ຊີ້ນຳໂດຍ ພົທ ວິໄລ ຫຼ້າຄໍາຟອງ

ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງ ປກສ ໄດ້ເຄື່ອນໄຫວພົບປະ ແລະ ຊີ້ນໍາວຽກງານວິຊາສະເພາະຢູ່ກອງບັນຊາການ ປກສ ແຂວງສາລະວັນ ແລະ ແຂວງເຊກອງ ໃນລະຫວ່າງວັນທີ 22-23 ມັງກອນ 2019,  ໃຫ້ການຕ້ອນຮັບໂດຍ ພັອ ພູວັນ ນາຊຽງຄຳ ຫົວໜ້າກອງບັນຊາການ ປກສ  ແຂວງສາລະວັນ ແລະ ພັອ ສົມໄຊ ພູລະຄໍາມະນີ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ພ້ອມດ້ວຍຄະນະພັກ-ຄະນະນຳ ແລະ ພະນັກງານຫຼັກແຫຼ່ງທັງສອງແຂວງ ເຂົ້າຮ່ວມ.

ທ່ານຫົວໜ້າ ປກສ ແຂວງ ທັງສອງແຂວງໄດ້ລາຍງານກ່ຽວກັບການຊີ້ນໍາ-ນໍາພາກຳລັງ ປກສ ແຂວງ ຕະຫຼອດໄລຍະຜ່ານມາ ເປັນຕົ້ນແມ່ນການນຳພາດ້ານການເມືອງ-ແນວຄິດ ເຮັດໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ແລະ ພະນັກງານ-ນັກຮົບຢູ່ບັນດາທ້ອງຖິ່ນຮາກຖານມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດມີຄວາມຮັບຜິດຊອບຕໍ່ໜ້າທີ່ໆການຈັດຕັ້ງມອບໝາຍໃຫ້; ດ້ານວຽກງານວິຊາສະເພາະໄດ້ຮັບການປັບປຸງໃຫ້ເຂັ້ມແຂງຂຶ້ນ ເຊິ່ງເອົາໃຈໃສ່ປະຕິບັດຕາມທິດຊີ້ນໍາຂອງຂັ້ນ ເທິງໂດຍສະເພາະແມ່ນການປ້ອງກັນສະກັດກັ້ນ ແລະ ແກ້ໄຂກຸ່ມຄົນບໍ່ດີເຄື່ອນໄຫວສ້າງຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ແກ່ສັງຄົມ ດ້ວຍຮູບການໂຄສະນາໃສ່ຮ້າຍປ້າຍສີຕໍ່ການນໍາພາຂອງພັກ-ລັດ ປຸກລະດົມປະຊາຊົນຜູ້ຮູ້ເທົ່າບໍ່ເຖິງການເຄື່ອນໄຫວກະທຳຜິດຕໍ່ລະບຽບກົດໝາຍ ໂດຍສະເພາະແມ່ນບັນຫາຂີ້ລັກ-ງັດແງະ, ປຸ້ນຈີ້-ຊິງຊັບ, ບັນຫາຢາເສບຕິດ ແລະ ການສວຍໃຊ້ສາສະໜາໃນການເຄື່ອນໄຫວທີ່ບໍ່ຖືກຕ້ອງເຊິ່ງເປັນບັນຫາທີ່ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ, ບໍ່ມີຄວາມເປັນລະບຽບຮຽບຮ້ອຍທັງເປັນການກົດໜ່ວງ ຖ່ວງດຶງການພັດທະນາປະເທດຊາດ.

ໃນໄລຍະຜ່ານມາ, ກໍສາມາດແກ້ໄຂໄດ້ຫຼາຍກໍລະນີ ດຳເນີນຄະດີຕໍ່ຜູ້ທີ່ເຄື່ອນໄຫວກະທຳຜິດໄດ້ຢ່າງຖືກຕ້ອງຕາມຂັ້ນຕອນຂອງກົດໝາຍ ເຊິ່ງໃນຕໍ່ໜ້າຈະສືບຕໍ່ສະກັດກັ້ນ ແລະ ແກ້ໄຂບັນດາ ປະກົດການຫຍໍ້ທໍ້ຕ່າງໆໃຫ້ຫຼຸດໜ້ອຍຖອຍລົງ ເພື່ອເຮັດໃຫ້ທັງສອງແຂວງມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍເທື່ອລະກ້າວ.

ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາພະນັກງານ-ນັກຮົບ ທຸກສະຫາຍ ປກສ ແຂວງສາລະວັນ ແລະ ເຊກອງ ວ່າ:


ຈົ່ງສືບຕໍ່ເສີມຂະຫຍາຍດ້ານດີ-ຜົນງານທີ່ເປັນມູນເຊື້ອ ແລະ ເພີ່ມທະວີປັບປຸງແກ້ໄຂຂໍ້ບົກຜ່ອງທີ່ເປັນບັນຫາຫຍໍ້ທໍ້ໃຫ້ໝົດໄປ ໂດຍກຳແໜ້ນສະພາບການທັງພາຍໃນ ແລະ ພາຍນອກໃຫ້ທົ່ວເຖິງ,

ຄະນະພັກ-ຄະນະນຳ ແລະ ພະນັກງານຫຼັກແຫຼ່ງທັງສອງແຂວງ ເຂົ້າຮ່ວມ

ເອົາໃຈໃສ່ສຶກສາອົບຮົມພະນັກງານ-ນັກຮົບໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງມີທັດສະນະຄຸນສົມບັດ, ມີລະບຽບວິໄນທີ່ເຂັ້ມງວດ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄວາມສາມັກຄີໃຫ້ແໜ້ນແຟ້ນ, ມີແບບແຜນໃນການເຄື່ອນໄຫວວິຊາສະເພາະໃຫ້ຖືກຕ້ອງຕາມກົດໝາຍ, ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ຢູ່ໃນກຳລັງໃຫ້ໝົດໄປ, ຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງໃຫ້ເດັດຂາດ

ຫາກເກີດບ່ອນໃດແກ້ໄຂຢູ່ບ່ອນນັ້ນໃຫ້ທັນເວລາ ແລະ ຖືກຕ້ອງ, ຈັດຕັ້ງລະບອບປະຈຳການໃຫ້ເຂັ້ມງວດ ຫັນພະນັກງານລົງກໍ່ສ້າງຮາກຖານປຸກລະດົມປະຊາຊົນໃຫ້ເຂົ້າຮ່ວມ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ເພື່ອສະກັດກັ້ນແກ້ໄຂບັນດາໜໍ່ແໜງທີ່ສ້າງຄວາມບໍ່ສະຫງົບທາງດ້ານການເມືອງ, ຄວາມບໍ່ເປັນລະບຽບຮຽບຮ້ອຍທາງສັງຄົມ

ເປັນຕົ້ນແມ່ນບັນຫາຢາເສບຕິດ, ສໍ້ໂກງຊັບ, ລັກຊັບ, ອຸບັດຕິເຫດຕາມທ້ອງຖະໜົນ, ແກ້ໄຂຄົນຕ່າງປະເທດທີ່ມາເຄື່ອນໄຫວກະທຳຜິດຕໍ່ລະບຽບກົດໝາຍ ສປປ ລາວ, ແກ້ໄຂບັນຫາໂສເພນີ ແລະ ບັນຫາການຄ້າມະນຸດໃຫ້ຫຼຸດໜ້ອຍຖອຍລົງ.