ຄະນະຜູ້ແທນທະຫານຂັ້ນສູງ ຈາກສູນບັນຊາການກອງທັບ ສະຫະລັດ ອາເມລິກາ ປະຈຳຂົງເຂດປາຊີຟິກ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ນໍາພາໂດຍ ພົທ ໄບຣອັນ ພີເຟັນຕັນ ຮອງຜູ້ບັນຊາການກອງທັບສະຫະລັດ ອາເມລິກາ ປະຈຳຂົງເຂດປາຊີຟິກ ໄດ້ເຂົ້າພົບປະ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ພົຕ ອ່ອນສີ ແສນສຸກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືແບບກວມລວມ ໂດຍການເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ທະຫານລາວ ກັບ ທະຫານອາເມລິກາ.

ການພົບປະດັ່ງກ່າວ, ມີຂຶ້ນໃນວັນທີ 10-11 ພຶດສະພາ 2018 ເພື່ອຮັດແໜ້ນສາຍພົວພັນທາງທະຫານ ລະຫວ່າງ ສປປ ລາວ ແລະ ສະຫະລັດ ອາເມລິກາ ທີ່ກຳລັງເຕີບໃຫຍ່ຂະຫຍາຍຕົວ ແລະ ຢືນຢັນຄວາມໝາຍໝັ້ນຂອງສະຫະລັດ ອາເມລິກາ ທີ່ມີຕໍ່ພາກພື້ນອິນໂດ-ປາຊີຟິກ; ເຊິ່ງການມາຢ້ຽມຢາມໃນຄັ້ງນີ້ແມ່ນເປັນຄັ້ງທຳອິດ ນັບແຕ່ທ່ານໄດ້ດຳລົງຕຳແໜ່ງ ເປັນຮອງຜູ້ບັນຊາການກອງທັບ ສະຫະລັດ ອາເມລິກາ ປະຈຳຂົງເຂດປາຊີຟິກ ໃນປີທີ່ຜ່ານມາ ແລະ ເປັນການພິສູດໃຫ້ເຫັນເຖິງລະດັບຄວາມສຳຄັນທີ່ມີຕໍ່ການຮ່ວມມືແບບກວມລວມ ລະຫວ່າງ ສະຫະລັດ ອາເມລິກາ ແລະ ສປປ ລາວ.

ພົທ ໄບຣອັນ ພີເຟັນຕັນ ກ່າວວ່າ: ສູນບັນຊາການກອງທັບ ສະຫະລັດ ອາເມລິກາ ປະຈຳຂົງເຂດປາຊີຟິກ ແມ່ນ 1 ໃນ 6 ສູນບັນຊາການສູ້ຮົບຂອງກອງທັບສະຫະລັດ ອາເມລິກາ, ມີພື້ນທີ່ຮັບຜິດຊອບກວມເອົາເຄິ່ງໜຶ່ງຂອງໂລກ ແລະ ລວມມີ 36 ປະເທດ ໃນພາກພື້ນອາຊີປາຊີຟິກ; ພ້ອມທັງໄດ້ກ່າວເນັ້ນເຖິງຄວາມມຸ່ງໝັ້ນຂອງກອງບັນຊາການກອງທັບສະຫະລັດ ອາເມລິກາ ປະຈຳຂົງເຂດປາຊີຟິກ ໃນການປະຕິບັດງານຮ່ວມກັບລັດຖະບານ ສປປ ລາວ ເພື່ອສືບຕໍ່ປັບປຸງການພົວພັນຮ່ວມມືສອງຝ່າຍ ແລະ ເສີມຂະຫຍາຍຂີດຄວາມສາມາດເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບພາຍໃນປະເທດ ແລະ ພາກພື້ນ.