ໄລຍະຕົ້ນເດືອນກໍລະກົດ ເຖິງປັດຈຸບັນແຂວງຄໍາມ່ວນ ມີຝົນຕົກໜັກຢ່າງຕໍ່ເນື່ອງເຮັດໃຫ້ນ້ຳຖ້ວມຢູ່ຫຼາຍພື້ນທີ່ພາຍໃນແຂວງ ເຊິ່ງມີ 10 ເມືອງໄດ້ຮັບຜົນເສຍຫາຍ ແລະ ມີບ້ານທີ່ຖືກນໍ້າຖ້ວມ 309 ບ້ານ, ມີ
13.589 ຄອບຄົວ, ມີເນື້ອທີ່ນາຖືກນໍ້າຖ້ວມທັງໝົດ 25.049,11 ເຮັກຕາ, ເນື້ອທີ່ນາຖືກເສຍຫາຍ 2.044 ເຮັກຕາ, ເນື້ອທີ່ສວນຖືກນໍ້າຖ້ວມ 305 ເຮັກຕາ ແລະ ມີສັດລ້ຽງຂອງປະຊາຊົນຕາຍຈໍານວນຫຼາຍ;

ເຊິ່ງປະຊາຊົນທີ່ຖືກຜົນກະທົບແມ່ນຍັງມີຄວາມຕ້ອງການຄວາມຊ່ວຍເຫຼືອດ່ວນ ໂດຍສະເພາະ 3 ເມືອງ ( ມະຫາໄຊ, ຍົມມະລາດ, ເຊບັ້ງໄຟ ) ທີ່ຍັງມີຄວາມຕ້ອງການເຄື່ອງອຸປະໂພກ-ບໍລິໂພກ, ນໍ້າດື່ມ, ເຮືອຈັກ, ເສື້ອຊູຊີບ ແລະ ເຕັ້ນພັກເຊົາ.

ທ່ານ ພອນວິສິດ ຂຸນບໍລົມ ຮອງຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດ ( ຄພບ ) ແຂວງຄໍາມ່ວນ ໄດ້ລາຍງານສະພາບນໍ້າຖ້ວມຢູ່ແຂວງຄໍາມ່ວນ ໃນວັນທີ 30 ກໍລະກົດ 2018 ໃຫ້ຮູ້ວ່າ: ມີ 309 ບ້ານ ໃນຈຳນວນ 10 ເມືອງທົ່ວແຂວງຄຳມ່ວນ ທີ່ໄດ້ຮັບຜົນເສຍຫາຍຈາກນໍ້າຖ້ວມ;

ໃນນີ້ມີເມືອງທ່າແຂກ 38 ບ້ານ, ໜອງບົກ 51 ບ້ານ, ມະຫາໄຊ 40 ບ້ານ, ຍົມມະລາດ ມີ 22 ບ້ານ, ນາກາຍ 2 ບ້ານ, ໄຊບົວທອງ 27 ບ້ານ, ບົວລະພາ 41 ບ້ານ, ເຊບັ້ງໄຟ 35 ບ້ານ, ຫີນບູນ 36 ບ້ານ ແລະ ເມືອງຄູນຄຳ 17 ບ້ານ; ນອກນີ້, ຍັງມີສັດລ້ຽງຂອງປະຊາຊົນຕາຍມີຄວາຍ 1 ໂຕ, ງົວ 12 ໂຕ, ແບ້ 44 ໂຕ, ສັດປີກ 645 ໂຕ ແລະ ໜອງປາ 21 ໜອງ.

ວິທີແກ້ໄຂເບື້ອງຕົ້ນອໍານາດການປົກຄອງຂັ້ນແຂວງ, ຄະນະກໍາກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຂວງ ໄດ້ແຕ່ງຕັ້ງຄະນະກໍາມະການຈາກບັນດາພະແນກການທີ່ກ່ຽວຂ້ອງລົງສົມທົບກັບຄະນະກໍາມະການ ຄພບ ຂັ້ນເມືອງ 10 ເມືອງ ເພື່ອຕິດຕາມກວດກາ ແລະ ຊຸກຍູ້ໃນການແກ້ໄຂ ແລະ ຊ່ວຍເຫຼືອສຸກເສີນ, ແຕ່ງຕັ້ງຈຸດປະສານງານຮັບຊ່ວຍເຫຼືອເຄື່ອງອຸປະໂພກ-ບໍລິໂພກ ຈາກການປຸກລະດົມ ແລະ ການຊ່ວຍເຫຼືອຂອງທຸກພາກສ່ວນຈາກສັງຄົມ ເພື່ອນໍາແຈກຢາຍໃຫ້ປະຊາຊົນທີ່ປະສົບໄພນໍ້າຖ້ວມຢູ່ 10 ຕົວເມືອງ ເຊິ່ງນັບແຕ່ 25-29 ກໍລະກົດ ໄດ້ຮັບເຄື່ອງຊ່ວຍເຫຼືອດ້ານຕ່າງໆລວມຈຳນວນທັງໝົດ 923.159.000 ກີບ;

ແຕ່ງຕັ້ງກອງເລຂາປະຈໍາການຢູ່ຫ້ອງວ່າການປົກຄອງແຂວງ ເພື່ອຮັບການລາຍງານຂໍ້ມູນຈາກບັນດາເມືອງ ແລະ ລາຍງານໃຫ້ການນໍາຂອງແຂວງ ແລະ ກະຊວງ, ໄດ້ກະກຽມກໍາລັງ ປກຊ-ປກສ ກໍາລັງຊາວໜຸ່ມ ແລະ ພາຫະນະຮັບໃຊ້ ເພື່ອໂຍກຍ້າຍປະຊາຊົນໄປຢູ່ເຂດປອດໄພ.