ອົງຄະນະພັກກອງບັນຊາການ ປກສ ແຂວງຊຽງຂວາງ ໄດ້ຈັດພິທີປະກາດບົ່ງຕົວແຕ່ງຕັ້ງເລຂາໜ່ວຍພັກ ຫ້ອງພະລາທິການ, ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ເລຂາໜ່ວຍພັກໂຮງຮຽນ ປກສ ຊັ້ນຕົ້ນເລກ 3 ຂຶ້ນໃນວັນທີ 7 ມິຖຸນາ 2018, ໂດຍການເປັນປະທານຂອງ ພັທ ບຸນເລີດ ວົງລຳໄພ ຮອງເລຂາຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ, ມີຄະນະພັກ-ຄະນະບັນຊາການ ພ້ອມດ້ວຍຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນ-ສຳຮອງເຂົ້າຮ່ວມ.

ພັທ ນາງ ພົມມາ ຈັນທະວົງສາ ຄະນະພັກກອງບັນຊາການ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການ ປກສ ແຂວງຊຽງຂວາງ ໄດ້ຂຶ້ນຜ່ານຂໍ້ຕົກລົງສະບັບເລກທີ 11/ຄພ.ປກສຂ, ລົງວັນທີ 4 ມິຖຸນາ 2018 ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາໜ່ວຍພັກຫ້ອງພະລາທິການ, ໜ່ວຍພັກຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ໜ່ວຍພັກໂຮງຮຽນ ປກສ ຊັ້ນຕົ້ນເລກ 3, ເຊິ່ງໄດ້ບົ່ງຕົວແຕ່ງຕັ້ງ ພັທ ແສງອາລຸນ ນັນທະວົງ ເປັນເລຂາໜ່ວຍພັກຫ້ອງພະລາທິການ, ພັທ ສົມພານ ທອງມະນີ ເປັນເລຂາໜ່ວຍພັກຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ພັທ ນົງໃຈ ຈັນອິນແປງ ເປັນເລຂາໜ່ວຍພັກໂຮງຮຽນ ປກສ ຊັ້ນຕົ້ນເລກ 3.

ໃນໂອກາດນີ້, ພັທ ບຸນເລີດ ວົງລໍາໄພ ໄດ້ໃຫ້ກຽດໂອ້ລົມໂດຍເນັ້ນໃຫ້ບັນດາເລຂາໜ່ວຍພັກແຕ່ລະຫ້ອງ ເອົາໃຈໃສ່ເຮັດວຽກງານການເມືອງນຳພາ-ແນວຄິດ ໃຫ້ສະມາຊິກຂອງຕົນ ເພື່ອນຳພາວຽກງານຮອບດ້ານຕາມພາລະບົດບາດໜ້າທີ່ຂອບເຂດຕົນເອງ ຮັບຜິດຊອບຕາມກົດລະບຽບຂອງ ພັກປະຊາຊົນປະຕິວັດລາວ ໃຫ້ປະກົດຜົນເປັນຈິງ.