ໃນວັນທີ 2 ສິງຫາ 2018; ທ່ານ ສາລີ ສີສົມພູ ພ້ອມດ້ວຍຄະນະ ໄດ້ນໍາເຄື່ອງກິລາລວມມູນຄ່າ 750.000 ກີບ ມອບໃຫ້ກົມກິລາກົມໃຫຍ່ການເມືອງກະຊວງ ປກສ ກ່າວຮັບໂດຍ ພັອ ແສນອາໄລ ບົວອາພອນ ຫົວໜ້າກົມກິລາ, ໃຫ້ກຽດເຂົ້າຮ່ວມຂອງ ພົຈວ ອຸ່ນຫຼ້າ ວົງພະຈັນ ຮອງຫົວໜ້າກົມໃຫຍ່ການເມືອງ.

ທ່ານ ສາລີ ສີສົມພູ ກ່າວວ່າ: ເຄື່ອງທີ່ນໍາມາມອບໃນຄັ້ງນີ້ປະກອບມີເຄື່ອງກິລາ 33 ຊຸດ ລວມມູນຄ່າ 750.000 ກີບ ເຊິ່ງຈະນໍາມາມອບໃຫ້ກັບນັກກິລາບານເຕະສາຍກໍ ກະຊວງ ປກສ ທີ່ຈະເຂົ້າຮ່ວມການແຂ່ງຂັນບານເຕະດີວີຊັນ 1 ປະຈໍາປີ 2018 ທີ່ທາງສະຫະພັນບານເຕະແຫ່ງຊາດ ຈະຈັດຂຶ້ນໃນເດືອນກັນຍາທີ່ຈະມາເຖິງນີ້. ທັງນີ້ກໍເພື່ອເປັນການຊຸກຍູ້ນັກກິລາບານເຕະ ກະຊວງ ປກສ ໃຫ້ເປັນຂະບວນຟົດຟື້ນ ແລະ ເປັນການຄັດເລືອກເອົານັກກິລາທີ່ມີຄວາມສາມາດ ເພື່ອຈະໄປແຂ່ງຂັນໃນຄັ້ງຕໍ່ໄປ.

ໂອກາດດຽວກັນ, ຫົວໜ້າກົມກິລາໄດ້ກ່າວສະແດງຄວາມຂອບໃຈຕໍ່ຜູ້ທີ່ມາມອບທີ່ເຫັນຄວາມສໍາຄັນຕໍ່ນັກກິລາບານເຕະຂອງ ກະຊວງ ປກສ ແລະ ຈະນໍາເອົາເຄື່ອງຈໍານວນດັ່ງກ່າວໄປຮັບໃຊ້ໃນງານທີ່ສໍາຄັນຕ່າງໆ.