງທຶນຢູ່ແຂວງຜົ້ງສາລີ ເຂົ້າຮ່ວມ.

ກອງປະຊຸມຄະນະຜູ້ແທນທັງສອງຝ່າຍ ໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບລວມກ່ຽວກັບ ການປ້ອງກັນຄວາມປອດໄພ ໃຫ້ບໍລິສັດຈີນທີ່ເຂົ້າມາລົງທຶນຢູ່ແຂວງຜົ້ງສາລີ ເຊິ່ງໃນໄລຍະຜ່ານມາ ຄະນະຜູ້ແທນທັງສອງຝ່າຍ ໄດ້ສໍາເລັດກອງປະຊຸມກ່ຽວກັບມາດຕະການກົນໄກປ້ອງກັນຄວາມປອດໄພ ຄັ້ງທີ I ໃນວັນທີ 24 ມັງກອນ 2018, ກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ລົງຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມດັ່ງກ່າວ ໃຫ້ນັກລົງທຶນຈີນ ປະຈໍາແຂວງຜົ້ງສາລີ ມີໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າອູ ໄລຍະທີ 2, ເຂື່ອນໄຟຟ້ານໍ້າອູ 4 ແລະ ເຂື່ອນໄຟຟ້າ ນໍ້າອູ 7 ເພື່ອໃຫ້ບໍລິສັດກໍ່ສ້າງເຂົ້າໃຈ ແລະ ມີຄວາມເອກະພາບກັນ ລົງບົດບັນທຶກການປະສານງານ ລະຫວ່າງ ກອງບັນຊາການ ປກສ ແຂວງຜົ້ງສາລີ ສປປ ລາວ ກັບບໍລິສັດກໍ່ສ້າງເຂື່ອນໄຟຟ້າ ເຊິ່ງມີເນື້ອໃນຮ່ວມມືການນໍາເຂົ້າ ແລະ ການຄຸ້ມຄອງແຮງງານໃຫ້ປະຕິບັດຕາມກົດໝາຍແຮງງານ ແລະ ກົດໝາຍວ່າດ້ວຍ ການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ, ກົນໄກປະສານງານໃນເມື່ອມີສະພາບເກີດຂຶ້ນໃຫ້ທາງບໍລິສັດປະສານງານກັບຕໍາຫຼວດກຸ່ມບ້ານ ແລະ ປກສ ເມືອງ, ທະຫານປ້ອງກັນທີ່ຕັ້ງປະຈໍາເຂື່ອນໄຟຟ້າ. ຜ່ານການຈັດຕັ້ງປະຕິບັດໃນໄລຍະທີ່ຜ່ານມາ ເຮັດໃຫ້ມີຄວາມປອດໄພໂດຍພື້ນຖານ.

ທິດທາງແຜນການໃນຕໍ່ໜ້າທີ່ທັງສອງຝ່າຍ ຈະສືບຕໍ່ຮ່ວມມືຕາມເນື້ອໃນຈິດໃຈທີ່ກອງປະຊຸມປ້ອງກັນຄວາມປອດໄພ ລະຫວ່າງ ສະຖານກົງສູນໃຫຍ່ ແຫ່ງ ສປ ຈີນ, ກອງບັນຊາການທະຫານ, ກອງບັນຊາການ ປກສ ແຂວງ ແລະ ວິສາຫະກິດຈີນ ທີ່ໄດ້ເຊັນກັນໃນຄັ້ງວັນທີ 24 ມັງກອນ 2018 ທີ່ນະຄອນຫຼວງພະບາງ ແລະ ກອງປະຊຸມກົນໄກປ້ອງກັນຄວາມປອດໄພ ຄັ້ງທີ II ທີ່ໄດ້ເຊັນກັນຢູ່ແຂວງຜົ້ງສາລີ ໃຫ້ຖືກຕ້ອງ ແລະ ໄດ້ຮັບຜົນດີ, ສືບຕໍ່ຮ່ວມມືສະໜອງຂໍ້ມູນສະພາບການຕ່າງໆໃຫ້ກັນ ແລະ ກັນຊາບ ເພື່ອສະກັດກັ້ນ-ຕ້ານການກໍ່ການຮ້າຍຢູ່ບັນດາພື້ນທີ່-ທີ່ມີການເຄື່ອນໄຫວຂອງບໍລິສັດ ຈາກ ສປ ຈີນ ແລະ ພ້ອມກັນສົ່ງເສີມດ້ານການລົງທຶນຢູ່ແຂວງຜົ້ງສາລີ ໃຫ້ໄດ້ຮັບຜົນດີຂຶ້ນເທື່ອລະກ້າວ.