4 ເມືອງຂອງແຂວງອຸດົມໄຊ ໄດ້ຮັບຜົນກະທົບຈາກອຸທົກກະໄພນໍ້າຖ້ວມ ເນື່ອງຈາກສະພາບຝົນຕົກຫຼາຍມື້ຕິດຕໍ່ກັນໃນລະຫວ່າງກາງເດືອນຫາທ້າຍເດືອນກໍລະກົດນີ້ ສົ່ງຜົນເຮັດໃຫ້ຫ້ວຍຮ່ອງຄອງບຶງ ແລະ ແມ່ນໍ້າສາຍ ຕ່າງໆເພີ່ມປະລິມານຂຶ້ນຢ່າງໄວວາ ແລ້ວໄຫຼທະລຸຖ້ວມອັ່ງໃສ່ພື້ນທີ່ທຳການຜະລິດ ແລະ ພັດເອົາທີ່ຢູ່ອາໄສຂອງປະຊາຊົນ ລວມເຖິງພື້ນຖານໂຄງລ່າງຈຳນວນໜຶ່ງ ໄດ້ຮັບຜົນເສຍຫາຍໃນຈຳນວນ 4 ເມືອງຂອງແຂວງອຸດົມໄຊ ທີ່ໄດ້ຮັບກະທົບຈາກໄພທຳມະຊາດນ້ຳຖ້ວມໃນຄັ້ງນີ້ ລວມມີ:

ເມືອງນາໝໍ້ ມີປະຊາຊົນໄດ້ຮັບຜົນກະທົບທັງໝົດ 13 ບ້ານ, ມີ 458 ຄອບຄົວ, ມີພົນລະເມືອງທັງໝົດ 2,334 ຄົນ, ມີດິນເຈື່ອນຖົມເຮືອນ 1 ຫຼັງ, ເນື້ອທີ່ນາເສຍຫາຍ 135,1 ເຮັກຕາ, ເນື້ອທີ່ສວນປູກພືດເສຍຫາຍ 18,35 ເຮັກຕາ, ໜອງປາເສຍຫາຍ 20 ໜອງ, ງົວໄຫຼນ້ຳຈຳນວນ 6 ໂຕ ລວມມູນຄ່າເສຍຫາຍໃນເບື້ອງຕົ້ນປະມານ 2,4 ຕື້ລ້ານກວ່າກີບ;

ເມືອງຫຼາ ມີບ້ານເຮືອນປະຊາຊົນໄດ້ຮັບຜົນກະທົບທັງໝົດ 23 ບ້ານ, ມີ 342 ຄອບຄົວ, ມີພົນລະເມືອງ 1,689 ຄົນ ໃນນັ້ນມີເຮືອນໄຫຼນໍ້າຈໍານວນ 4 ຫຼັງ, ເລົ້າເຂົ້າໄຫຼ 12 ຫຼັງ, ເນື້ອທີ່ນາເສຍຫາຍ 80 ກວ່າເຮັກຕາ, ເນື້ອທີ່ສວນປູກພືດຕ່າງໆເສຍຫາຍ 7 ເຮັກຕາກວ່າ, ໜອງປາເສຍຫາຍ 5 ໜອງ, ຄວາຍໄຫຼນ້ຳ 1 ໂຕ ລວມມູນຄ່າເສຍຫາຍເບື້ອງຕົ້ນປະມານ 1,4 ຕື້ລ້ານກວ່າກີບ. ນອກນັ້ນ, ຍັງມີລະບົບໄຟຟ້າ, ນ້ຳປະປາ, ສຸກສາລາ ແລະ ໂຮງຮຽນຕື່ມອີກ;

ເມືອງຮຸນ ມີຈຳນວນ 8 ບ້ານ ທີ່ໄດ້ຮັບຜົນກະທົບ ລວມມີ 61 ຄອບຄົວ, ພົນລະເມືອງລວມ 343 ຄົນ, ມີເຮືອນເປ່ເພ 67 ຫຼັງ, ເລົ້າເຂົ້າ 2 ຫຼັງ, ເນື້ອທີ່ນາເສຍຫາຍ 300 ກວ່າເຮັກຕາ, ເນື້ອທີ່ສວນ 1.000 ກວ່າເຮັກຕາ, ໜອງປາເສຍຫາຍ 63 ໜອງ, ງົວ, ຄວາຍໄຫຼນໍ້າ 7 ໂຕ. ນອກນັ້ນ, ຍັງມີລະບົບໄຟຟ້າ, ນໍ້າປະປາ ແລະ ເສັ້ນທາງຖືກເສຍຫາຍຕື່ມອີກ ສ່ວນມູນຄ່າເສຍຫາຍ ແມ່ນຍັງບໍ່ສາມາດປະເມີນໄດ້;

ເມືອງປາກແບງ ມີບ້ານເຮືອນປະຊາຊົນໄດ້ຮັບຜົນເສຍຫາຍທັງໝົດ 4 ບ້ານ ລວມມີ 55 ຄອບຄົວ, ພົນລະເມືອງລວມ 300 ກວ່າຄົນ, ມີເຮືອນໄຫຼນ້ຳຈຳນວນ 1 ຫຼັງ ແລະ ເປ່ເພຈຳນວນ 52 ຫຼັງ, ເລົ້າເຂົ້າ 9 ຫຼັງ, ມີງົວ, ຄວາຍສູນຫາຍ 9 ໂຕ, ລະບົບໄຟຟ້າ, ນ້ຳປະປາ ແລະ ເສັ້ນທາງຄົມມະນາຄົມ, ຄິວລົດໄດ້ຮັບຄວາມເສຍຫາຍ; ສຳລັບເມືອງປາກແບງ ແມ່ນຈະໄດ້ຍົກຍ້າຍພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບໄປຢູ່ບ່ອນໃໝ່ ເນື່ອງຈາກວ່າເຂດທີ່ປະຊາຊົນຢູ່ຖືກນ້ຳເຊາະເຈື່ອນ ເຊິ່ງມີຄວາມສ່ຽງຕໍ່ຄວາມເສຍຫາຍໃນຕໍ່ໜ້າ. ປັດຈຸບັນ, ທາງແຂວງ ແລະ ເມືອງ ກຳລັງວາງແຜນການໃນການຍົກຍ້າຍ ເຊິ່ງຕ້ອງໃຊ້ງົບປະມານສູງສົມຄວນ ລວມມູນຄ່າເສຍຫາຍສຳລັບເມືອງປາກແບງທັງໝົດປະມານ 21 ຕື້ກວ່າກີບ.

ພາຍຫຼັງເກີດເຫດການດັ່ງກ່າວ ທາງອົງການປົກຄອງແຕ່ລະຂັ້ນ ແລະ ພໍ່-ແມ່ປະຊາຊົນ ຕ່າງກໍໄດ້ສຸມໃສ່ໃຫ້ການຊ່ວຍເຫຼືອແກ່ຄອບຄົວຜູ້ປະສົບໄພຢ່າງທັນການ ເຊິ່ງມາຮອດປັດຈຸບັນ ຄອບຄົວຜູ້ປະສົບໄພແມ່ນໄດ້ຮັບການຊ່ວຍເຫຼືອສຸກເສີນຈາກພາກລັດ ແລະ ເອກະຊົນໃນດ້ານຕ່າງໆແລ້ວ ແຕ່ຍັງບໍ່ທັນພຽງພໍກັບຄວາມຕ້ອງການ ແລະ ຮຽກຮ້ອງໃຫ້ສັງຄົມ ກໍຄືພາກສ່ວນຕ່າງໆໃຫ້ຮ່ວມແຮງຮ່ວມໃຈເຂົ້າມາຊ່ວຍເຫຼືອຕື່ມອີກ.