ໂຮງຮຽນ ປກສ ຊັ້ນຕົ້ນເລກ 5 ແຂວງຄຳມ່ວນ ໄດ້ເປີດຊຸດຮຽນລະບົບກໍ່ສ້າງວິຊາສະເພາະກົດລັບ ແລະ ສື່ສານ ຊຸດທີ 1 ໃຫ້ແກ່ນັກຮຽນນາຍສິບ ຮຸ່ນທີ XI ໃນວັນທີ 11 ພຶດສະພາ 2018, ເປັນປະທານໂດຍ ພັອ ແກ້ວດາວົງ ໄຊຍະແສງ ຫົວໜ້າກອງບັນຊາການ ປກສ ແຂວງ; ມີ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆຄຳມ່ວນ, ພັອ ຄານໄຊ ໄຊຍະຫານ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ ພ້ອມດ້ວຍຄະນະນໍາກົມໃຫຍ່ການເມືອງ ປກສ, ກົມກໍ່ສ້າງກຳລັງ ແລະ ກົມຈັດຕັ້ງ, ກອງບັນຊາການທະຫານແຂວງ, ຄະນະອຳນວຍການໂຮງຮຽນ, ປກສ ເມືອງ, ຫ້ອງ, ກອງພັນປ້ອງກັນເຄື່ອນທີ່, ຄູ-ອາຈານ, ວິຊາການ ແລະ ນັກຮຽນ ເຂົ້າຮ່ວມ.

ໃນພິທີ, ພັທ ແກ້ວສົມໄຊ ລັດຖະຈັກ ຮັກສາການອຳນວຍການໂຮງຮຽນ ປກສ ຊັ້ນຕົ້ນເລກ 5 ໄດ້ຂຶ້ນຜ່ານເອກະສານແຜນການ, ຈັດຕັ້ງປະຕິບັດການຮຽນ-ການສອນໃຫ້ກຳລັງປ້ອງກັນຄວາມສະຫງົບ ນາຍສິບ ຮຸ່ນທີ XI ສົກປີ 2018-2019 ນີ້, ມີນັກຮຽນທັງໝົດ 318 ສະຫາຍ ຍິງ 65 ສະຫາຍ ເຊິ່ງມາຈາກບັນດາກົມອ້ອມຂ້າງກະຊວງ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ, ມີໄລຍະການສິດສອນຮໍ່າຮຽນຕົວຈິງ 246 ວັນ, ມີ 1.722 ຊົ່ວໂມງ, ການເຄື່ອນໄຫວຝຶກງານ 22 ວັນ ມີ 154 ຊົ່ວໂມງ, ຄົ້ນຄວ້າສອບເສັງຈົບຊັ້ນ 15 ວັນ ມີ 105 ຊົ່ວໂມງ, ວິຊາທີ່ນຳມາສິດສອນ ແລະ ຮໍ່າຮຽນຄັ້ງນີ້ມີ 3 ໝວດໃຫຍ່ຄື: ໝວດວິຊາເບື້ອງຕົ້ນຂອງກຳລັງ ປກສ, ໝວດວິຊາພື້ນຖານວິຊາສະເພາະ, ໝວດວິຊາຄວາມຮູ້ທົ່ວ ໄປ ໂດຍເນັ້ນໜັກໃສ່ຫຼັກສູດກົດລັບ ແລະ ສື່ສານ; ໝວດວິຊາຫຼັກທີ່ຈະນຳມາສອບເສັງຈົບຊັ້ນ ຄື: ພາກວິຊາການເມືອງ, ພາກວິຊາກົດໝາຍ ແລະ ພາກວິຊາສະເພາະ ປກສ.

ໂອກາດດັ່ງກ່າວ, ທ່ານ ໂອໄດ ສຸດາພອນ ໄດ້ໂອ້ລົມຕໍ່ຄະນະອໍານວຍການ, ພະນັກງານ, ຄູ-ອາຈານ ແລະ ນັກຮຽນ ຈົ່ງເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ຢ່າງຕໍ່ເນື່ອງ, ຈັດຕັ້ງປະຕິບັດລະບຽບວິໄນຂອງພັກ-ລັດ ເວົ້າສະເພາະແມ່ນລະບຽບຂອງກໍາລັງ ປກສ ວາງອອກ ກໍຄື 7 ລະບອບ 18 ວຽກ, ຄຳປະຕິຍານ 8 ຂໍ້ຕໍ່ທຸງຊາດ ແລະ ກົດລະບຽບ 12 ຂໍ້ຕໍ່ປະຊາຊົນຂອງກຳລັງປະກອບອາວຸດ ເພື່ອພ້ອມກັນອອກແຮງແຂ່ງຂັນໃນການຄົ້ນຄວ້າຮໍ່າຮຽນແຕ່ລະພາກ ແຕ່ລະວິຊາໃຫ້ກຳແໜ້ນທາງດ້ານທິດສະດີ ແລະ ການປະຕິບັດວຽກງານຕົວຈິງໃຫ້ໄດ້ຮັບປະສິດທິຜົນສູງ.

ຕອນທ້າຍພິທີ, ກົມກົດລັບ ກະຊວງ ປກສ ຍັງໄດ້ມອບເຄື່ອງຮັບໃຊ້ຫ້ອງການ ເປັນຕົ້ນແມ່ນຄອມພິວເຕີ, ໜ້າຈໍ LCD, CPU, ເຄື່ອງປຼິ້ນເອກະສານ, ເຄື່ອງສາຍໂປຼເຈັກເຕີ 1 ຊຸດ ລວມມູນຄ່າ 10.509.000 ກີບ ໃຫ້ໂຮງຮຽນ ປກສ ຊັ້ນຕົ້ນເລກ 5 ແຂວງຄຳມ່ວນ ພ້ອມທັງຮັບຊົມການສະແດງມວຍວິຊາສະເພາະ ແລະ ສິລະປະການສະແດງຂອງນັກຮຽນດ້ວຍບັນຍາກາດເບີກບານມ່ວນຊື່ນ.