ຄະນະພັກ ປທ ຈະເພີ່ມທະວີບົດບາດການນຳພາຂອງ ຄະນະພັກແຕ່ລະຂັ້ນ ໃຫ້ເຂັ້ມງວດ

0
1420
ຄະນະປະທານ

ຄະນະພັກກອງບັນຊາການປ້ອງກັນເຄື່ອນທີ່ ( ປທ ) ກະຊວງ ປກສ ຈະສືບຕໍ່ເພີ່ມທະວີບົດບາດການນໍາພາຂອງ ຄະນະພັກແຕ່ລະຂັ້ນ ໃຫ້ເຂັ້ມງວດ ໂດຍການປັບປຸງແບບແຜນວິທີເຮັດວຽກໃຫ້ເຂົ້າສູ່ລວງເລິກ ແລະ ມີວິທະຍາສາດ, ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີສະຕິຕໍ່ການຈັດຕັ້ງ ແລະ ມີລະບຽບວິໄນເຂັ້ມງວດ.

ສືບຕໍ່ເພີ່ມທະວີບົດບາດການນໍາພາຂອງ ຄະນະພັກແຕ່ລະຂັ້ນ ໃຫ້ເຂັ້ມງວດ

ກອງປະຊຸມສະຫຼຸບວຽກງານການຊີ້ນໍາ-ນໍາພາຂອງ ອົງຄະນະພັກ ປທ ປະຈໍາປີ 2018 ແລະ ວາງທິດທາງແຜນການປີ 2019 ໃນວັນທີ 22 ມັງກອນ ຜ່ານມາ, ເປັນປະທານໂດຍ ພົຈວ ຈັນສະແຫວງ ທິບຄູນທອງ ຄະນະພັກກະຊວງ, ເລຂາຄະນະພັກ, ມີຄະນະພັກ-ຄະນະກອງບັນຊາການ, ຄະນະຫ້ອງ, ພະແນກ, ສະມາຊິກພັກ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

ຄະນະພັກ-ຄະນະກອງບັນຊາການ, ຄະນະຫ້ອງ, ພະແນກ, ສະມາຊິກພັກ, ພະນັກງານ-ນັກຮົບເຂົ້າຮ່ວມ

ພັອ ໄກສອນ ແກ້ວມະນີ ໄດ້ຜ່ານບົດສະຫຼຸບ ປະຈໍາປີ 2018 ແລະ ທິດທາງແຜນການປີ 2019 ໃຫ້ຮູ້ວ່າ:

ພັອ ໄກສອນ ແກ້ວມະນີ ຂຶ້ນຜ່ານບົດສະຫຼຸບ

ປີນີ້ ຄະນະພັກ ປທ ຈະສືບຕໍ່ເພີ່ມທະວີບົດບາດການນໍາພາຂອງ ຄະນະພັກແຕ່ລະຂັ້ນ ໃຫ້ເຂັ້ມງວດ ໂດຍການປັບປຸງແບບແຜນວິທີເຮັດວຽກ, ກໍ່ສ້າງພັກໃຫ້ມີຄວາມເຕີບໃຫຍ່, ໜັກແໜ້ນເຂັ້ມແຂງ, ຮັບປະກັນທັງປະລິມານ ແລະ ຄຸນນະພາບ, ພ້ອມທັງສືບຕໍ່ກໍ່ສ້າງໜ່ວຍພັກ, ກົມກອງປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ພິທີ ພັທ ນາງ ພົມອຸລາ ເລືອງວັນໄຊ ຮັກສາການຫົວໜ້າຫ້ອງການເມືອງ ຂຶ້ນຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງ ປກສ

ປີ 2018 ຜ່ານມາ, ຄະນະພັກ ປທ ໄດ້ເອົາໃຈໃສ່ປັບປຸງກໍ່ສ້າງພັກຢ່າງເປັນປົກກະຕິຕໍ່ເນື່ອງ ເຮັດໃຫ້ລະບົບພັກ ແລະ ຖັນແຖວພະນັກງານ-ສະມາຊິກພັກ ມີຄວາມເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ

ເປັນຕົ້ນແມ່ນເປີດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ຈໍານວນ 2 ສະຫາຍ ຍິງ 1 ສະຫາຍ, ຮຽນລະບຽບພັກ 29 ສະຫາຍ ຍິງ 3 ສະຫາຍ, ໄດ້ຂະຫຍາຍມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ເຂົ້າເປັນສະມາຊິກພັກສໍາຮອງໄດ້ 31 ສະຫາຍ ຍິງ 3 ສະຫາຍ, ເລື່ອນສະມາຊິກພັນສໍາຮອງຂຶ້ນສົມບູນໄດ້ 34 ສະຫາຍ ຍິງ 1 ສະຫາຍ.

ປະດັບຊັ້ນຮ້ອຍໂທໃຫ້ສະຫາຍ ນາງ ບວນ ສົມມະນີ

ໃນພິທີ ພັທ ນາງ ພົມອຸລາ ເລືອງວັນໄຊ ຮັກສາການຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງ ປກສ ເລກທີ 4125/ກມປສ ລົງວັນທີ 31 ທັນວາ 2018 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ກອງບັນຊາການປ້ອງກັນເຄື່ອນທີ່, ໄດ້ຕົກລົງເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ ຈໍານວນ 13 ສະຫາຍ ຍິງ 1 ສະຫາຍ ແລະ ປະດັບຊັ້ນ ຮ້ອຍໂທ ໃຫ້ສະຫາຍ ນາງ ບວນ ສົມມະນີ ພະນັກງານຫ້ອງພະລາທິການ ທີ່ສໍາເລັດການສຶກສາຊັ້ນປະລິນຍາຕີ ການເງິນ-ການບັນຊີ, ເລື່ອນຊັ້ນ ວາທີ ຂຶ້ນ ຮ້ອຍຕີ ຈໍານວນ 2 ສະຫາຍ ປະດັບຊັ້ນໂດຍ ພົຈວ ຈັນສະແຫວງ ທິບຄູນທອງ .

ປະດັບຊັ້ນໂດຍ ພົຈວ ຈັນສະແຫວງ ທິບຄູນທອງ