ອົງການໄອຍະການປະຊາຊົນ ແຂວງອຸດົມໄຊ ຖະແຫຼງສຳນວນຄະດີໃນຫ້ອງປະຊຸມສານໃຫ້ຮູ້ວ່າ: ຈຳເລີຍ ຊື່ທ້າວ ເພັດ ອາຍຸ 33 ປີ ຢູ່ບ້ານວຽງຄໍາ ເມືອງຫຼາ ແຂວງອຸດົມໄຊ, ຖືກເຈົ້າໜ້າທີ່ ປກສ ກັກຕົວ ໃນວັນທີ 23 ກັນຍາ 2017 ພ້ອມຂອງກາງ 164 ເມັດ ໜັກ 14,3 ກຼາມ ຢາບ້າຈຳນວນດັ່ງກ່າວນັ້ນ ຈຳເລີຍໄດ້ໄປຖາມຊື້ນຳຜູ້ຊາຍຄົນແປກ ໜ້າທີ່ບໍ່ຮູ້ຊື່ ຢືນລໍຖ້າຂາຍຢາບ້າຢູ່ຕາມແຄມທາງ. ໂດຍໄດ້ຊື້ຢາບ້າຈາກຊາຍຄົນດັ່ງກ່າວຈຳນວນ 1 ຖົງ ເທົ່າກັບ 200 ເມັດ. ຈາກນັ້ນ, ກໍກັບມາບ້ານ ແລ້ວເອົາຢາບ້າມາເສບຈຳນວນໜຶ່ງ ແລະ ຂາຍໃຫ້ ກັບໄວລຸ້ນທີ່ມົ້ວສຸມຢາບ້າຢູ່ຕາມບ້ານ ແລະ ບ້ານໃກ້ຄຽງ, ມາວັນທີ 23 ກັນ ຍາ 2017 ກໍຖືກເຈົ້າໜ້າທີ່ ປກສ ເມືອງຫຼາ ແຂວງອຸດົມໄຊ ເຂົ້າຈັບຕົວພ້ອມຢາບ້າ 164 ໄປດຳເນີນຄະດີ.

ຈາກຄຳຮັບສາລະພາບຂອງຈຳເລີຍ ໃນສຳນວນຄະດີເຫັນວ່າ: ຈຳເລີຍໄປຊື້ຢາບ້າມາຂາຍແທ້ ແລະ ມີພຶດຕິກຳລັກ ລອບຊື້-ຂາຍຍ່ອຍຢູ່ຕາມບ້ານທີ່ໄດ້ສ້າງຄວາມບໍ່ສະຫງົບ, ເປັນຄວາມສຽງຕໍ່ເດັກ ແລະ ຄົນໃນໝູ່ບ້ານ ຈຶ່ງມີພົນລະ ເມືອງດີແຈ້ງຕໍ່ກອງບັນຊາການ ປກສ ເມືອງ ເມື່ອເຈົ້າໜ້າທີ່ໄດ້ເຂົ້າກວດຄົ້ນເຄຫາສະຖານ (ເຮືອນ) ຂອງຈຳເລີຍ ພົບຢາບ້າຈຳນວນ 164 ເມັດ ທີ່ຊຸກເຊື່ອງໄວ້ໃນຕູ້ເສື້ອຜ້າ ຈຶ່ງຖືກກັກຕົວ.

ຜ່ານການຄົ້ນຄວ້າບັນດາຂໍ້ມູນ, ຫຼັກຖານ, ເອກະສານຢ່າງຮອບດ້ານ, ຖີ່ຖ້ວນ ແລະ ພາວະວິໄສແລ້ວ, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນແຂວງອຸດົມໄຊ ເຫັນວ່າ: ການກະທຳຂອງທ້າວ ເພັດ (ຈຳເລີຍ) ເປັນກະທຳຜິດຕໍ່ກົດໝາຍອາຍາ ທີ່ແຕະຕ້ອງເຖິງສະ ຖຽນລະພາບທາງດ້ານເສດຖະກິດຂອງຊາດ ແລະ ສ້າງຄວາມບໍ່ສະຫງົບໃຫ້ແກ່ ສັງຄົມທີ່ສະແດງອອກໃນຄຳໃຫ້ການຂອງຈຳເລີຍ ລົງວັນທີ 25 ກັນຍາ 2017 ແລະ ວັນທີ 15 ມີນາ 2018 ສ່ວນຂອງກາງຢາບ້າ 164 ເມັດ ຜ່ານການວິໄຈແລ້ວຕາມການຢັ້ງຢືນເອກະສານ ສະບັບເລກທີ 1188/ປອຊ ລົງວັນທີ 23 ເມສາ 2018 ພົບວ່າມີສານທີ່ອອກລິດຕໍ່ສະໝອງແທ້; ສຳລັບຊາຍທີ່ຂາຍຢາບ້າໃຫ້ຈຳເລີຍທີ່ເປັນເປົ້າໝາຍ ຖືກຊັດທອດນັ້ນ ເຈົ້າໜ້າທີ່ ປກສ ເມືອງຫຼາ ໄດ້ຂຶ້ນແຜນຕິດຕາມຕົວຜູ້ກ່ຽວມາສອບສວນຕາມຂັ້ນຕອນຂອງກົດໝາຍ ດ້ວຍເຫດ ແລະ ຜົນອັນຄົບຖ້ວນ ທີ່ຢັ້ງຢືນເຖິງການກະທຳຜິດຂອງຈຳເລີຍທີ່ເຫັນຕາມກົດໝາຍວ່າດ້ວຍການດໍາ ເນີນຄະດີທາງອາຍາ ສະບັບປັບປຸງ ໃນ ມາດຕາ 146 ແລະ ມາດຕາ 75, 76 ກົດໝາຍວ່າດ້ວຍຢາເສບຕິດ ຕາມມາດ ຕາ 2 ຂໍ້ 2 ວັກ 1 ຈຶ່ງເຫັນຄວນຕັດອິດສະ ຫຼະພາບ ທ້າວ ເພັດ 5 ປີ ພ້ອມປັບໃໝ 10.000.000 ກີບ.